ກິດຈະກໍາດັ່ງກ່າວຈັດຂຶ້ນໃນວັນທີ 14 ກັນ ຍາ 2024 ທີ່ສວນເຈົ້າອານຸວົງ ນະຄອນ ຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ວົງຄຳ ພັນທະນຸວົງ ກ່າວວ່າ: ຈຸດ ປະສົງຂອງການຈັດງານຂຶ້ນຄັ້ງນີ້ ເພື່ອ ເປັນອີກຊ່ອງທາງໜຶ່ງທີ່ໄວໃນການລະດົມທຶນຈາກສັງຄົມ ບຸກຄົນ ແລະ ນິຕິບຸກ ຄົນ ບໍລິສັດ ຫ້າງຮ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນການສົມທົບ ເຂົ້າໃນການຊ່ວຍເຫຼືອປະຊາຊົນ ບັນດາ ແຂວງທີ່ໄດ້ຮັບກະທົບຈາກໄພ ພິບັດ ປີ 2024 ສາເຫດມາຈາກຜົນກະທົບຈາກພາ ຍຸພາພິລຸນ ແລະ ພະຍຸຢາກິ ໃນກາງເດືອນ ສິງຫາມາເຖິງປັດຈຸບັນ ສະນັ້ນ ທາງຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ ຈຶ່ງຈະໄດ້ຮ່ວມກັນເປີດນໍາ ໃຊ້ລະບົບ One-Heart ເປັນທາງການຂຶ້ນ ໃນມື້ນີ້ ເຊິ່ງລະບົບຂອງ One-Heart ທີ່ເປີດນີ້ ແມ່ນຈະເລີ່ມແຕ່ວັນທີ 16 ກັນຍາ ເຖິງ 30 ພະຈິກ 2024 ແລະ ຫຼັງຈາກນັ້ນ ການ ນໍາໃຊ້ລະບົບນີ້ ແມ່ນຈະໄດ້ມີການຈັດ ຕັ້ງປະຕິບັດຈັດສັນໃນການຊ່ວຍເຫຼືອຟື້ນຟູໃຫ້ແກ່ບັນດາແຂວງ ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດໃນປີ 2024 ນີ້ ຕາມ ຜົນກະທົບໜັກຫຼາຍ ໜັກ ໜ້ອຍ ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈະນໍາໃຊ້ເງິນທີ່ໄດ້ຈາກລະບົບ ນີ້ ໃຫ້ຖືກເປົ້າ ໝາຍ ໃຫ້ສາມາດຊ່ວຍ ໃຫ້ຄົບທຸກແຂວງທີ່ໄດ້ຮັບຜົນກະທົບ ແລະ ມີການລາຍໃຫ້ສັງຄົມຮັບຊາບ.







