ວັນທີ 5 ກັນຍາ 2024, ພະແນກແຜນການ ແລະ ການລົງ ທຶນແຂວງຈໍາປາສັກ ຮ່ວມກັບ ທະນາຄານໂລກ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຜົນກະທົບຂອງເສດຖະກິດຕໍ່ຊີວິດການເປັນຢູ່ຂອງຄົວເຮືອນໃນ ສປປ ລາວ ຢູ່ໂຮງແຮມຈໍາປາສັກແກຣນ, ນະຄອນປາກເຊ.
ໃນໂອກາດນີ້, ຜູ້ຕາງໜ້າຈາກທະນາຄານໂລກ ໄດ້ຂຶ້ນລາຍງາຍຜົນການສໍາຫຼວດ ເສດຖະກິດຂອງ ສປປ ລາວ ທີ່ດໍາເນີນໃນທົ່ວປະເທດ ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ໂດຍສະເພາະສະພາບເສດຖະກິດມະຫາພາກ ແລະ ຜົນກະທົບຂອງຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດມະຫາພາກຕໍ່ຄົວ ເຮືອນ ໃນ ສປປ ລາວ ໂດຍຍົກໃຫ້ເຫັນການຕິດຕາມສະຫວັດດີ ການຄົວເຮືອນແບບໄວ ຮອບທີ 9 ຂອງທະນາຄານໂລກ ປະຈໍາລາວ ເຊິ່ງສະແດງໃຫ້ເຫັນວ່າ ໃນຂະນະທີ່ການຈ້າງງານຍັງຄຶກຄື້ນໃນເຄິ່ງປີທໍາອິດ, ແຕ່ມີໜ້ອຍກວ່າ 1% ຂອງຜູ້ຕອບແບບສອບ ຖາມຍັງວ່າງງານ. ຄ່າຈ້າງສະເລ່ຍເພີ່ມຂຶ້ນ 8% ຈາກເດືອນມັງ ກອນ ຫາ ເດືອນພຶດສະພາ, ແຕ່ຍັງຕໍ່າກວ່າອັດຕາເງິນເຟີ້ ເຊິ່ງອັດຕາເງິນເຟີ້ຢູ່ທີ່ 26%. ເປັນຜົນໃຫ້ມີລາຍງານອັດ ຕາສ່ວນຂອງຄົວເຮືອນທີ່ໄດ້ຮັບຜົນກະທົບທາງລົບຈາກອັດຕາເງິນເຟີ້ເພີ່ມຂຶ້ນຈາກ 53% ໃນເດືອນມັງກອນ ມາເປັນ 58% ໃນເດືອນມິຖຸນາ.
ສ່ວນຈໍານວນຄົວເຮືອນທີ່ມີລາຍໄດ້ດີຂຶ້ນ ທຽບໃສ່ປີຜ່ານ ມາ ຫຼຸດລົງຈາກ 62% ໃນເດືອນທັນວາ 2023 ເປັນ 56% ໃນເດືອນພຶດສະພາ 2024. ອັດຕາເງິນເຟີ້ທີ່ຍັງສູງຢູ່ ເຮັດໃຫ້ມີແຮງງານເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ. ປັດຈຸ ບັນຄາດວ່າ ຈຳນວນແຮງງານລາວທີ່ເຮັດວຽກຢູ່ປະເທດໃກ້ຄຽງ ໂດຍສະເພາະປະເທດໄທ ແມ່ນສູງກວ່າຕອນກ່ອນເກີດການລະ ບາດຂອງພະຍາດ COVID-19. ໃນຈໍານວນແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັ້້ນ ເຫດຜົນຕົ້ນຕໍ ແມ່ນເພື່ອຊອກຫາຄ່າຈ້າງງານທີ່ສູງກວ່າ ແລະ ໂອກາດການຈ້າງງານທີ່ດີກວ່າ ເຊິ່ງແຮງງານທີ່ໃຫ້ເຫດ ຜົນດັ່ງກ່າວ ແມ່ນເພີ່ມຂຶ້ນຈາກ 73% ໃນປີ 2023 ມາເປັນ 93% ໃນປີ 2024 ແລະ ສັດສ່ວນດັ່ງກ່າວໄດ້ເພີ່ມຂຶ້ນຈາກ 88% ເປັນ 99% ໃນຄອບຄົວທີ່ມີລາຍໄດ້ຕໍ່າ.
ຜູ້ຕາງໜ້າທະນາຄານໂລກ ໄດ້ຍົກໃຫ້ເຫັນຕື່ມວ່າ: ຈາກສະ ພາບອັດຕາເງິນເຟີ້ທີ່ສູງ, ການອ່ອນຄ່າຂອງເງິນກີບ ແລະ ຄ່າຈ້າງງານທີ່ເພີ່ມຂື້ນພຽງເລັກໜ້ອຍ ຍັງສືບຕໍ່ເປັນປັດໄຈຊຸກຍູ້ໃຫ້ປະຊາຊົນຫັນມາເຮັດອາຊີບທີ່ໃຫ້ຜົນຕອບແທນທີ່ສູງຂຶ້ນ. ແຮງງານຫຼາຍຄົນໄດ້ຫັນປ່ຽນຈາກການເຮັດວຽກໃນຂະແໜງ ການບໍລິການໄປເຮັດວຽກໃນຂະ ແຫນງກະສິກຳ ແລະ ການຜະ ລິດ, ແຮງງານມີການຫັນຈາກການເປັນລູກຈ້າງ ຫຼື ການເຮັດວຽກຄອບຄົວທີ່ບໍ່ໄດ້ຮັບຄ່າຈ້າງ ມາເຮັດອາຊີບອິດສະຫຼະ. ໃນຂະນະ ດຽວກັນ, ກຳລັງແຮງງານທີ່ເປັນແມ່ຍີງເພີ່ມຂຶ້ນ, ຄອບຄົວສ່ວນ ຫຼາຍເພີ່ມທະວີການຜະລິດອາຫານຂອງຕົນເອງ ເພື່ອຮັບມືກັບລາຄາອາຫານທີ່ເພີ່ມຂຶ້ນ ແລະ ຄົວເຮືອນ ມີການເພີ່ມການອາໄສການຊອກຫາອາຫານຈາກແຫຼ່ງທຳມະຊາດເພີ່ມຂຶ້ນ.





