ທາງລົດໄຟສາຍໜຶ່ງໄດ້ປ່ຽນແປງຊີວິດຂອງຊາວໜຸ່ມປະເທດໜຶ່ງ!
ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ນະຄອນຄຸນໝິງ ສປ ຈີນ ແລະນະຄອນຫຼວງວຽງຈັນ ສປປ ລາວ, ມີຄວາມຍາວທັງໝົດ 1.035 ກິໂລແມັດ, ເປັນທາງລົດໄຟສາກົນສາຍທຳອິດທີ່ນຳໃຊ້ເຕັກນິກແລະອຸປະກອນຂອງຈີນທັງໝົດ ແລະໄດ້ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຈີນໂດຍກົງ. ທາງລົດໄຟຈີນ-ລາວປຽບເໝືອນຂົວມິດຕະພາບທີ່ເຊື່ອມຕໍ່ສອງປະເທດຈີນ ແລະລາວຢ່າງແໜ້ນແຟ້ນ. ໃນຂະນະດຽວກັນ, ທາງລົດໄຟສາຍນີ້ກໍໄດ້ເຮັດໃຫ້ຊາວໜຸ່ມລາວຫຼາຍຄົນສາມາດ “ບັນລຸຄວາມຝັນຂອງຕົນ”, ເຮັດໃຫ້ຊາວໜຸ່ມເຫຼົ່ານີ້ມີຊີວິດທີ່ບໍ່ທຳມະດາ.

ທ້າວ ຄຳສີ ຫັດສະຈັນ ເກີດຢູ່ໃນເຂດພູດອຍທາງພາກເໜືອຂອງລາວ. ປັດຈຸບັນ ໄດ້ເຮັດວຽກຢູ່ສະໜາມຂົນຖ່າຍສິນຄ້າຂອງສະຖານີຫຼວງພະບາງຕາມທາງລົດໄຟຈີນ-ລາວໂດຍຮັບຜິດຊອບວຽກງານຈັດສັນການຂົນຖ່າຍສິນຄ້າ. ເຊິ່ງທ້າວ ຄຳສີ ຫັດສະຈັນ ໄດ້ເຮັດວຽກຢູ່ແຫ່ງນີ້ເປັນເວລາເກືອບ 3 ປີແລ້ວ ແລະໄດ້ບັນລຸຄວາມຝັນທີ່ຢາກສ້າງເຮືອນໃໝ່ຢູ່ບ້ານເກີດຂອງຕົນ. ພາຍຫຼັງສ້າງເຮືອນໃໝ່ສຳເລັດແລ້ວ, ທ້າວຄຳສີ ຈະກັບໄປຢາມຄອບຄົວ ຢູ່ບ້ານເກີດທຸກວັນພັກທ້າຍສັບປະດາ ແລະເຮັດວຽກຊ່ວຍພໍ່ແມ່ຕາມຄວາມສາມາດຂອງຕົນ. ຄອບຄົວນີ້ທີ່ຢູ່ເຂດພູດອຍມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. ພາຍຫຼັງສ້າງເຮືອນໃໝ່ສຳເລັດແລ້ວ, ທ້າວ ຄຳສີ ໄດ້ຊື້ດິນຕອນໜຶ່ງຢູ່ນະຄອນຫຼວງພະບາງດ້ວຍເງິນສ່ວນເຫຼືອຂອງຕົນ. ປະຈຸບັນ ລາວກຽມຈະສ້າງເຮືອນຢູ່ນະຄອນຫຼວງພະບາງ ຈະຮັບເອົາເມຍແລະລູກມາຢູ່ນະຄອນຫຼວງພະບາງຮ່ວມກັນ.
ອີກຜູ້ໜຶ່ງຄື ນາງ ສີດາ ແພງພົງສະຫວັນ ປີນີ້ອາຍຸໄດ້ 25 ປີ, ເປັນນາຍຊ່າງສ້ອມແປງຕາມທາງລົດໄຟຈີນ-ລາວ, ຕົ້ນຕໍຮັບຜິດຊອບການບົວລະບັດຮັກສາຫົວຈັກລົດໄຟຟ້າຕອນພາຍໃນປະເທດລາວ. ນາງສີດາ ແພງພົງສະຫວັນ ຢາກໄປເບິ່ງໂລກພາຍນອກທີ່ສຸດຕັ້ງແຕ່ນ້ອຍ. ປີ 2015, ນາງ ສີດາ ອາຍຸ ໄດ້16 ປີ ໄດ້ຍິນວ່າ, ຈີນຈະມາສ້າງທາງລົດໄຟຢູ່ປະເທດລາວ, ເລີຍຕັດສິນໃຈຮຽນພາສາຈີນເພື່ອຈະໄດ້ໄປເຮັດວຽກຢູ່ຕາມທາງລົດໄຟຈີນ-ລາວ. ພາຍຫຼັງມາ, ນາງໄດ້ໄປຮຽນຢູ່ວິທະຍາໄລເຕັກນິກວິຊາຊີບວິສະວະກຳເຄື່ອງຈັກເອເລັກໂຕຣນິກຢຸນນານ, ນາງໄດ້ຮັບສະໝັກເປັນພະນັກງານຊຸດທຳອິດຂອງທາງລົດໄຟຈີນ-ລາວ ພາຍຫຼັງຮຽນຈົບຈາກວິທະຍາໄລດັ່ງກ່າວ. ໃນຖານະເປັນນາຍຊ່າງສ້ອມແປງຫົວຈັກລົດໄຟ, ນາງຮູ້ສຶກພາກພູມໃຈຫຼາຍ. ນາງເຫັນວ່າ, ເພດຍິງບໍ່ຄວນຖືກຈຳກັດໃນດ້ານການຊອກວຽກເຮັດງານທຳ, ບໍ່ຄວນນຸ່ງແຕ່ສິ້ນນັ່ງເຮັດວຽກໃນຫ້ອງການເທົ່ານັ້ນ.
ທ້າວວຽງໄຊ ພຸດທະວົງ ເຄີຍໄປຮຽນຢູ່ຈີນເມື່ອ 7 ປີກ່ອນ.ຍ້ອນວ່າມັກວັດທະນະທຳຈີນຫຼາຍ, ລາວເລືອກຊອກວຽກເຮັດງານທຳຢູ່ຈີນ ແລະຍັງໄດ້ແຕ່ງດອງກັບສາວຢຸນນານ. ຍາມມີເວລາຫວ່າງ, ລາວມັກຖ່າຍວິດີໂອສັ້ນກ່ຽວກັບປະສົບການສຶກສາແລະການດຳລົງຊີວິດຢູ່ຈີນຂອງຕົນ ແລ້ວໂພສລົງຕາມສື່ສັງຄົມອອນລາຍ. ພາຍຫຼັງເປີດນຳໃຊ້ທາງລົດໄຟຈີນ-ລາວແລ້ວ, ຄົນລາວໄປທ່ຽວຈີນ ແລະຄົນຈີນໄປທ່ຽວລາວນັບມື້ນັບຫຼາຍຂຶ້ນ, ທ້າວວຽງໄຊພົບເຫັນໂອກາດການຄ້າໃນດ້ານນີ້, ລາວກຽມຈະສ້າງຕັ້ງບໍລິສັດນຳທ່ຽວສາກົນແຫ່ງໜຶ່ງເພື່ອຈັດສັນເສັ້ນທາງທ່ອງທ່ຽວຂອງຈີນ ແລະຂອງລາວ, ຍັງຈະມີທຸລະກິດດ້ານການແລກປ່ຽນວັດທະທະນຳລະຫວ່າງສອງປະເທດຈຳນວນໜຶ່ງອີກດ້ວຍ. ລາວຫວັງວ່າ, ຈະສາມາດຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງຊາດ.
ປັດຈຸບັນ, ຊາວໜຸ່ມລາວທີ່ຄືກັນກັບທ້າວຄຳສີ, ນາງສີດາແລະທ້າວວຽງໄຊນັບມື້ນັບຫຼາຍໄດ້ປ່ຽນແປງຊີວິດຂອງຕົນຍ້ອນເສັ້ນທາງລົດໄຟສາຍນີ້.ນັບແຕ່ການເປີດນຳໃຊ້ທາງລົດໄຟຈີນ-ລາວເປັນຕົ້ນມາ, ໄດ້ສ້າງວຽກເຮັດງານທຳ 110.000 ກວ່າຕຳແໜ່ງໃນດ້ານການຈໍລະຈອນສິນຄ້າ, ຄົມມະນາຄົມຂົນສົ່ງ, ທຸລະກິດການຄ້າ, ການທ່ອງທ່ຽວ ແລະຂະແໜງການອື່ນໆ. ເວົ້າສຳລັບຊາວໜຸ່ມລາວເຫຼົ່ານີ້ແລ້ວ, ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ສະໜອງໂອກາດປະກອບອາຊີບທີ່ດີໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງສາມາດມຸ່ງໜ້າໄປສູ່ອະນາຄົດທີ່ດີງາມກວ່າເກົ່າ ແລະ ເພີ່ມທະວີມິດຕະພາບທີ່ໝັ້ນຄົງຂະໜົງແກ່ນລະຫວ່າງສອງປະເທດຈີນ ແລະລາວອີກດ້ວຍ.






