ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ລະຫວ່າງ ວັນທີ 13 ຫາ 18 ເມສານີ້, ພໍດີຖືກກັບ “ບຸນຫົດນ້ຳ” ຂອງເຜົ່າລື້ ແລະຊົນ ເຜົ່າສ່ວນໜ້ອຍອື່ນໆຂອງຈີນ ແລະກໍເປັນຊ່ວງບຸນປີໃໝ່ຂອງລາວ, ໄທ, ກຳປູເຈຍ ແລະ ມຽນມາ ໝູນວຽນມາເຖິງເຊັ່ນດຽວກັນ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວປະເທດຕ່າງໆເດີນທາງເຂົ້າມາທ່ຽວປະເທດລາວ ຫລື ສິບສອງ ພັ່ນນາຂອງຈີນຢ່າງຫລວງຫລາຍ.
ບຸນປີໃໝ່ປີນີ້ ກໍພໍດີແມ່ນທາງລົດໄຟ ຈີນ-ລາວ ໄດ້ເປີດຂະບວນລົດໄຟ ໂດຍສານສາກົນຄົບຮອບ 1 ປີ. ໃນໂອກາດນີ້, ພາກສ່ວນທາງລົດໄຟຂອງ ສອງປະເທດໄດ້ເປີດຂະບວນລົດໄຟໂດຍສານສາກົນ ລະຫວ່າງ ກິ່ງແຂວງ ສິບສອງພັ່ນນາ ຂອງຈີນ ກັບ ນະຄອນຫລວງພະບາງຂອງລາວ 1 ຄູ່, ຜູ້ໂດຍສານສາມາດເດີນທາງໄປ-ກັບລະຫວ່າງສອງຕົວເມືອງດັ່ງກ່າວ ພາຍໃນເວລາໜຶ່ງວັນ, ໄດ້ປະຢັດເວລາໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງ ໄປທ່ຽວແຫ່ງຕ່າງໆທີ່ມີຊື່ສຽງລະດັບສາກົນເຫລົ່ານີ້ ແລະສາມາດດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາທ່ຽວສອງຕົວເມືອງດັ່ງກ່າວ ຢ່າງຫລວງຫລາຍ.
ນັບແຕ່ວັນທີ 13 ຫາ 15 ເມສານີ້, ຈຳນວນຂົນສົ່ງຜູ້ໂດຍສານຕາມທາງ ລົດໄຟ ຈີນ-ລາວ ຕອນພາຍໃນປະເທດຈີນ ໄດ້ບັນລຸເຖິງ 178.000 ເທື່ອຄົນ, ເພີ່ມຂຶ້ນ 18,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະຖານີລົດໄຟ ສິບສອງພັ່ນນາ ໄດ້ຂົນສົ່ງຜູ້ໂດຍສານ 4 ໝື່ນເທື່ອຄົນຕໍ່ມື້. ນັກທ່ອງທ່ຽວ ຈີນອອກເດີນທາງໄປທ່ຽວໃນວັນທ້າຍສັບປະດາ, ນັກທ່ອງທ່ຽວຕ່າງປະເທດ ມາສຳຜັດກັບຮີດຄອງປະເພນີບຸນຫົດນ້ຳຢູ່ຈີນ ເຊິ່ງໄດ້ເຮັດໃຫ້ບຸນຫົດນ້ຳ ປີນີ້ໄດ້ກາຍເປັນຫົວຂໍ້ຈຸດສຸມສຳລັບນັກທ່ອງທ່ຽວທັງຫລາຍ.
ການເປີດຂະບວນລົດໄຟທ່ອງທ່ຽວຂ້າມຊາດຕາມທາງລົດໄຟສາກົນ ເປັນຈຸດເດັ່ນໃນການທ່ອງທ່ຽວຂ້າມຊາດ ຈີນ-ລາວ. ຂະບວນລົດໄຟໂດຍ ສານສາກົນ ຈີນ-ລາວ ໄດ້ເຊື່ອມຕໍ່ ນະຄອນຄຸນໝິງ, ກິ່ງແຂວງສິບສອງພັນນາ, ນະຄອນຫລວງພະບາງ ແລະ ນະຄອນຫລວງວຽງຈັນ, ນັບຕັ້ງແຕ່ ເປີດໃຫ້ບໍລິການໃນວັນທີ 13 ເມສາປີ 2023 ເປັນຕົ້ນມາ, ຂະບວນລົດໄຟ ໂດຍສານສາກົນຕາມທາງລົດໄຟ ຈີນ-ລາວ ໄດ້ກາຍເປັນຮູບແບບການ ເດີນທາງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດສຳລັບນັກທ່ອງທ່ຽວຈີນ ແລະຕ່າງປະເທດເດີນທາງໄປທ່ຽວຈີນ ແລະລາວ ຍ້ອນມີຄວາມສະດວກສະບາຍ ແລະປີ້ລົດໄຟອ່າວຖືກຕື່ມອີກ. ຕະຫລອດໜຶ່ງປີຜ່ານມາ, ໄດ້ເປີດຂະບວນລົດໄຟໂດຍສານທັງໝົດ 734 ຖ້ຽວ, ຂົນສົ່ງຜູ້ໂດຍສານ 7 ແສນ ເທື່ອຄົນ ແລະດຶງດູດນັກທ່ອງທ່ຽວ 180.000 ກວ່າເທື່ອຄົນຈາກ 87 ປະເທດ ແລະເຂດແຄວ້ນມາທ່ອງທ່ຽວຂ້າມຊາດ. ທ່ານ ທອງຫລໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດຂອງລາວ ກ່າວວ່າ: ປະເທດລາວພະຍາຍາມດຶງດູດນັກທ່ອງທ່ຽວປະເທດຕ່າງໆໃນໂລກ ເຊິ່ງລວມທັງນັກທ່ອງທ່ຽວຈີນມາທ່ຽວປະເທດລາວ ທີ່ເຕັມໄປດ້ວຍມົນສະເໜ່ຂອງທິວທັດທຳມະຊາດທີ່ສວຍງາມ ແລະວິຖີການດຳລົງຊີວິດແບບດັ້ງເດີມຂອງປະຊາຊົນລາວບັນດາເຜົ່າ, ການເປີດນຳໃຊ້ທາງລົດໄຟ ຈີນ-ລາວ ໄດ້ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງຫລາຍມາໂດຍຕະຫລອດ.
ເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂ້າມຊາດ, ນັບແຕ່ ວັນທີ 25 ກໍລະກົດ ປີ 2023 ເປັນຕົ້ນມາ, ພາກສ່ວນທາງລົດໄຟຂອງສອງ ປະເທດຈີນ ແລະລາວ ໄດ້ປະຕິບັດແຜນຈັດສັນຂະບວນລົດໄຟສະບັບຫລ້າສຸດ, ເວລາແລ່ນລົດຂອງຂະບວນລົດໄຟໂດຍສານສາກົນ ລະຫວ່າງ ຄຸນໝິງໃຕ້ ຫາ ນະຄອນຫລວງວຽງຈັນ ໄດ້ຫລຸດຈາກ 10 ຊົ່ວໂມງເຄິ່ງ ໃນຕອນທຳອິດທີ່ເປີດນຳໃຊ້ເຫລືອ 9 ຊົ່ວໂມງເຄິ່ງໃນປັດຈຸບັນ. ໃນຂະນະ ດຽວກັນ, ສະຖານີຈອດລົດໄຟກໍໄດ້ເພີ່ມຂຶ້ນເລື້ອຍໆ ເຊິ່ງໄດ້ເພີ່ມຂຶ້ນຕື່ມ ອີກຈາກ 8 ສະຖານີເປັນ 10 ສະຖານີໃນປັດຈຸບັນ ພ້ອມທັງຍັງໄດ້ຮັກສາເວລາໃນການເດີນທາງຄືເກົ່າ ເຊິ່ງໄດ້ອຳນວຍການເລືອກເຟັ້ນໃຫ້ແກ່ ຜູ້ໂດຍສານຫລາຍຂຶ້ນ.
ໜຶ່ງປີຜ່ານມາ, ນະຄອນຫລວງປັກກິ່ງ, ນະຄອນຮາບິນ, ນະຄອນ ເສິນຢາງ ແລະຕົວເມືອງອື່ນໆຂອງຈີນ ໄດ້ຈັດກຸ່ມນັກທ່ອງທ່ຽວຂ້າມຊາດ ຈີນ-ລາວ ໄປທ່ຽວລາວ ດ້ວຍຮູບແບບໃໝ່ສຳລັບ “ຂະບວນລົດໄຟທ່ອງ ທ່ຽວພາຍໃນປະເທດ + ຂະບວນລົດໄຟໂດຍສານສາກົນ” ເຊິ່ງໄດ້ເຮັດໃຫ້ຂະບວນລົດໄຟໂດຍສານສາກົນ ຈີນ-ລາວ ມີບົດບາດກວ້າງອອກ. ຫວ່າງມໍ່ໆມານີ້, ຂະບວນລົດໄຟທ່ອງທ່ຽວຂ້າມຊາດ ນະຄອນຫລວງປັກກິ່ງ- ນະຄອນຫລວງວຽງຈັນ ຖ້ຽວທຳອິດໄດ້ອອກເດີນທາງຈາກ ນະຄອນຫລວງ ປັກກິ່ງ ດ້ວຍການບັນຈຸນັກທ່ອງທ່ຽວ 400 ກວ່າຄົນເຕັມໆ, ໄດ້ເດີນທາງໄປທ່ຽວ ນະຄອນຈ່າງເຈ່ຍເຈ້ຍ, ນະຄອນຄຸນໝິງ ແລະນະຄອນເສິງຕູ ທີ່ເປັນແຫລ່ງທ່ອງທ່ຽວຂອງຈີນ ດ້ວຍການຂີ່ຂະບວນລົດໄຟທ່ອງທ່ຽວ Y445, ແລ້ວຂີ່ລົດໄຟໂດຍສານສາກົນ ຈີນ-ລາວ ໄປທ່ຽວ ນະຄອນຫລວງພະບາງ ແລະນະຄອນຫລວງວຽງຈັນ ເພື່ອສຳຜັດກັບມົນສະເໜ່ຂອງວັດທະນະທຳ ຈີນ ແລະ ລາວ.
ທາງລົດໄຟ ຈີນ-ລາວ ໄດ້ນຳເອົາການພັດທະນາອຸດສາຫະກຳການທ່ອງທ່ຽວທີ່ລຽບຕາມທາງ, ໄດ້ກາຍເປັນຮູບແບບການເດີນທາງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດສຳລັບນັກທ່ອງທ່ຽວປະເທດຕ່າງໆທີ່ມາທ່ຽວ ສອງປະເທດຈີນ ແລະ ລາວ, ເຮັດໃຫ້ຄົນທັງຫລາຍສາມາດສຳຜັດກັບຄວາມຫລາກຫລາຍຂອງໂລກ ແລະ ຄວາມມີສະເໜ່ດ້ານການແລກປ່ຽນ ວັດທະນະທຳລະຫວ່າງສອງປະເທດຈີນ ແລະ ລາວ.
ທີ່ມາ: CMG FM93






