ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງ​ລົດ​ໄຟ​ ຈີນ-ລາວ ຊຸກ​ຍູ້​ການ​ສ້າງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ຕະຫຼາດ​ການ​ທ່ອງ​ທ່ຽວ​ຂອງ​ລາວ​ຢ່າງ​ຕໍ່​ເນື່ອງ

Nov 18, 2024

ມາ​ຮອດ​ວັນ​ທີ 9 ພະ​ຈິກ​ນີ້, ສະ​ຖາ​ນີຫຼວງ​ພະ​ບາງ​ຂອງ​ສາຍ​ທາງ​ລົດ​ໄຟ​ ຈີນ​-ລາວ​​ ມີ​ຜູ້​ໂດຍ​ສານ​ຜ່ານ​ເຂົ້າ-ອອກ​ບັນ​ລຸຫຼາຍ ກວ່າ 1 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 51% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ນັກ​ທ່ອງ​ທ່ຽວ​ທີ່​ເລືອກ​ຂີ່​ລົດ​ໄຟ​ຈີນ-ລາວ​ໄປ​ທ່ຽວ​ຫຼວງ​ພະ​ບາງ​​ມີນັບ​ມື້​ນັບຫຼາຍ​ຂຶ້ນ.
ໃນ​ຖາ​ນະ​ເປັນ​ເມືອງທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ຢູ່​ປະ​ເທດ​ລາວ, ​ນະ​ຄອນຫຼວງ​ພະ​ບາງ​ມີ​ຊັບ​ພະ​ຍາ​ກອນທ່ອງ​ທ່ຽວ​ທີ່ອຸ​ດົມ​ສົມ​ບູນ. ​ພາຍຫຼັງທາງ​ລົດ​ໄຟ​ຈີນ-ລາວ​ເປີດ​ນຳ​ໃຊ້, ນັກ​ທ່ອງ​ທ່ຽວ​ທີ່​ເລືອກ​ຂີ່​ລົດ​ໄຟ​ຈີນ-ລາວ​ໄປ​ທ່ຽວ​ຫຼວງ​ພະ​ບາງກໍ​ນັບ​ມື້​ນັບຫຼາຍ​ຂຶ້ນ ເພື່ອ​ມາ​ສຳ​ຜັດ​ກັບ​ມົນ​ສະ​ເໜ່​ພິ​ເສດ​ຂອງ​ເມືອງ​ເກົ່າ​ແກ່​ແຫ່ງ​ນີ້. ອີງ​ຕາມ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ຈຳ​ນວນ​ຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ໄປ​ນະ​ຄອນຫຼວງ​ພະ​ບາງ, 85% ແມ່ນ​ເລືອກ​ຂີ່​ລົດ​ໄຟ.
ນັບ​ແຕ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຈີນ-ລາວ​ເປັນ​ຕົ້ນ​ມາ, ພາກ​ສ່ວນ​ທາງ​ລົດ​ໄຟ​ໄດ້​ປັບ​ປຸງ​ແຜນ​ການ​ຂົນ​ສົ່ງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ສະ​ເພາະ​ແມ່ນ​ໄດ້​ເພີ່ມ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ລະ​ຫວ່າງ​ສິບ​ສອງ​ພັ່ນ​ນາ​ຂອງ​ຈີນ​ກັບຫຼວງ​ພະ​ບາງ​ຂອງ​ລາວ ເຊິ່ງ​ເປັນ​ເມືອງ​ທ່ອງ​ທ່ຽວ​ສອງ​ແຫ່ງ​ທີ່​ມີ​ຊື່​ສຽງ​ທີ່​ສຸດ. ຜູ້​ໂດຍ​ສານ​ສາ​ມາດ​ຂີ່​ລົດ​ໄຟ​ໄປ-ກັບ​​ລະ​ຫວ່າງ​ສອງ​ເມືອງ​ດັ່ງ​ກ່າວ​ພາຍ​ໃນ​ມື້​ດຽວ ເຊິ່ງ​ໄດ້​ສະ​ໜອງ​ການ​ບໍ​ລິ​ການ​​ດ້ານ​ການເດີນ​ທາງ​​ທີ່ສະ​ດວກ​ສະ​ບາຍ. ປັດ​ຈຸ​ບັນ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ຂີ່​ລົດ​ໄຟ​ເຂົ້າ​ມາ​ທ່ຽວ​ປະ​ເທດ​ລາວ​​ກໍນັບ​ມື້​ນັບຫຼາຍ​ຂຶ້ນ​ເຊັ່ນ​ກັນ ​ຖື​ເປັນພະ​ລັງ​ຂັບ​ເຄື່ອນອັນ​ແຂງ​ແຮງ​ທີ່​ຊຸກ​ຍູ້ຕະຫຼາດ​ການ​ທ່ອງ​ທ່ຽວ​ຂອງ​ລາວ​ຢ່າງ​ຕໍ່​ເນື່ອງ.
ອີງ​ຕາມ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ວັນ​ທີ 31 ຕຸ​ລາ 2024, ທາງ​ລົດ​ໄຟ​ ຈີ​ນ-ລາວ​ ໄດ້​ໃຫ້​ບໍ​ລິ​ການ​ຜູ້​ໂດຍ​ສານ​ລວມ​
ທັ​ງ​ໝົດ 41,5 ລ້ານ​ເທື່ອ​ຄົນ. ມີຜູ້​ໂດຍ​ສານ​ຈຳນວນ 3 ແສນ​ເທື່ອ​ຄົນ​ທີ່​ມາ​ຈາກ 100 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ​ໄດ້​ບັນ​ລຸ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ ຈີນ-ລາວ ໂດຍ​ສະ​ເພາະ​ແມ່ນ​ໃນ​ລະ​ຫວ່າງວັນ​ທີ 1 ກຸມ​ພາ ຫາ 20 ຕຸ​ລາ​ປີ​ນີ້ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂ້າມ​ຊາດຫຼາຍກວ່າ 2 ແສນ​ເທື່ອ​ຄົນ. ນັກ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ແມ່ນ​ມາ​ຈາກ​ລາວ, ໄທ, ມາ​ເລ​ເຊຍ ແລະ ປະ​ເທດ​ອື່ນໆ, ໄດ້​ຂີ່​ລົດ​ໄຟ​ຈີນ-ລາວ​ເດີນ​ທາງ​ໄປ​ທ່ອງ​ທ່ຽວ ແລະ ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຢູ່ນະ​ຄອນຫຼວງ​ພະ​ບາງ, ນະ​ຄອນຫຼວງວຽງ​ຈັນ ແລະ ແຫ່ງ​ຕ່າງໆ​ຂອງ​ລາວ.
ອີງ​ຕາມ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ແນະ​ນຳ​ໃຫ້​ຮູ້​ວ່າ: ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ອັນ​ພົ້ນ​ເດັ່ນ​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ຂອງ​ລາວ. ປັດ​ຈຸ​ບັນ, ມີ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຈີນຫຼາຍກວ່າ 100 ແຫ່ງ​ໄດ້​ອອກ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ລ​າວ, ສະ​ພາບ​ການ​ຈອງ​ໂຮງ​ແຮມ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ມີ​ຄວາມ​ຄຶກ​ຄັກ, ໂຮງ​ແຮມ​​ຕ່າງໆໄດ້​​ຖືກ​ຈອງ​ໄວ້​ຍາວ​ໄປ​ຮອດ​ເດືອນ​ມີ​ນາ​ປີ​ໜ້າ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ບົດ​ບາດ​ຊຸກ​ຍູ້​ອັນ​ແຂງ​ແຮງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາ​ວ​ທີ່​ມີ​ຕໍ່​ຕະຫຼາດ​ການ​ທ່ອງ​ທ່ຽວ.
ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ເປີດ​ປະ​ຕູຕໍ່​ພາຍນອກ​ນັບ​ມື້​ນັບ​ກວ້າງ​ອອກກວ່າ​ເກົ່າ, “ວີ​ຊາ​ລ້ານ​ຊ້າງ-ແມ່​​ນ້ຳຂອງ”, ປະ​ເທດ​ທີ່​ຍົກ​ເວັ້ນ​ວີ​ຊາ​ເພີ່ມ​​ຂຶ້ນ​ເລື້ອຍ​ໆ, ການ​ຍົກ​ເວັ້ນ​ວີ​ຊາ​​ໃຫ້​ຜູ້​ໂດຍ​ສານ​ທີ່​ຜ່ານ​ປະ​ເທດ​ຈີນ​ໄປ​ປະ​ເທດ​ທີ 3 ແລະ ພັກ​ເຊົາ​ຢູ່​ຈີນ​ບໍ່​ເກີນ 144 ຊົ່ວ​ໂມງ ແລະ ມາດ​ຕະ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ອື່ນໆ ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ມາ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ນັກ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ກໍ​ສາ​ມາດ​ໄປ​ທ່ຽວ​ປະ​ເທດ​ລາວ​ຢ່າງ​ສະ​ດວກ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ຈີນ-ລາວ.
ປັດ​ຈຸ​ບັນ, ​ຂະ​ບວນ​ລົດ​ໄຟ​ແຫແຫ່ງໄມຕຣີຈິດ​ມິດ​ຕະ​ພາບ ແລະ ການ​ພັດ​ທະ​ນາ​ ພວມ​ແລ່​ນ​ເຂົ້າ​ອອກສອງ​ປະ​ເທດ​ຈີນ-ລາວ​​ຕາມທາງ​ລົດ​ໄຟ​ຈີນ-ລາວ​ຢ່າ​ງ​ບໍ່​ມີ​ມື້​ຢຸດ​ພັກ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ນັບ​ມື້​ນັບຫຼາຍ​ມີ​ໂອ​ກາດ​ສຳ​ຜັດ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ລາວ, ​ນັກ​ທ່ອງ​ທ່ຽວ​ລາວ​ກໍ​ໄດ້​ໄປຮັບ​ຮູ້ວັດ​ທະ​ນະ​ທຳ ແລະ ການ​ພັດ​ທະ​ນາ​ຂອງ​ຈີນ​ຢ່າງ​ສະ​ດວກ​. ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ທີ່​ເຊື່ອມ​ຕໍ່​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ເປັນ​ພະ​ລັງ​ຂັບ​ເຄື່ອນ​ອັນ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເສດ​ຖະ​ກິດ​ສອງ​ປະ​ເທດ. ໃນ​ອະ​ນາ​ຄົດ, ທາງ​ລົດ​ໄຟ​ຈີນ-ລາວ​ຈະ​ສືບ​ຕໍ່​ສ້າງ​ຄວາມ​ຜາ​ສຸກ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ປະ​ກອບ​ສ່ວນຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​​ຈີນ-ລາວ.
ທີ່ມາ: CMG