ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທະນາຄານແຫ່ງ ສປປ ລາວ-ທະນາຄານແຫ່ງລັດ ຫວຽດນາມ ປຶກສາຫາລືທົບທວນການຮ່ວມມືສອງຝ່າຍ

Dec 20, 2024

ວັນທີ 17 ທັນວາ 2024, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງ​ປະ​ຊຸມ ທະວິພາຄີ ຄັ້ງທີ 12 ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງລັດ ຫວຽດນາມ (ທຫວ) ປະຈໍາປີ 2024 ​ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ. ຫວຽດນາມ; ໂດຍການນໍາພາຂອງທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ແລະ ທ່ານ ນາງ ຫງວຽນ ທິ ຮົງ ຜູ້ວ່າການ ທຫວ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບເສດຖະກິດມະຫາພາກ ກໍ່ຄືບົດຮຽນໃນການຄຸ້ມຄອງຂະແໜງທະນາຄານ ແລະ ການຄຸ້ມຄອງເງິນຕາ ຕ່າງປະເທດ. ພ້ອມກັນນີ້, ສອງທະນາຄານ ຍັງໄດ້ຕິດຕາມຊຸກຍູ້ວຽກງານສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ (ກີບ-ດົງ) ຊຶ່ງຖືວ່າຈະເປັນບາດກ້າວອັນສໍາຄັນໃນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານສອງປະເທດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ທັງເປັນການສົ່ງເສີມການຊໍາລະສະສາງລະຫວ່າງສອງປະເທດ ລາວ-ຫວຽດນາມ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການ ລາຍງານຜົນການຮ່ວມມືສອງຝ່າຍ ລະຫວ່າງໂຮງພິມທະນະບັດຂອງສອງທະນາຄານກາງ ແລະ ການຮ່ວມມືທາງດ້ານວິຊາການສອງຝ່າຍ ປະຈໍາປີ 2024 ແລະ ນໍາສະເໜີແຜນການຮ່ວມມືສອງຝ່າຍ ປະຈໍາປີ 2025. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຜົນສໍາເລັດອັນຈົບງາມ, ເຮັດໃຫ້ການຮ່ວມມືສອງຝ່າຍຂອງສອງທະນາຄານກາງ ສາມາດຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກຂຶ້ນຕື່ມອີກລະດັບໜຶ່ງ.
ຄຽງຄູ່ກັບກອງປະຊຸມດັ່ງກ່າວ, ທັງສອງທະນາຄານກາງ ຍັງໄດ້ພົບປະແລກປ່ຽນ ແລະ ຮັບຟັງການລາຍງານຜົນການດໍາເນີນທຸລະກິດໃນໄລຍະຜ່ານມາຂອງທະນາຄານທຸລະກິດ ຫວຽດນາມ ທີ່ມາດຳເນີນທຸລະກິດຢູ່ ສປປ ລາວ ຊຶ່ງໂດຍລວມເຫັນວ່າ: ມີຜົນສໍາເລັດເປັນຢ່າງດີ ຊຶ່ງໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ ຕາມຄາດໝາຍແຜນການທີ່ກຳນົດໄວ້.
ການເຂົ້າຮ່ວມກອງປະຊຸມ ຄັ້ງທີ 12 ນີ້, ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ່ຄືການພົວພັນຮ່ວມມືລະຫວ່າງສອງທະນາຄານກາງ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ກົມຮ່ວມມືສາກົນ. ທະນາຄານ ແຫ່ງ ສປປລ ລາວ