ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງລົດໄຟລາວ-ຈີນ ຮ່ວມແຮງຮ່ວມໃຈຕ້ານໄພໜາວ

Jan 22, 2025

ໃນວັນທີ 15-16 ມັງກອນ 2025, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ນໍາໂດຍ ທ່ານ ລີຈຽງຈົງ ຮອງຜູ້ອຳນວຍການໃຫຍ່ ໄດ້ນຳເອົາຜ້າຫົ່ມ 600 ຜືນ ແລະ ເສື້ອກັນໜາວ 200 ຜືນໄປມອບໃຫ້ໂຮງຮຽນປະຖົມບ້ານດອນສຳພັນ, ໂຮງຮຽນປະຖົມບ້ານປ່າປົວະ, ໂຮງຮຽນປະຖົມບ້ານຫ້ວຍຫ້ອມ, ໂຮງຫມໍເມືອງ ແລະ ໂຮງຫມໍແຂວງຫຼວງນໍ້າທາ ເພື່ອມອບໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນໄລຍະປີຜ່ານມາ ໂດຍສະເພາະແມ່ນນັກຮຽນ ແລະ ເດັກນ້ອຍ ຜູ້ເປັນອະນາຄົດຂອງຊາດ ໂດຍທີ່ຜ່ານມາທາງລົດໄຟລາວ-ຈີນ ໄດ້ມີການຈັດຊື້ ແລະ ລໍາລຽງຂົນສົ່ງເຄື່ອງຊ່ວຍເຫຼືອປະເພດອາຫານແຫ້ງ, ອາຫານສຳເລັດຮູບ, ນ້ຳດື່ມ ແລະ ອຸປະກອນການຮຽນການສອນ ໄປມອບໃຫ້ນ້ອງນັກຮຽນ ແລະ ຄູອາຈານທີ່ຢູ່ເຂດຫ່າງໄກສອກຫຼີກແຂວງຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.
ນອກຈາກມອບຄວາມອົບອົບໃຫ້ນ້ອງນັກຮຽນແລ້ວ ທາງລົດໄຟລາວ-ຈີນ ຍັງຖືໂອກາດລົງພື້ນທີ່ເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບການຊ່ວຍກັນປົກປັກຮັກສາທາງລົດໄຟແກ່ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນນຳອີກດ້ວຍ.
ນອກຈາກມອບເຄື່ອງຕ້ານໄພໜາວໃຫ້ນ້ອງນັກຮຽນແລ້ວ, ທາງລົດໄຟລາວຈີນຍັງໄດ້ປະກອບສ່ວນອໍານວຍຄວາມສະດວກໃຫ້ອົງການພຣະພູດທະສາສະນາສັມພັນ ແຫ່ງ ສປປ ລາວ ໃນການຂົນສົ່ງເຄື່ອງຊ່ວຍເຫຼືອຕ້ານໄພໜາວໄປແຂວງຫຼວງນໍ້າທາໂດຍບໍ່ໄດ້ເສຍຄ່າ ໃນນັ້ນມີຜ້າຫົ່ມ 1300 ຜືນ, ໝອນ 100 ອັນ, ປື້ມຂຽນ 18 ເປົາ, ບິກສໍ 1 ເປົາ, ໝີ່ໄວໆ 10 ແກັດໃຫຍ່ ແລະ ຖ້ວຍບ່ວງ 7 ແກັດ, ທັງໝົດນີ້ຈະນຳໄປມອບໃຫ້ພໍ່ແມ່ປະຊາຊົນຕາມບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາຢູ່ແຂວງຫຼວງນໍ້າທາ.
ໃນໄລຍະຜ່ານມາໂດຍສະເພາະແມ່ນໄລຍະທີ່ແຂວງຫຼວງນໍ້າທາປະສົບໄພນໍ້າຖ້ວມ ທາງລົດໄຟລາວ-ຈີນໄດ້ປະກອບສ່ວນຢ່າງສຸດຂີດໃນການຊ່ວຍເຫຼືອຟຶ້ນຟູຄືນໃຫມ່ຫຼັງໄພພິບັດ ໂດຍໄດ້ອໍານວຍຄວາມສະດວກນໍາສົ່ງເຈົ້າຫນ້າທີ່, ໜ່ວຍກູ້ໄພ ແລະ ອົງກອນຊ່ວຍເຫຼືອຕ່າງໆ ໄປຊ່ວຍເຫຼືອແຂວງຫຼວງນໍ້າທາ ໂດຍບໍ່ເສຍຄ່າໄດ້ທັງຫມົດ 1136 ເທື່ອຄົນ, ຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກໄດ້ທັງຫມົດ 6327 ເປົາ/ແກັດ ລວມນໍ້າໜັກ 25387 ກິໂລ ແລະ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ມາຈາກ 67 ຫົວຫນ່ວຍງານ, ໃນນັ້ນຈາກພາກລັດລາວ 18 ອົງກອນ, ພາກລັດຈີນ 2 ອົງກອນ ໄດ້ຈໍານວນ 22 ຂະບວນລົດໄຟ ລວມເປັນຈໍານວນ 34 ຕູ້ຄອນເທັນເນີ ແລະ ຂົນສົ່ງເຄື່ອງໃຊ້ໃນຊີວິດປະຈຳວັນອີກຈໍານວນ 447.1 ໂຕນ.