ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງລົດໄຟລາວ-ຈີນ ບັນລຸປີແຫ່ງຄວາມປອດໄພປີທີ 3

Jan 2, 2025

ໃນວັນທີ 1 ມັງກອນ 2025 ເວລາ 00:00, ພາຍໃຕ້ຄວາມພະຍາຍາມຢ່າງບໍ່ລົດລະ, ຄວາມເສຍສະຫຼະຂອງພະນັກງານທາງລົດໄຟລາວ-ຈີນຫມົດທຸກຄົນ,ໂດຍຖືເອົາ “ຄວາມປອດໄພຂອງຜູ້ໂດຍສານມາເປັນລຳດັບທີໜຶ່ງ” ໃນການຈັດຕັ້ງປະຕິບັດວຽກ ງານ, ທາງລົດໄຟລາວ-ຈີນໄດ້ບັນລຸປີແຫ່ງຄວາມປອດໄພເປັນປີທີ 3 ຢ່າງຈົບງາມ ນັບແຕ່ເປີດດຳເນີນງານເປັນຕົ້ນມາ ເຊິ່ງເປັນ ການວາງພື້ນຖານອັນໜັກແໜ້ນ ແລະ ເປັນແມ່ແບບໃຫ້ແກ່ການ ເລີ່ມຕົ້ນທີ່ດີໃນປີ 2025.
ໃນໄລຍະປີຜ່ານມາ, ທາງລົດໄຟລາວ-ຈີນພວກເຮົາໄດ້ເພີ່ມທະວີການຄຸ້ມຄອງບຳລຸງຮັກສາ ເພື່ອຮັບປະກັນຄວາມປອດໄພໃນການແລ່ນລົດ. ເພີ່ມທະວີການກວດກາ, ບຳລຸງຮັກສາ ແລະ ຄຸ້ມຄອງພື້ນຖານໂຄງລ່າງ, ລົງເລິກວຽກງານປ້ອງກັນໄພພິບັດທາງທໍາມະຊາດເຊັ່ນ: ໄພນໍ້າຖ້ວມ, ດິນເຈື່ອນ, ແຜ່ນດິນໄຫວ, ໄຟປ່າ ແລະ ອື່ນໆ, ຮັບປະກັນຄຸນນະພາບຂອງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃຫ້ຢູ່ໃນສະພາບທີ່ດີຢູ່ສະເໝີ, ນຳໃຊ້ເຕັກ ນິກວິທະຍາສາດ ແລະ ອຸປະກອນທີ່ທັນສະໄຫມເຂົ້າໃນການປົກ ປັກຮັກສາຄວາມປອດໄພຂອງທາງລົດໄຟຢ່າງຮອບດ້ານ.
ນອກນີ້, ກໍສົມທົບກັບພາກສ່ວນກ່ຽວຂ້ອງຂອງລັດຖະບານ ສ້າງກົນໄກຮ່ວມມືປ້ອງກັນຄວາມສະຫງົບທາງລົດໄຟ, ເຜີຍແຜ່ຄວາມຮູ້ ແລະ ຄວາມສໍາຄັນທາງດ້ານຄວາມປອດໄພທາງລົດໄຟໃຫ້ແກ່ປະຊາຊົນລຽບຕາມແລວທາງລົດໄຟ. ທັງໝົດເຫຼົ່ານີ້ລ້ວນເປັນຫົວໃຈສຳຄັນທີ່ເຮັດໃຫ້ການດຳເນີນງານຂອງທາງລົດໄຟມີຄວາມປອດໄພຕະຫຼອດໄລຍະປີຜ່ານມາ.
ຜົນສໍາເລັດໃນການດໍາເນີນງານຂອງທາງລົດໄຟໃນໄລຍະທີ່ຜ່ານມາ, ປາສະຈາກບໍ່ໄດ້ການສະໜັບສະໜູນຈາກປະຊາຊົນລາວທຸກຄົນ ແລະ ຜຸ້ໂດຍສານທັງພາຍໃນ-ຕ່າງປະເທດທີ່ເຊື່ອໝັ້ນທາງລົດໄຟລາວ-ຈີນຕະຫຼອດມາ. ໃນປີ 2025 ບໍລິສັດທາງລົດ ໄຟລາວ-ຈີນ ຈໍາກັດ ຈະສືບຕໍ່ຄຸ້ມຄອງບໍາລຸງຮັກສາ ແລະ ດໍາເນີນງານທາງລົດໄຟລາວ-ຈີນໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ, ສືບ ຕໍ່ກໍ່ສ້າງທາງລົດໄຟລາວ-ຈີນໃຫ້ເປັນເສັ້ນທາງແຫ່ງການພັດທະ ນາ, ເສັ້ນທາງແຫ່ງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນສອງຊາດລາວ-ຈີນ, ຍົກສູງຄຸນນະພາບການບໍລິ ການຂົນສົ່ງຜູ້ໂດຍສານ-ຂົນສົ່ງສິນຄ້າໃຫ້ພົ້ນເດັ່ນ, ສືບຕໍ່ອຳນວຍຄວາມສະດວກໃຫ້ການເດີນທາງຂອງປະຊາຊົນ, ຊຸກຍູ້ການທ່ອງ ທ່ຽວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.