ໃນວັນທີ 17 ກຸມພາ 2024 ທີ່ສຳນັກງານທະນາຄານອິນໂດຈີນ ໄດ້ມີພິທີມອບ-ຮັບ ອຸປະກອນການແພດໃຫ້ແກ່ສະຖາບັນເລືອດອົງການກາແດງແຫ່ງຊາດລາວ ເຊິ່ງປະກອບມີ ຜ້າປົກຈຳນວນ 100ຜືນ; ໝອນຮອງແຂນ100ຜືນ ລວມມູນຄ່າ 30ລ້ານກີບ ເພື່ອເປັນການປະກອບສ່ວນໃນວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ໃຫ້ມີຄວາມສະດວກ ແລະ ແທດເໝາະກັບສະພາບການ, ກ່າວມອບໂດຍທ່ານ ນ.ຈັນເພັງ ວົງສົມບັດ ຜູ້ອຳນວຍການທະນາຄານອິນໂດຈີນ ແລະ ກ່າວຮັບໂດຍທ່ານ ດຣ.ຈັນທະລາ ສຸກສາຄອນ ຫົວຫນ້າສະຖາບັນເລືອດອົງການກາແດງແຫ່ງຊາດລາວ ໂດຍຊ້ອງຫນ້າພະນັກງານທັງສອງຝ່າຍເຂົ້າຮ່ວມ; ໂອກາດດຽວກັນນີ້, ພະນັກງານ ແລະ ລູກຄ້າຂອງທະນາຄານອິນໂດຈີນຍັງໄດ້ປະກອບສ່ວນບໍລິຈາກເລືອດໃຫ້ສະຖາບັນເລືອດ ອົງການກາແດວແຫ່ງຊາດລາວ ທັງໝົດ 67 ຖົງ.






