ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທະນາຄານຄໍາ ເປີດບໍລິການເບື້ອງຕົ້ນ ຄາດວ່າຈະເປີດໃຫ້ບໍລິການຄົບວົງຈອນ ໃນເດືອນ ພະຈິກ 2024

Sep 28, 2024

ພິທີເປີດການບໍລິການເບື້ອງຕົ້ນທະນາຄານຄໍາລາວ (LBB) ທີ່ມີສຳນັກງານຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 27 ກັນຍາ 2024 ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ບັນດາການນຳກະຊວງ ອົງການຈັດຕັ້ງພັກ -ລັດ ຜູ້ບໍລິຫານທະນາຄານຕ່າງໆ ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ PTL Holding ຈຳກັດ ໄດ້ຂຶ້ນກ່າວລາຍງານພາບລວມ ວິໄສທັດ ແລະ ຄວາມພ້ອມກ່ອນການເປີດບໍລິການຂອງທະນາຄານຄຳລາວວ່າ: ການເປີດບໍລິການທະນາຄານຄຳ ເປັນບາດກ້າວສຳຄັນຕໍ່ການປະກອບສ່ວນຈັດຕັ້ງຜັນຂະຫຍາຍຄວາມຕັ້ງໃຈຂອງພັກ ແລະ ລັດຖະບານລາວທີ່ຢາກໃຫ້ມີທະນານຄານຄໍາຂຶ້ນ ເພື່ອປະຕິບັດພາລະບົດບາດໃນການສຳຮອງຄຳ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານການເງິນ ແລະ ການຄັງຄໍ້າປະກັນຄ່າເງິນກີບໃຫ້ຢູ່ໃນລະດັບທີ່ໝັ້ນທ່ຽງ ສ້າງສະຖຽນລະພາບທາງດ້ານເສດຖະກິດໃຫ້ລາວ ໃຫ້ນັບມື້ນັບເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງໝັ້ນຄົງຍືນຍົງສີວິໄລ ເຊິ່ງການບໍລິການທຳອິດຈາກທະນາຄານຄຳເຊັ່ນ: ບັນຊີຝາກຄຳ (Gold Saving) ແລະ ຕູ້ກົດຄຳອັດຕະໂນມັດ (Gold Vending Machine) ທະນາຄານຄຳລາວ ໄດ້ເປີດໂອກາດໃຫ້ລູກຄ້າສາມາດເປີດບັນຊີຝາກຄໍາໄດ້ແລ້ວ ນັບແຕ່ນີ້ເປັນຕົ້ນໄປ ແຕ່ເນື່ອງຈາກທາງທະນາຄານຢູ່ໃນຂັ້ນເປີດໃຫ້ບໍລິການເບື້ອງຕົ້ນ ຈຶ່ງຂໍສະຫງວນສິດໃນການເປີດບັນຊີຝາກຄຳ “50 ບັນຊີ” ຕໍ່ວັນ.
ສຳລັບພາລະກິດໃນບາດກ້າວຕໍ່ໄປທະນາຄານຄຳລາວ ຈະສືບຕໍ່ວຽກງານທີ່ຕ່າງໃຫ້ສໍາເລັດໃນມໍ່ໆນີ້ ແລະ ຈະເປີດການບໍລິການຄົບວົງຈອນໃຫ້ໄດ້ຕາມຄາດໝາຍເດືອນພະຈິກ 2024 ແລະ ຈະໃຫ້ສໍາເລັດໂຮງກັ່ນຫຼອມຄໍາໃນໄຕ ມາດ 1 ປີ 2025 ການເປີດບໍລິການທະນາຄານຄຳຄັ້ງນີ້ ເປັນປັດໄຈ ແລະ ຂີດໝາຍບາດກ້າວອັນສຳຄັນໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງປະເທດ ໂດຍກາຍເປັນແຫຼ່ງສຳຮອງໃນການສະສົມຄຳ ຊັບພະຍາກອນແຮ່ຄຳ ພັດທະນາຕ່ອງໂສ້ອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວໃຫ້ໄດ້ມາດຕະຖານ ກ້າວເຂົ້າສູ່ການເປັນສູນກາງຕະຫຼາດການຄ້າ ແລະ ການລົງທຶນໃນຄຳຂອງພາກພື້ນ ແລະ ສາກົນ ອີກທັງເປັນການປະກອບສ່ວນເປັນກຸນແຈອັນສຳຄັນ ໃຫ້ລາວເຮົາສາມາດປົດລັອກທ່າແຮງ ເສີມສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບທາງດ້ານເສດຖະກິດ ການເງິນ-ການຄ້າ ແລະ ສະກຸນເງິນກີບໃຫ້ນັບມື້ນັບຈະເລີນໝັ້ນຄົງເຂັ້ມແຂງ.
ທີ່ມາ: ວຽງຈັນໃໝ່