ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງລົດໄຟລາວ-ຈີນ ຈັດກອງປະຊຸມສາມຝ່າຍຈີນ, ລາວ ແລະ ໄທ ເພື່ອຮ່ວມກັນປຶກສາຫາລືພັດທະນາການຂົນສົ່ງສິນຄ້າຂ້າມແດນ ຜ່ານທາງລົດໄຟຈີນ-ລາວ-ໄທ.

Mar 20, 2025

ໃນວັນທີ 18 ມີນາ ທີ່ຜ່ານມາ ທາງລົດໄຟລາວ-ຈີນ ໄດ້ຈັດກອງປະຊຸມປຶກສາຫາລືສາມຝ່າຍຈີນ, ລາວ ແລະ ໄທ ຂຶ້ນທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານ ໂດຍທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຍັງມີ ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການລັດວິສາຫະກິດ ລົດໄຟແຫ່ງຊາດລາວ ແລະ ທ່ານ ວີລິດ ອໍາລະປານ ຜູ້ວ່າການລົດໄຟແຫ່ງປະເທດໄທ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືການຍົກລະດັບປະສິດທິພາບການຂົນສົ່ງສິນຄ້າລະຫວ່າງສາມຝ່າຍ, ໂດຍສະເພາະແມ່ນການຊຸກຍູ້ເປີດຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທ ແລະ ມາເລເຊຍ, ເຮັດໃຫ້ມີການເຊື່ອມຈອດ ແລະ ມີປະສິດທິພາບສູງກວ່າເກົ່າ ເຊິ່ງສາມຝ່າຍຈະໄດ້ຈັດແຜນການ, ສ້າງກົນໄກການບໍລິຫານ ແລະ ສ້າງກົນໄກການປະສານງານຮ່ວມກັນ.
ນອກຈາກນີ້, ຍັງໄດ້ຮ່ວມກັນຫາລືແນວທາງການແກ້ໄຂບັນຫາຈຸດປ່ຽນຖ່າຍວຽງຈັນໃຕ້ ເພື່ອຮອງຮັບການຂົນສົ່ງໝາກໄມ້ທີ່ໃກ້ຈະມາເຖິງນີ້. ພ້ອມດຽວກັນນັ້ນ, ຍັງໄດ້ຫາລືຊຸກຍູ້ການກໍ່ສ້າງທາງລົດໄຟລາງມາດຕະຖານ 1,435 ແມັດ ເຊື່ອມຕໍ່ລະຫວ່າງລາວ ແລະ ໄທ ເພື່ອຍົກລະດັບການຂົນສົ່ງສິນຄ້າຂ້າມແດນລະຫວ່າງ ລາວ-ໄທ ໃຫ້ມີປະສິດທິຜົນສູງກວ່າເກົ່າ.
ຫຼັງກອງປະຊຸມ ສາມຝ່າຍຍັງໄດ້ຮ່ວມກັນລົງຢ້ຽມຢາມສຶກສາວຽກງານການຂົນສົ່ງສິນຄ້າຢູ່ທີ່ ສະຖານີດ່ານຂົນສົ່ງສິນຄ້າລົດໄຟວຽງຈັນໃຕ້ ແລະ ສະຖານີລົດໄຟທ່ານາແລ້ງ ເພື່ອລົງເລິກໃນລາຍລະອຽດກ່ຽວກັບຂັ້ນຕອນການຂົນສົ່ງສິນຄ້າຜ່ານແດນ, ສິ່ງອໍານວຍຄວາມສະດວກຂອງລົດໄຟລາວ-ຈີນ ເຊິ່ງເປັນສູນກາງການຂົນສົ່ງລະຫວ່າງລາວ-ຈີນ ແລະ ລາວ-ໄທ.
ກອງປະຊຸມໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນຂອງທາງລົດໄຟລາວ-ຈີນ ໃນການທີ່ຈະພັດທະນາເຄືອຂ່າຍການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງຈີນ, ລາວ ແລະ ໄທ, ພ້ອມສ້າງທາງລົດໄຟລາວ-ຈີນ ໃຫ້ກາຍເປັນສູນກາງເຊື່ອມຈອດລະຫວ່າງອາຊຽນ ກັບ ສປ ຈີນ.
ທີ່ມາ: LCR