ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມແລກປ່ຽນຄໍາເຫັນຕໍ່ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ

Sep 13, 2024

ທະນາຄານແຫ່ງ ສປປ ລາວ ຈັດກອງປະຊຸມແລກປ່ຽນຄໍາເຫັນຕໍ່ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ໃນຕອນເຊົ້າວັນທີ 13 ກັນຍາ 2024 ໂດຍການເປັນປະທານຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ ເພື່ອເປັນການປຶກສາຫາລື , ປະກອບຄຳເຫັນໃສ່ 02 ຮ່າງຂໍ້ຕົກລົງດັ່ງກ່າວ.
ດັ່ງທີ່ພວກເຮົາຮັບຊາບວ່າມີການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ມີ ການຂະຫຍາຍຕົວຢ່າງຕໍ່ເນື່່ອງ; ໂດຍສະເພາະນັບແຕ່ເລີ່່ມມີການປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເສດຖະກິດ-ເງິນຕາ ມີການຂະຫຍາຍຕົວ, ສັງຄົມໄດ້ມີການນໍາໃຊ້ເງິນສົດ,ໃນນັ້ນມີທັງເງິນກີບ ແລະ ເງິນຕາຕ່າງປະເທດ ຢ່າງແຜ່ຫຼາຍໃນສັງຄົມທົ່ວໄປ, ທ່າມກາງສະພາບດັັ່ງກ່າວ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ທີ່ຍັງບໍ່ທັນຮັດກຸມເທົ່າທີ່ຄວນ ເຮັດໃຫ້ສັງຄົມທີ່ເປັນຄວາມຊິນ ເຄີຍນໍາໃຊ້ເງິນຕາຕ່າງປະເທດ, ມີການນໍາໃຊ້ເງິນຕາຕ່າງປະເທດບໍ່ສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍ.
ດ້ວຍເຫດນັ້ນ, ພວກເຮົາຕ້ອງໄດ້ຫັນປ່ຽນແນວຄິດ, ຫັນປ່ຽນຈິນຕະນາການ ແລະ ສະຕິຕື່ນຕົວໃນການຖືຄອງ ແລະ ນໍາໃຊ້ເງິນຕາຕ່າງປະເທດໃຫ້ຖືກຕ້ອງ, ເພື່ອຈະຮັບປະກັນສະເຖຍລະພາບຂອງເງິນກີບ ກໍ່ຄື ເສດຖະກິດມະຫາພາກ ຂອງ ສປປ ລາວ, ເຫດຜົນສໍາຄັນສາມາດສັງລວມໄດ້ບາງດ້ານດັັ່ງນີ້:
ໃນດ້ານມະຫາພາກ ໃນເມື່ອ ສປປ ລາວ ເປັນປະເທດນໍາເຂົ້າເປັນສ່ວນໃຫຍ່, ຈຶ່ງເຮັດໃຫ້ມີຄວາມຕ້ອງການທາງດ້ານເງິນຕາຕ່າງປະເທດຈໍານວນຫຼາຍເພື່ອໄປຊື້ສິນຄ້າ ແລະ ການບໍລິການເຂົ້າມາຮັບໃຊ້ໃນລະບົບເສດຖະກິດ. ບາງກິດຈະການທາງດ້ານເສດຖະກິດແມ່ນຍັງບໍ່ມີຄວາມສົມດຸນທາງດ້ານເງິນຕາຄື: ການນໍາເຂົ້າຕ້ອງໃຊ້ເງິນຕາຕ່າງປະເທດ, ແຕ່ຂາຍພາຍໃນປະເທດເປັນເງິນກີບ ເປັນ ຕົ້ນ: ນໍ້າມັນ ເຊື້້ອໄຟ, ອຸປະກອນຮັບໃຊ້ການກໍ່ສ້າງ ແລະ ການຜະລິດ, ສິນຄ້າອຸປະໂພກ-ບໍລິ ໂພກ, ຢາປົວພະຍາດ ແລະ ອື່ນໆ. ແຕ່ກົງກັນຂ້າມລາຍຮັບເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ຍັງບໍ່ທັນເຂົ້າລະບົບທັງໝົດເທື່ອ ສົມທົບກັບການຊົມໃຊ້ເງິນຕາຢູ່ພາຍໃນປະເທດຍັງມີຫຼາຍ ຈຶ່ງເຮັດໃຫ້ກະທົບຕໍ່ອັດຕາແລກປ່ຽນ ກໍ່ຄືຄວາມເຊື່ອໝັ້ນຕໍ່ເງິນກີບ ສົ່ງຜົນເຮັດໃຫ້ຄ່າຂອງເງິນກີບຫຼຸດລົງ; ຖ້າຫາກຢາກແກ້ບັນຫາຕົ້ນຕໍ ແມ່ນຕ້ອງຮ່ວມກັນສົ່ງເສີມ ແລະ ຊຸກຍູ້ການນຳໃຊ້ເງິນກີບໃຫ້ຫຼາຍຂື້ນເລີ່ມຈາກ: (1) ການແລກປ່ຽນ ຫຼື ຂາຍເງິນຕາຈາກການສົ່ງອອກ, ການລົງທຶນຈາກຕ່າງປະເທດ ເປັນເງິນກີບໃຫ້ຫຼາຍຂຶ້ນ (2) ການຫຼຸດຜ່ອນການຊົມໃຊ້ເງິນຕາຕ່າງປະເທດໃນການຊື້-ຂາຍ, ການຊໍາລະສະສາງ ແລະ ການເຮັດທຸລະກໍາຕ່າງໆຢູ່ພາຍໃນປະເທດລົງເທື່ອລະກ້າວ, (3) ເພີ່ມທະວີຄວາມຮັບຮູ້ຄວາມເຂົ້າໃຈ ແລະ ສະຕິຂອງສັງຄົມໃຫ້ສູງຂື້ນ ດ້ວຍການປຸກລະດົມທົ່ວປວງຊົນ, ທຸກອົງການຈັດຕັ້ງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງຜູ້ປະກອບການ ເພື່ອຊ່ວຍໃນການປະຕິບັດບັນດາລະບຽບການ, ການຕິດຕາມຊຸກຍູ້ການນໍາໃຊ້ເງິນກີບເປັນຕົ້ນ: ການໂຄສະນາ, ເຜີຍແຜ່, ການຕິດລາຄາສິນຄ້າ ແລະ ການບໍລິການ ແລະ ອື່ນໆເປັນເງິນກີບ.
ເພື່ອເຮັດໄດ້ຄືທີ່ກ່າວມານັ້ນ, ລັດຖະບານໄດ້ມີທິດຊີ້ນໍາກ່ຽວກັບການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນ ຝາກເປັນຕາຕ່າງປະເທດຢູ່ ສປປ ລາວ ຖືເປັນໂອກາດທີ່ເໝາະສົມໃນການຈັດຕັ້ງຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເປັນຕາຕ່າງປະເທດ ໃຫ້ມີຂອບເຂດທີ່ຊັດເຈນ ເພື່ອຫັນສັງຄົມສູ່ການນໍາໃຊ້ເງິນກີບ ໂດຍມອບໃຫ້ ທຫລ ກໍານົດເປົ້າໝາຍສະເພາະທີ່ສາມາດນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ ເປັນຕົ້ນເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ, 4 ຮ້ານຄ້າປອດພາສີ ລວມທັງການປະຕິບັດພັນທະຕໍ່ລັດຂອງຫົວໜ່ວຍວິສາ ຫະກິດທີ່ມີລາຍຮັບເປັນເງິນຕາຕ່າງປະເທດ ແລະ ໃຫ້ ທຫລ ປັບປຸງລະບົບການຊໍາລະພາຍໃນປະເທດໃນຮູບແບບເອເລັກ ໂຕຣນິກ ທີ່ເປັນເງິນຕາຕ່າງປະເທດ ໃຫ້ມີຂອບເຂດຈະແຈ້ງ, ມີກົນໄກການຢັ້ງຢືນທຸລະກໍາຖືກຕ້ອງຕາມຈຸດປະສົງຂອງການຊໍາລະທີ່ແທ້ຈິງ ເພື່ອເຮັດໃຫ້ການນໍາໃຊ້ເງິນຕາຕ່າງປະເທດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
ສະນັ້ນ, ໂດຍອີງຕາມຄວາມຈໍາເປັນດັັ່ງກ່າວ, ທາງທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມນີ້ຂຶ້ນ ເພື່ອປຶກສາຫາລື ແລະ ປັບປຸງ 2 ຮ່າງຂໍ້ຕົກລົງ ຄື :
1. ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ;
2. ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ.
ທັງ 02 ນິຕິກໍາມີຄວາມສໍາຄັນຄື:
1. ຈະເປັນເຄື່ອງມື ຂອງ ທະນາຄານແຫ່ງ ສປປ ລາວ ລວມທັງພາກສ່ວນກ່ຽວຂ້ອງ
ເພື່ອນໍາໃຊ້ເຂົ້າໃນການຄຸ້ມຄອງ ການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດ
ບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຢູ່ພາຍໃນ ສປປ ລາວ;
2. ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເປັນເອກະພາບຕໍ່ການຈັດຕັ້ງ
ປະຕິບັດຂອງ ທຸກພາກສ່ວນທີ່ກ່ຽວຂ້ວງ ທັງສູນກາງ ແລະ ທ້ອງຖິ່ນ;
3. ເພື່ອເປັນການຊຸກຍູ້ສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນ ລະຫວ່າງ
ປະເທດ ເຮັດໃຫ້ມີລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫຼາຍ
ຍິ່ງຂຶ້ນ.