ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງດ່ວນວັງວຽງ–ຫຼວງພະບາງ ສໍາເລັດການສໍາຫຼວດອອກແບບເບື້ອງຕົ້ນ

Apr 25, 2024

ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງໂຍທາທິ ການແລະຂົນສົ່ງ (ຍທຂ) ລາຍງານໃນກອງປະຊຸມສະຫຼຸບວຽກງານ ຍທຂ ປະຈໍາປີ 2023 ຜ່ານມາວ່າ: ໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນຫາບໍ່ເຕັນ ໄດ້ແບ່ງອອກເປັນ 4 ໄລຍະ ຄື: ໄລຍະທີ 1 ນະຄອນຫຼວງວຽງຈັນ–ວັງວຽງ ລວງຍາວ 109 ກິໂລແມັດ ໄດ້ສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການຕັ້ງແຕ່ປີ 2021 ເປັນຕົ້ນມາ. ສ່ວນໄລຍະທີ 2 ວັງວຽງ ຫາ ຫຼວງພະບາງ ໄດ້ສໍາເລັດໂດຍພື້ນຖານໃນການສໍາຫຼວດອອກແບບເບື້ອງຕົ້ນ; ໄລຍະທີ 3 ຫຼວງພະບາງຫາອຸດົມໄຊ ຢູ່ໃນຂັ້ນຕອນພິຈາລະນາບົດບັນທຶກຮ່ວມມືພັດທະນາກັບຜູ້ລົງທຶນ ແລະ ໄລຍະທີ 4 ອຸດົມໄຊຫາບໍ່ເຕັນ ໄດ້ເຊັນບົດບັນທຶກ MOU ຮ່ວມກັບບັນດາບໍລິສັດທີ່ຈະມາພັດທະນາ ຊຶ່ງເຫັນດີຕໍ່ອາຍຸ MOU ແລະກໍາລັງຢູ່ໃນຂັ້ນຕອນພິຈາລະນາປັບປຸງ MOU ກັບຜູ້ລົງທຶນ.
ມາຮອດປັດຈຸບັນ, ເສັ້ນທາງດ່ວນວຽງຈັນ-ວັງວຽງ ໄດ້ຮັບຄວາມນິຍົມຫຼາຍຈາກສັງຄົມ ເພາະຫຍໍ້ເວລາເດີນທາງລະຫວ່າງ ນະຄອນຫຼວງວຽງຈັນ ແລະສະຖານທີ່ທ່ອງທ່ຽວວັງວຽງ ຈາກ 3 ຊົ່ວໂມງເຄິ່ງ ເຫຼືອພຽງ 1 ຊົ່ວໂມງ. ນອກນັ້ນ, ເສັ້ນທາງ​​ສາຍ​ນີ້ຍັງ​ເປັນ​ທາງ​ດ່ວນ​ສາຍ​ທຳ​ອິດ​ຂອງ​ ສປປ ລາວ ​ທີ່​ໄດ້​ຮັບ​ການ​ຮ່ວມ​ມື​ໂດຍ​ລັດຖະບານ​ລາວ​ ແລະກຸ່ມ​ບໍລິສັດ​ກໍ່ສ້າງ ​ແລະ ​ການ​ລົງທຶນ​ຢຸນນານ​ຂອງ​ ສປຈີນ (YCIH).
ຂໍ້ມູນ: ໜັງສືພິມວຽງຈັນທາຍ
May be an image of ‎road, horizon and ‎text that says '‎Kar aTpaHaл 108 บ่เติบ BOTEN ทูองพะบา LUANGPRABANG لا อังจาง M. VANGVIENG‎'‎‎