ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຖາມເຈາະຈິ້ມຂອງສະມາຊິກສະພາເເຫ່ງຊາດໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາເເຫ່ງຊາດ ຊຸດທີ IX

Jun 17, 2025

ໃນຕອນບ່າຍວັນທີ 10 ມິຖຸນາ 2025 ນີ້, ທີ່ຫໍປະຊຸມສະພາແຫ່ງຊາດ ຕາງໜ້າທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ນ. ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ, ພ້ອມດ້ວຍຄະນະ, ໄດ້ຊີ້ແຈງຕໍ່ກອງປະຊຸມ ສະ ໄໝສາມັນ ເທື່ອທີ 9 ຂອງສະພາເເຫ່ງຊາດຊຸດທີ IX. ຄໍາຊັກຖາມຂອງຄະນະປະຈໍາສະພາເເຫ່ງຊາດ ແລະ ສະມາຊິກສະພາເເຫ່ງຊາດ ລວມມີຫຼາຍບັນຫາທີ່ສໍາຄັນ ເເລະ ເປັນອັນເຄັ່ງຮ້ອນຕິດພັນກັບການຈັດຕັ້ງປະຕິບັດເເຜນເງິນຕາ ໃນໄລຍະ 5 ເດືອນຕົ້ນປີ 2025 ເເລະ ເເຜນຈັດຕັ້ງປະຕິບັດຮອດທ້າຍປີ 2025 ນີ້. ໃນນີ້, ຕິດພັນກັບການຄຸ້ມຄອງມະຫາພາກດ້ານເງິນຕາ, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການສະໜອງສິນເຊື່ອໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ອື່ນໆ.
ຕໍ່ກັບບັນດາຄໍາຖາມເຈາະຈິ້ມທີ່ຖືກຍົກຂຶ້ນ, ທ່ານ ຮັກສາການຜູ້ວ່າການ ໄດ້ມີຄໍາເຫັນວ່າ: ທຫລ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າວຽກຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນ ຂອງສະພາເເຫ່ງຊາດໃນຄັ້ງຜ່ານມາ ແລະ ວາລະເເຫ່ງຊາດວ່າດ້ວຍການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມາເປັນເປົ້າໝາຍສູ້ຊົນທີ່ສໍາຄັນ ເພື່ອໃຫ້ບັນລຸຕາມລະດັບຄາດໝາຍທີ່ຕັ້ງໄວ້. ໂດຍລວມເເລ້ວ, ເຫັນວ່າຜົນໄດ້ຮັບໃນການຈັດຕັ້ງປະຕິບັດເເຕ່ລະໜ້າວຽກ ແມ່ນມີທ່າອ່ຽງທີ່ຕັ້ງໜ້າຂຶ້ນກວ່າເກົ່າ ໂດຍສະເພາະ ອັດຕາເງິນເຟີ້ ຫຼຸດລົງຢ່າງຕໍ່ເນື່ອງ ສະເລ່ຍ 5 ເດືອນຕົ້ນປີ 2025 ເເມ່ນຢູ່ໃນລະດັບ 11.7% ແລະ ຄາດວ່າຈະສືບຕໍ່ຫຼຸດລົງມາຢູ່ໃນລະດັບ 1 ຕົວເລກໃນທ້າຍປີ 2025 ທີ່ສະພາເເຫ່ງຊາດຮັບຮອງ; ການຄຸ້ມຄອງອັດຕາເເລກປ່ຽນກໍ່ເຫັນວ່າມີຄວາມສະ ຫງົບຫຼາຍ. ຄຽງຄູ່ກັນນັ້ນ, ທຫລ ໄດ້ຈັດຕັ້ງປະຕິບັດການຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ຮອດທ້າຍເດືອນ 5/2025 ສາມາດຄຸ້ມຄອງລາຍຮັບໄດ້ 68.74% ຂອງມູນຄ່າການສົ່ງອອກທັງໝົດ, ຄາດວ່າຮອດທ້າຍເດືອນ 6/2025 ຈະບັນລຸໄດ້ 70% ຂອງການສົ່ງອອກທັງໝົດ; ການສະໜອງສິນເຊື່ອຂອງຂະແໜງການທະນາຄານ ກໍ່ສາມາດເຂົ້າເຖິງຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດແຕ່ລະປະເພດ ຕາມນະໂຍບາຍທີ່ລັດຖະບານໄດ້ວາງອອກ ໂດຍສະເພາະນະໂຍບາຍສິນເຊື່ອເພື່ອກະຈາຍລົງສູ່ທ້ອງຖິ່ນ ແລະ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ. ນອກຈາກນີ້, ທ່ານ ຮັກສາການຜູ້ວ່າການ ຍັງໄດ້ອະທິບາຍ ແລະ ຊີ້ແຈງຕໍ່ກັບຄໍາຖາມເຈາະຈີ້ມຂອງຜູ້ແທນກອງປະຊຸມ ກ່ຽວກັບປະເດັນທີ່ສັງຄົມໃຫ້ຄວາມສົນໃຈ ເປັນຕົ້ນແມ່ນການຈັດຕັ້ງປະຕິ ບັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ.
ສໍາລັບທິດທາງໃນຕໍ່ໜ້າ, ທຫລ ຈະເເນ່ໃສ່ສືບຕໍ່ປະຕິບັດບັນດາຄາດໝາຍເງິນຕາ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໂດຍສະເພາະຈະສຸມໃສ່ຄວບຄຸມອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງອັດຕາເເລກປ່ຽນໃຫ້ໄດ້ຢ່າງໝັ້ນທ່ຽງຂຶ້ນຢ່າງຕໍ່ເນື່ອງ, ຄວບຄຸມປະລິມານເງິນໃຫ້ຢູ່ໃນລະດັບທີ່ເເທດເໝາະກັບສະພາບເສດຖະກິດໃນເເຕ່ລະໄລຍະ ພ້ອມທັງຊຸກຍູ້ການເເລກປ່ຽນເງິນຕາຕ່າງປະເທດຜ່ານຕະຫຼາດເເລກປ່ຽນເງິນຕາຕ່າງປະເທດ (LFX) ໃຫ້ຫຼາຍຂຶ້ນ ເພື່ອຕີຖອຍການເເລກປ່ຽນນອກລະບົບໃຫ້ໄດ້ຢ່າງຂາດຕົວ, ຄຽງຄູ່ໄປກັບ ການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຮັດກຸມຂຶ້ນ, ຈະເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດເຂົ້າສູ່ລະບົບໃຫ້ຫຼາຍຂຶ້ນ ແລະ ຮັບປະກັນການສະໜອງເງິນຕາຕ່າງປະເທດໃຫ້ພຽງພໍກັບຄວາມຕ້ອງການຂອງລະບົບເສດຖະກິດ; ສືບຕໍ່ຄົ້ນຄ້ວາປັບປຸງກົນໄກການພິຈາລະນາສິນເຊື່ອໃຫ້ວ່ອງໄວ, ຫຼຸດຜ່ອນຂອດຂັ້ນທີ່ແກ່ຍາວເວລາ ແລະ ສ້າງເງື່ອນໄຂທີ່ແທດເໝາະໃຫ້ບັນດາຫົວໜ່ວຍທຸລະກິດ ສາມາດເຂົ້າຫາແຫຼ່ງທຶນສະດວກຫຼາຍຂຶ້ນ ເພື່ອເປັນການປະກອບສ່ວນເຂົ້າໃນການຊຸກຍູ້ການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ຕາມນະໂຍບບາຍທີ່ລັດຖະບານ ໄດ້ວາງອອກ.