ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທັດ​ສະ​ນະ​ຂອງ​ທ່ານ​ ສີ​ຈິ້ນ​ຜິງ​ ກ່ຽວ​ກັບ​ຊາວ​ໜຸ່ມ ວັນ​ທີ 4 ພຶດ​ສະ​ພາ 2025 ເປັນ​ວັນ​ຊາວ​ໜຸ່ມ​​ຈີນ​ຄົບ​ຮອບ 76 ປີ.

May 7, 2025

ການ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຊາວ​ໜຸ່ມ, ການ​ບຳ​ລຸງ​ສ້າງຊາວ​ໜຸ່ມ​, ການ​ຮັກ​ແພງ​ຊາວ​ໜຸ່ມ ແລະ​ຝາກ​ຄວາມ​ຫວັງ​ໄວ້​ນຳ​ຊາວ​ໜຸ່ມ ​ແມ່ນ​ໄດ້​ສອດ​ຫ້ອຍ​ເຂົ້າ​ໃນ​ທັດ​ສະ​ນະ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ​​​ ປະ​ທານ​ປະ​ເທດ​ຈີນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ເພິ່ນ​ກ່າວ​ວ່າ: “ກ່ອນ​ ແລະ ​ຫຼັງວັນ​ທີ 4 ພຶດ​ສະ​ພາ​ແຕ່​ລະ​ປີ, ​ໄລ​ຍະເວ​ລາ​ນີ້ຂ້າ​ພະ​ເຈົ້າ​ແມ່ນ​ໃຫ້​ໄວ້​ສະ​ເພາະ​ກັບຊາວ​ໜຸ່ມ. ​”
ການ​ສູ້​ຊົນ ຄື ສີ​ສັນ​ພື້ນ​ຖາ​ນ​ອັນ​ໜັກ​ແໜ້ນ​ທີ່​ສຸດ​ຂອງ​ໄວ​ໜຸ່ມ.
ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ດຳເນີນການສູ້ຊົນ ຢ່າງກະຕືລືລົ້ນເທົ່ານັ້ນ, ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ດຳເນີນການບາກບັ່ນສູ້ຊົນ ຢ່າງໜຽວແໜ້ນເທົ່ານັ້ນ, ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ປະກອບສ່ວນເພື່ອປະຊາ ຊົນເທົ່ານັ້ນ ຈຶ່ງຈະສາມາດສ້າງຄວາມຊົງຈຳແຫ່ງໄວໜຸ່ມທີ່ມີຄຸນຄ່າເຕັມປ່ຽມ, ອົບອຸ່ນ, ຍືນຍົງ ແລະບໍ່ກິນແໜງ.”
ທ່ານ ສີຈິ້ນຜິງ ໃນໄວໜຸ່ມເຄີຍເປັນພະນັກງານລົງພື້ນຖານຢູ່ບ້ານຈ້າວເຈ່ຍເຫີ ແລະ ເຄີຍເປັນເລຂາໜ່ວຍພັກບ້ານຫຼຽງເຈ່ຍເຫີ ເມືອງຢຽນຊ່ວນ ແຂວງສ້ານຊີ່, ເພິ່ນເວົ້າຢ່າງກົງໄປກົງມາ ວ່າ: “ຊີວິດອັນຫຍຸ້ງຍາກລຳບາກຕະຫຼອດໄລຍະລົງ ພື້ນຖານຢູ່ຊົນນະບົດ ເປັນເວລາ 7 ປີ ເຮັດໃຫ້ຂ້າພະເຈົ້າໄດ້ຮັບການຝຶກຝົນ ຫຼໍ່ຫຼອມຢ່າງຫຼວງຫຼາຍ.”
  ປີ 1973, ທ່ານ​ ສີ​ຈິ້ນ​ຜິງ ທີ່​ມີ​ອາ​ຍຸ 20 ປີ​ ໄດ້​ຖືກ​ແຕ່ງ​ຕັ້ງ​ໄປ​ລົງ​ພື້ນ​ຖານ​ຢູ່​ບ້ານ​ຈ້າວ​ເຈ່ຍ​ເຫີ. ຕອນ​ກາງ​ເວັນ, ເພິ່ນ​ເປັນ​​ພະ​ນັກ​ງານການ​ນຳ​ທີ່​ໂຄ​ສະ​ນາ​ເຜີຍ​ແຜ່​ເນື້ອ​ໃຈ​ຈິດ​ໃຈ​ເອ​ກະ​ສານ​ການ​ເມືອງ, ນຳ​ໜ້າ​ພັດ​ທະ​ນາ​ການ​ຜະ​ລິດ ແລະ​ຍັງ​ເປັນ​ແຮງ​ງານ​ໜຸ່ມ​ແໜ້ນ​ເຂັ້ມ​ແຂງ​ທີ່​ສ້າງ​ເຂື່ອນ​ກັ້ນ​ດິນ​ເພື່ອ​ປູກ​ຕົ້ນ​ໄມ້; ຕອນ​ກາງ​ຄືນ, ເພິ່ນ​ເປັນ​ຄູ​ອາ​ຈານຢູ່ໂຮງຮຽນ​ປະ​ຊ​າ​ສຶກ​ສາເພື່ອຮັບ​ຜິດ​ຊອບ​ສອນ​ຊາວ​ບ້ານຂຽນ​ຊື່​ຂອງ​ຕົນ​ພາຍໃຕ້ແສງ​ຕະ​ກຽງ.
ຢູ່​ບ້ານ​ຫຼຽງ​ເຈ່ຍ​ເຫີ, ເມື່ອ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ນ້ຳ​ດື່ມ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ນຳ​ພາ​ຊາວ​ບ້ານ​ຂຸດນ້ຳ​ສ້າງ; ​ຊາວ​ບ້ານ​ຂາດເຄື່ອງ​ມື​ອອກ​ແຮງ​ງານ​ເຊັ່ນ: ກ່ຽວ, ຈົກ, ຊວ້ານ ແລະ​ອື່ນໆ, ເພິ່ນ​ກໍ​ນຳ​ພາ​ຊາວ​ບ້ານ​ສ້າງ​ສະ​ຫະ​ກອນ​ຕີ​ເຫຼັກ; ເມື່ອເນື້ອທີ່​ດິນ​ປູກ​ຝັງ​ບໍ່​ພຽງ​ພໍ, ເພິ່ນ​ກໍໄດ້​ນຳ​ພາ​ຊາວ​ບ້ານ​ສ້າງ​ເຄື່ອນ​ກັ້ນ​ດິນ​ເພື່ອ​ບຸກ​ເບີກເນື້ອທີ່ດິນ​ປູກ​ຝັງ; ນອກ​ນີ້, ຍັງ​ໄດ້​ສ້າງ​ຕັ້ງ​ສະ​ຫະ​ກອນ​ຕັດ​ຫຍິບ, ຫ້ອງ​ໂມ້​, ຮ້ານ​ຄ້າ​ຕົວ​ແທນ​ຈຳ​ໜ່າຍ​ ແລະ​ອື່ນໆ.
ຊາວ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ ໄດ້​ຫວນ​ຄືນ​ຫຼັງ​ວ່າ: “ຈິ້ນ​ຜິງ​ບໍ່​ໄດ້​ເຮັດ​ແບບ​ລັດ​ທິ​ຮູບ​ການ, ຫາກ​ແມ່ນມຸ່ງ​ໝັ້ນ​ເຮັດ​ໃນ​ສິ່ງ​ທີ່ສຳ​ຄັນ​ຍິ່ງ, ເຮັດ​ໃນ​ສິ່ງ​ທີ່​ມີ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່ປະ​ຊາ​ຊົນ.”
ຕາມ​ທ່ານ ​ສີ​ຈິ້ນ​ຜິງ ​ເຫັນ​ວ່າ: “ສູ້​ຊົນ​ຮ່ວມ​ກັນ​ກັບ​ປະ​ຊາ​ຊົນ, ​ຊີ​ວິດໄວ​ໜຸ່ມ​ຈຶ່ງ​ຈະ​ມີ​ຄວາມ​ສະ​ຫງ່າ​ລາ​ສີ, ກ້າວ​ໄປ​ຂ້າງ​ໜ້າ​ພ້ອມ​ກັບ​ປະ​ຊາ​ຊົນ, ​ຊີ​ວິດໄວ​ໜຸ່ມ​ຈຶ່ງ​ຈະ​ສະ​ຫງ່າ​ຜ່າ​ເຜີຍ, ​ມີ​ຄວາມ​ຝັນຮ່ວມ​ກັບ​ປະ​ຊາ​ຊົນ, ຊີ​ວິດ​ໄວ​ໜຸ່ມ​ຈຶ່ງ​ຈະ​ບໍ່​ມີ​ຄວາມ​ກິນ​ແໜງ.”
ທ່ານ ​ສີ​ຈິ້ນ​ຜິງ​ ​ເຄີຍກ່າວ​ວ່າ: “ໄວ​ໜຸ່ມ​ຄື​ກຸ່ມ​ຄົນ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ, ມີ​ຄວາມ​ປະ​ດິດ​ສ້າງ​ຫຼາຍ​ທີ່​ສຸດ​ໃນ​ສັງ​ຄົມ, ສົມ​ຄວນ​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ແຫ່ງ​ການ​ປະ​ດິດ​ສ້າງ”
ຊາວ​ໜຸ່ມ​ເປັນ​ຜູ້​ທີ່ມີ​ການ​ພັດ​ທະ​ນາ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ຄວາມກະ​ຕື​ລື​ລົ້ນ​ຫຼາຍ​ທີ່​ສຸດ​ໃນ​ດ້ານ​ການ​ປະ​ດິດ​ສ້າງ ແລະ​ມີ​ແຮງ​ຂັບ​ເຄື່ອນ​ຫຼາຍ​ທີ່​ສຸດ​ໃນ​ການ​ປະ​ດິດ​ສ້າງ.
ວັນ​ທີ 4 ພຶດ​ສະ​ພາ 2013 ເຊິ່ງ​ເປັນ​ວັນ​ຊາວ​ໜຸ່ມ​ຈີນ​, ທ່ານ ​ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ​ຈີນ​ ຂອງ​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ​ຈີນ ​ເພື່ອ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ​ຈີນ​ຂອງ​ສະ​ຖາ​ບັນ​ດັ່ງ​ກ່າວ​ພາຍ​ໃຕ້​ຫົວ​ຂໍ້ “ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ, ໄວ​ໜຸ່ມ​ກ້າ​ແບກ​ຫາບ”, ໂດຍ​ ​ເພິ່ນໄດ້​ໂອ້​ລົມ​ສົນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ຊາວ​ໜຸ່ມ​ດີ​ເດັ່ນ​ວົງ​ການ​ຕ່າງໆ.
ເພິ່ນ​ກ່າວ​ວ່າ: “ຊາວ​ໜຸ່ມ​ທັງ​ຫຼາຍ​ຕ້ອງ​ກ້າ​ປະ​ດິດ​ສ້າງ. ການ​ປະ​ດິດ​ສ້າງ​ຄື​ຂໍ​ກຸນ​ແຈ​ສຳ​ຄັນ​ແຫ່ງ​ຄວາມ​ກ້າວ​ໜ້າ​ຂອງ​ຊາດ, ເປັນ​ບໍ່​ເກີດ​ພະ​ລັງ​ແຮງ​ທີ່​ບໍ່​ເຫືອດ​ແຫ້ງ​ສຳ​ລັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ໜຶ່ງ, ທັງ​ເປັນ​ພອນ​ສະ​ຫວັນ​ທີ່​ເລິກ​ເຊິ່ງ​ທີ່​ສຸດ​ຂອງ​ປະ​ຊາ​ຊາດ​ຈີນ, ດັ່ງ​ຄຳ​ບູ​ຮານ​ວ່າ: ‘ຫາກຄົນໆ​ໜຶ່ງສາ​ມາດ​ປັບປ່ຽນ​ໃໝ່ໄດ້ມື້​ໜຶ່ງ, ກໍ​ຄວນ​ປັບ​ປ່ຽນ​ໃໝ່ໃນ​ທຸກໆ​ມື້ ​ແລະ​ຮັກ​ສາ​ການ​ປັບ​ປ່ຽນໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.’”.
ຫຼັງ​ຈາກ​ນັ້ນ 9 ປີ, ຄະ​ນະ​ຊາວ​ໜຸ່ມ​ກໍ່​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ​ຈີນ​ ໄດ້​ຂຽນ​ຈົດ​ໝາຍ​ໄປ​ເຖິງ​ທ່ານ​ສີ​ຈິ້ນ​ຜິງ ໂດຍ​ຕາງ​ໜ້າ​ໃຫ້​ຊາວ​ໜຸ່ມ 80.000 ຄົນ ຂອງ​ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ​ ລາຍ​ງານ​ສະ​ພາບ​ການ​ກ່ຽວ​ກັບ​ການ​ກ້າ​ແບກ​ຫາບ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ​ການ​ບິນ​ອະ​ວະ​ກາດ​ໃນ​ຕະ​ຫຼອດ​ໄລ​ຍະ 9 ປີ​ຜ່ານ​ມາ, ພ້ອມ​ທັງ​ສະ​ແດງ​ຄວາມ​ໝາຍ​ໝັ້ນ​ອັນ​ເດັດ​ດ່ຽວ ໃນ​ການ​ຮ່ວມ​ກັນ​ສູ້​ຊົນ​ເພື່ອ​ສ້າງ​ສາ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ບິນ​ອະ​ວະ​ກາດ.
ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ຕອບ​ຄືນ​ຈົດ​ໝາຍ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ດັ່ງ​ກ່າວ ເຊິ່ງ​ມີ​ເນື້ອ​ໃນ​ບາງ​ຕອນ​ຂຽນ​​ວ່າ: “ໄລ​ຍະ​ເວ​ລາ 9 ປີ​ຜ່ານ​ມາ​ນີ້, ຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ ‘ທ່ຽນ​ກົ່ງ’, ລະ​ບົບ​ດາວ​ທຽມນຳ​ທາງ​ ‘ເປີຍ​ໂຕ’, ຍານ​ສຳ​ຫຼວດດວງ​ຈັນ ‘ສາງ​ເອີ’ ຕະ​ຫຼອດ​ຮອດ ຍານ​ອະ​ວະ​ກາດ​ໂມ​ດູນ​ແກນ​ກາງ ‘​ທ່ຽນ​ເຫີ’, ຍານ​ສຳ​ຫຼວດ​ດາວ​ອັງ​ຄານ ‘​ທ່ຽນ​ເວີ້ນ’ ແລະ ດາວ​ທຽມ​ສຳ​ຫຼວດດວງ​ອາ​ທິດ ‘ຊີ່​ເຫີ’, ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ ໄດ້​ສ້າງ​​ປະ​ຫວັດ​ສາດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຊາວ​ໜຸ່ມ​ທີ່​ເຮັດ​ວຽກ​ການ​ບິນ​ອະ​ວະ​ກາດ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ແບກ​ຫາບ​ໜ້າ​ທີ່​ອັນ​ໜັກ​ໜ່ວງ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ໂສມ​ໜ້າ ​ແລະ​ຈິດ​ໃຈ​ບຸກ​ບືນ​ກ້າວ​ໜ້າ​ຂອງ​ຊາວ​ໜຸ່ມ​ຈີນ​​ໃນຍຸກ​ໃໝ່.”
ຈົດ​ໝາຍ​ຕອບຂອງ​ທ່ານ ​ສີ​ຈິ້ນ​ຜິງ​ ໄດ້​ເປັນກຳ​ລັງ​ໃຈໃຫ້​​ແກ່​​ພະ​ນັກ​ງານ​ໜຸ່ມທີ່​ເຮັດ​ວຽກ​ການ​ບິນ​ອະ​ວະ​ກາດ​ທັງ​ຫຼາຍ​ຈົ່ງ​ກ້າ​ປະ​ດິດ​ສ້າງ​ ແລະ​ບຸກ​ທະ​ລຸ, ສ້າງ​ຜົນ​ງານ​ອັນ​ສະ​ຫງ່າ​ລາ​ສີ​ບົນ​ເສັ້ນ​ທາງ​ແຫ່ງ​ການ​ໄລ່​ລ່າ​ຄວາມ​ຝັນ​ຢູ່​ອະ​ວະ​ກາດ. ​
ຕໍ່​ກັບ​ກຸ່ມ​ຄົນ​ຊາວ​ໜຸ່ມ, ເພິ່ນເຄີຍ​​ໃຫ້​ທັດ​ສະ​ນະ​ວ່າ: “ຄວາມ​ຫວັງ​ຂອງຊາດ​ຂຶ້ນ​ກັບ​ຊາວ​ໜຸ່ມ, ອະ​ນາ​ຄົດ​ຂອງຊາດ​ຂຶ້ນ​ກັບ​ຊາວ​ໜຸ່ມ.”