ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງ​ລົດ​ໄຟ​ລາວ-ຈີນ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຫຼາຍ​ກວ່າ 50 ລ້ານ​ເທື່ອ​ຄົນ

Mar 28, 2025

ທາງ​ລົດ​ໄຟ​ລາວ-ຈີນ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຫຼາຍ​ກວ່າ 50 ລ້ານ​ເທື່ອ​ຄົນ
ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ສາ​ຂາ​ຄຸນ​ໝິງເປີດ​ເຜີຍ​ໃຫ້​ຮູ້​ວ່າ: ນັບ​ແຕ່​ທາງ​ລົດ​ໄຟ​ລາວ​-ຈີນ​ເປີດ​ບໍ​ລິ​ການ​ເປັນ​ຕົ້ນ​ມາ, ມາ​ຮອດ​ວັນ​ທີ 28 ມີ​ນາ​ນີ້, ລວມ​ແລ້ວ​ໄດ້​ແລ່ນຂະ​ບວນ​ລົດ​ໄຟ​ໂດຍ​ສານ 71.000 ຂະ​ບວນ, ຂົນ​ສົ່ງ​ຜູ້​ໂດຍ​ສານ​ຫຼາຍກວ່າ 50 ລ້ານ​ເທື່ອ​ຄົນ, ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 480.000 ກວ່າ​ຄົນ​ທີ່​ມາ​ຈາກ 112 ປະ​ເທດ​ ແລະ ເຂດ​ແຄວ້ນໃນ​ໂລກ​ຂີ່​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ເດີນ​ທາງ​ຂ້າມ​ຊາຍ​ແດນ. ເຊິ່ງໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ ​ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ພາກ​ພື້ນ.
ນັບແຕ່ຕົ້ນ​ປີ​ນີ້​​ມາ, ທາງ​ລົດ​ໄຟ​ລາວ​-ຈີນ​ລວມແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ 5.400.000 ເທື່ອ​ຄົນ, ສະ​ເລ່ຍ​ແລ້ວ​ໄດ້​ຂົ​ນ​ສົ່ງ​ຜູ້​ໂດຍ​ສານ 62.000 ເທື່ອ​ຄົນ​ຕໍ່​ມື້; ໃນ​ນັ້ນ​ມີ​ຜູ້​ໂດຍ​ສານ​ຂ້າມ​​ຊາຍ​ແດນ​ຫຼາຍກວ່າ 82.000 ເທື່ອ​ຄົນ, ຜູ້​ໂດຍ​ສານ​ຂ້າມ​ຊາຍ​ແດນ​ສະ​ເລ່ຍ​ຫຼາຍກວ່າ 1.000 ​ເທື່ອຄົນ​ຕໍ່​ມື້, ແລະ ສູງ​ສຸດ​ 1.300 ເທື່ອ​ຄົນຕໍ່​ມື້.
ທີ່ມາ: CMG