ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງ​ລົດ​ໄຟ​ ລາວ-ຈີນ​ ຊຸກ​ຍູ້​ການ​ພັດ​ທະ​ນາ​​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກຢູ່​ລຽບ​ຕາມ​ທາງ​ລົ​ດ​ໄຟ

Jun 10, 2025

ເມື່ອ​ໝາກ​ຖົ່ວ​ລຽນ​​ຈາກໄທ​ຖືກ​ຂົນ​ສົ່ງ​ອອກ​ນອກ​ປະ​ເທດ​ດ້ວຍ​ຂະ​ບວນ​ລົດ​ໄຟ​ຕູ້​ແຊ່​ເຢັນ​ຕາມ “ສາຍ​ດ່ວນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”, ເມື່ອ​ໝາກ​ມ່ວງ​ສົດ​ຈາກລາວ​ເຂົ້າ​ສູ່​ຕະຫຼາດ​ຈີນ​ ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ, ເມື່ອ​ເມັດກາ​ເຟ​​ຈາກລາວ​ຖືກ​ຂົນ​ສົ່ງ​ໄປ​ຈຳ​ໜ່າຍ​ຢູ່​ເອີ​ຣົບ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ດັ່ງ​ກ່າວ, ​ທາງ​ລົດ​ໄຟ​ລາວ​-ຈີນ​ນອກ​ຈາກ​ໄດ້​ລື່ນ​ກາຍ​ລັກ​ສະ​ນະ​ທີ່​ເປັນ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ​​ຢ່າງ​ດຽວເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ກາຍ​ເປັນ “ສາຍ​ເຊື່ອມ​ຕໍ່​ທີ່​ເປັນ​ຄຳ” ​ເພື່ອຊຸກ​ຍູ້​​ສົ່ງ​ເສີມການ​ພັດ​ທະ​ນາ​​​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ສາຍ​ນີ້. ທາງ​ລົດ​ໄຟທີ່​ບັນ​ຈຸ​ວິ​ໄສ​ທັດ​ແຫ່ງ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ສາຍ​ນີ້, ພວມ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​​ທີ່​ຢູ່ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ ​ດ້ວຍ​ພະ​ລັງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງ.
ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງ “​ຊ່ອງທາງດ່ວນ” ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ໝາກ​ໄມ້​​ຈາກອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ໝາກ​ຖົ່ວ​ລຽນ​​ຈາກ​ໄທ​ເປັນ​ໝາກ​ໄມ້​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບຫຼາຍ, ຍ້ອນ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໃຊ້​ເວ​ລາ​ດົນ ແລະ ສິ້ນ​ເປືອງຫຼາຍ, ​ທັງຜະ​ເຊີນ​ກັບ​ ​ຄ່າ​ຂົນ​ສົ່ງ​ສູງ ແລະ ຄວາມ​ສ່ຽງ​ດ້ານຄຸນ​ນະ​ພາບ, ຜູ້​ບໍ​ລິ​ໂພກ​ຕ້ອງ​ໃຊ້​ຈ່າຍຫຼາຍ​ຈຶ່ງ​ໄດ້​ຊິມ​ລົດ​ຊາດ. ນັບ​ແຕ່ “ສາຍ​ດ່ວນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ຂອງ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ບໍ​ລິ​ການ​ເປັນ​ຕົ້ນ​ມາ, ເວ​ລາ​ການ​ຂົນ​ສົ່ງ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ, ຕົ້ນ​ທຶນ​ໃນ​ການ​ຂົນ​ສົ່ງ​ໝາກ​ໄມ້​ຈາກ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້ຫຼຸດ​ລົງ 60% ເມື່ອ​ທຽບ​ໃສ່​ການ​ຂົນ​ສົ່ງ​ທາງ​ບົກ​ແບບ​ດັ້ງ​ເດີມ, ​ສະ​ເລ່ຍ​ແລ້ວລາ​ຄາ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້ຫຼຸດ​ລົງ 30%, ຢູ່​ໃນ​ຮ້ານ​ໝາກ​ໄມ້​ໃນ​ຕົວ​ເມືອງ​ຕ່າງໆ ເຊັ່ນ: ​ນະ​ຄອນຫຼວງປັກ​ກິ່ງ ​ນະ​ຄອນຊຽງ​ໄຮ້ ແລະ​ອື່ນໆ​ໄດ້​ຈັດ​ຊື້​ໝາກ​ຖົ່ວ​ລຽນ​ຈາກ​ອາ​ທິດ​ລະ 2 ເທື່ອ ເພີ່ມ​ຂຶ້ນ​ເປັນ​ການ​ຈັດ​ຊື້​ທຸກ​ມື້, ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກຫຼາຍກວ່າ​ເກົ່າ​ສາ​ມາດ​​ໄດ້ກິນ​ໝາກ​ຖົ່ວ​ລຽນ​ຕາມ​ໃຈ​ມັກ, ໝາກ​ໄມ້​ທີ່​ປະ​ລິ​ມານ​ການ​ຜະ​ລິດ​ໜ້ອຍ ແລະ ບໍ່​ຄ່ອຍ​ເຫັນ​ໃນ​ຕະຫຼາດ ເຊັ່ນ: ໝາກ​ມັງ​ຄຸດ ໝາກ​ລຳ​ໄຍ ແລະ​ອື່ນໆ​ກໍ​ໄດ້​ກາຍ​ເປັນ​ໝາກ​ໄມ້​ທີ່​ຜູ້​ບໍ​ລິ​ໂພກ​ທົ່ວ​ໄປ​ຂອງ​ຈີນມັກ​ກິນ​ເລື້ອຍໆ​ໃນ​ປັດ​ຈຸ​ບັນ​ນີ້.
ນີ້​​ໄດ້​ເຮັດ​ໃຫ້​ລາວ ໄທ ແລະ ປະ​ເທດ​ອື່ນໆ​ເປີດກວ້າງ​ເນື້ອ​ທີ່ປູກ​ຝັງ ແລະ ປັບ​ປຸງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໃຫ້​ສົມ​ບູນ​ຂຶ້ນ. ​ເມື່ອ​ບໍ່​ດົນ​ມາ​ນີ້, ໝາກ​ມ່ວງ​​ຈາກ​ລາວ​​ໄດ້​ເລີ່ມ​ສົ່ງ​ເຂົ້າ​ຕະຫຼາດ​ຈີນ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ, ໝາກ​ມ່ວງ​ສົດ​ງວດ​ທຳ​ອິດ​ທີ່​ມີ​ຈຳ​ນວນ 90 ໂຕນ​ໄດ້​ຖືກຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນ​ໂດຍ​ກົງ​ດ້ວຍ​ຂະ​ບວນ​ລົດ​ໄຟ​ຕູ້​ແຊ່​ເຢັນ ​ທີ່ຕິດ​ຕາມ​ຄຸ້ມ​ຄອງ​ດ້ວຍ​ອຸນ​ຫະ​ພູມ​ຄົງ​ທີ່​ໃນ​ຕະຫຼອດ​ໄລ​ຍະ​ທາງ, ເຊິ່ງ​ໄດ້​ເປີດ​ຊ່ອງ​ທາງ​ການ​ແຂ່ງ​ຂັນ​ອັນ​ໃໝ່​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ປູກ​ໝາກ​ມ່ວງ​ຂອງ​ລາວ. “ແລວ​ທາງ​ໝາກ​ໄມ້” ທີ່​ສ້າງ​ຂຶ້ນ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ, ພວມ​ຊຸກ​ຍູ້​ໃຫ້​ອຸດ​ສາ​ຫະ​ກຳ​ໝາກ​ໄມ້​​ຈາກ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກ້າວ​ໄປ​ສູ່​​ການ​ຜະ​ລິດແບບ​ຂະ​ໜາດ​ໃຫຍ່ ໄດ້ມາດ​ຕະ​ຖານ ແລະ ​ເປັນ​ຍີ່​ຫໍ້​ຊື່​ດັງ.
ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ກາ​ເຟ, ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ເຂັ້ມ​ແຂງ​ເຊັ່ນ​ດຽວ​ກັນ. ດິນ​ຟ້າ​ອາ​ກາດ​ທີ່​ມີ​ທ່າ​ແຮງ​ພິ​ເສດ ບວກ​ກັບ​ເງື່ອນ​ໄຂ​ທີ່​ດິນ​ທີ່​ເອື້ອ​ອຳ​ນວຍ​ຂອງ​ປະ​ເທດ​ລາວ​ໄດ້​ຜະ​ລິດ​ເມັດ​ກາ​ເຟ​ຄຸນ​ນະ​ພາບ​ດີ, ແຕ່​ໃນ​ເມື່ອ​ກ່ອນ​ຍ້ອນ​ມີ​ຂໍ້​ຈຳ​ກັດ​ດ້ານ​ການ​ຄົມ​ມະ​ນາ​ຄົມ ຈຶ່ງ​ຍາກ​ທີ່​ຈະ​ສາ​ມາດ​​ເຈາະ​ເຂົ້າ​ຕະຫຼາດ​ສາ​ກົນ​ໄດ້. ທາງ​ລົດ​ໄຟ​ລາວ​-ຈີນ ແລະ ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ​ໄດ້​ເຊື່ອມ​ຕໍ່​ກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ, ໄດ້​ເປີດ “​ຊ່ອງທາງ​ພິ​ເສດ” ​ເຮັດ​ໃຫ້​ກາ​ເຟ​ລາວສາ​ມາດ​ເຊື່ອມ​ຕໍ່​ກັບ​ຕະຫຼາດ​ເອີ​ຣົບ. ​ເມັດກາ​ເຟ​​ຈາກ​ລາວ​​ໄດ້ອອກ​ເດີນ​ທາງ​ຈາກ​ແຫຼ່ງ​ຜະ​ລິດ, ຜ່ານ​ທາງ​ລົ​ດ​ໄຟ​ລາວ-ຈີນ​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນ​ຈຸ່ງ​ກິ່ງ​ຢ່າງວ່ອງ​ໄວ, ແລ້ວ​ສົ່ງ​ໄປ​ເອີ​ຣົບ​ດ້ວຍ​ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ, ເວ​ລາ​ການ​ຂົນ​ສົ່ງ​ໄດ້ຫຼຸດ​ລົງ 30% ເຊິ່ງ​ໄດ້​ຍົກ​ສູງ​ປະ​ສິດ​ທິ​ພາບ​ຢ່າງຫຼວງຫຼາຍ. ຮູບ​ແບບ​ການ​ຂົນ​ສົ່ງ​ແບບ​ປະ​ສົມ​ປະ​ສານ​ກັນ “ທາງ​ລົດ​ໄຟ+ຂະ​ບວນ​ລົດ​ໄຟ​ສາ​ກົນ”, ເຮັ​ດ​ໃຫ້​ອຸດ​ສາ​ຫະ​ກຳ​ກາ​ເຟ​ຂອງ​ລາວ​ໄດ້​ພົບ​ໂອ​ກາດ​ການ​ພັ​ດ​ທະ​ນາ​ອັນ​ໃໝ່ ​ແລະ ​ໄດ້​ຊຸກ​ຍູ້​ໃຫ້​ຂອດ​ຕ່າງໆ ເຊັ່ນ: ການ​ປູກ​ຝັງ ການ​ປຸງ​ແຕ່ງ ແລະ ການ​ຄ້າ​ຂາຍ​ກາ​ເຟ​ຢູ່​ເຂດ​ລຽບ​ຕາມ​ທາງ​ລົດ​ໄຟ​ໄດ້​ຮັບ​ການພັດ​ທະ​ນາ​ຢ່າງ​ປະ​ສານ​ສົມ​ທົບ​ກັນ.
ບົດ​ບາດ​ຊຸກ​ຍູ້​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ​ຕໍ່​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຢູ່ລຽບ​ຕາມ​ທາງ​ລົດ​ໄຟ, ໃນ​ດ້ານ​ທາດ​ແທ້​ແລ້ວ​ແມ່ນ​ການ​ຍົກ​ລະ​ດັບ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ໃນ​ພາກ​ພື້ນ. ປະ​ເທດ​ຕ່າງໆ​ທີ່​ຢູ່​ລຽບ​ຕາມ​ທາງ​ລົ​ດ​ໄຟ​ໄດ້​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ ໂດຍ​ອີງ​ໃສ່​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ ແລະ ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ຂອງ​ທ້ອງ​ຖິ່ນ, ເຊື່​ອມ​ຕໍ່ ແລະ ເຊື່ອມ​ໂຍງ​ອຸດ​ສາ​ຫະ​ກຳ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ. ເຕັກ​ໂນ​ໂລ​ຊີ ແລະ ບົດ​ຮຽນ​ຂອງ​ຈີນ​ໃນ​ຂົງ​ເຂດ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ດ້ວຍ​ຕູ້​ແຊ່​ເຢັນ, ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ​ອື່ນໆ, ໄດ້​​ຂະ​ຫຍາຍ​ໄປ​ຮອດ​ປະ​ເທດ​ລາວ ແລະ ປະ​ເທດ​ອື່ນໆ​ໂດຍ​ຜ່​ານ​ການ​ກໍ່​ສ້າງ ແລະ ບໍ​ລິ​ຫານ​ທາງ​ລົ​ດ​ໄຟ; ສຳ​ລັບ​ຊັບ​ພະ​ຍາ​ກອນ​ຜະ​ລິ​ດ​ຕະ​ພັນ​ທາງ​ດ້ານ​ກະ​ສິ​ກຳ​ທີ່​ອຸ​ດົ​ມ​ສົມ​ບູນ​​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ໄດ້​ສະ​ໜອງ​ສິນ​ຄ້າ​ຢ່າງຫຼາກຫຼາຍ​ໃຫ້​ແກ່​ຕະຫຼາດ​ຈີນ, ເຊິ່ງ​ໄດ້​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່ “​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ວຍ​ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ”.
ຈາກ​ໝາກ​ໄມ້​ຮອດ​ກາ​ເຟ, ຈາກ​ຜະ​ລິດ​ຕະ​ພັນ​ພຽງ​ຢ່າງ​ດຽວ ຮອດ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ວົງ​ຈອນ, ທາງ​ລົດ​ໄຟ​ລາວ-ຈີນ​ພວມ​ຊຸກ​ຍູ້​ໃຫ້​ເກີດ​ມີ​ສະ​ພາບ​ທີ່​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​​ໄດ້​ຮັບ​ການພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ​ຢູ່​ປະ​ເທດ​​ທີ່​ຢູ່ລຽບ​ຕາມ​ທາງ​ລົດ​ໄຟ. ທາງ​ລົດ​ໄຟ​ທີ່​​ເປັນ​ເສັ້ນ​ທາງ​ແຫ່ງການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາສາຍ​ນີ້​, ບໍ່​ພຽງ​ແຕ່​ເຮັ​ດ​ໃຫ້​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​​ຈາກອ​າ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກ້າວ​ສູ່​ໂລກ​ເທົ່າ​ນັ້ນ, ​ຫາກ​ຍັງ​ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ຮ່ວມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ສູງ​ຂຶ້ນ​ເລື້ອຍໆ ສິ່ງ​ກໍ່​ສ້າງ​ຄົບ​ວົງ​ຈອນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ທາງ​ລົ​ດ​ໄຟ​ສາຍ​ນີ້ຈະ​ມີ​ບົດ​ບາດ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດທີ່​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ຕື່ມ​ອີກ ເຊິ່ງ​ຈະ​ຊ່ວຍເພີ່ມ​ ​ແຮງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງກວ່​າ​ເກົ່າ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​​ໃນພາກ​ພື້ນ.