ວັນທີ 20 ກັນຍາ 2024 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ນຳເອົາເງິນ 30.000.000 ລ້ານກີບ ມອບໃຫ້ ກອງບັນຊາການທະຫານແຂວງຫຼວງນໍ້າທາ ເພື່ອນໍາໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມພາຍໃນແຂວງຫຼວງນ້ຳທາ.
ພິທີມອບ-ຮັບເງິນຈໍານວນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ຫ້ອງຮັບແຂກກອງບັນຊາການ ທະຫານແຂວງຫຼວງນ້ຳທາ. ຕາງໜ້າກ່າວມອບໂດຍ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງບໍ່ແກ້ວ, ພ້ອມດ້ວຍຄະນະ, ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າ ການ ເມືອງກອງບັນຊາການ ທະຫານແຂວງຫຼວງນ້ຳທາ, ພ້ອມດ້ວຍຄະນະ.
ທີ່ມາ: ໜັງສືພິມແຂວງບໍ່ແກ້ວ




