ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ ເມື່ອບໍ່ດົນມານີ້.
ໃນໂອກາດນີ້ ທ່ານໄດ້ລົງສຳຫຼວດ, ເກັບກຳຂໍ້ມູນສະພາບເປ່ ເພຂອງເສັ້ນທາງຫຼວງແຫ່ງຊາດທີ່ຜ່ານແຂວງຫຼວງພະບາງ ເປັນ ຕົ້ນ: ເສັ້ນທາງເລກທີ 13 ເໜືອ ໄລຍະທາງແຕ່ຫຼວງພະບາງ ຫາ ເມືອງຊຽງເງິນ ແລະໄລຍະທາງແຕ່ຫຼວງພະບາງ ຫາ ບ້ານປາກມອງ ແລະກວດກາສະພາບເສັ້ນທາງເວັ້ນຕົວເມືອງ ແຕ່ບ້ານກົກງິ້ວ ຜ່ານສະຖານນີລົດໄຟ ລາວ-ຈີນ ເຂົ້າມາຫາເທດສະບານ ນະຄອນ -ຫຼວງພະບາງ, ສະພາບການກໍ່ສ້າງ ແລະສ້ອມແປງເສັ້ນທາງພາຍ ໃນແຂວງຫຼວງພະບາງ.
ປະຈຸບັນ, ແຂວງຫຼວງພະບາງ ມີເສັ້ນທາງບົກຍາວທັງໝົດ 5.261,63 ກິໂລແມັດ, ໃນນັ້ນ: ເສັ້ນທາງຫຼວງແຫ່ງຊາດ ຍາວທັງໝົດ 600,30 ກມ, ເສັ້ນທາງຫຼວງທ້ອງຖິ່ນ (ທາງຫຼວງແຂວງ, ທາງຫຼວງເມືອງ, ທາງຕົວເມືອງ, ທາງຊົນນະບົດ) ມີຄວາມ ຍາວ 4.661,33 ກມ.
ຜ່ານການລົງກວດກາຕົວຈິງຂອງສະພາບເສັ້ນທາງໃນປັດຈຸືບັນ ເຫັນວ່າ:ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ທີ່ຜ່ານແຂວງຫຼວງພະບາງ ເປ່ເພເສຍຫາຍຢ່າງໜັກໜ່ວງ, ສະພາບເສັ້ນ ທາງເປັນບວກ, ເປັນຂຸມຂະໜາດໃຫ່ຍ ແລະເລິກ, ມີບາງຈຸດລົດຂະໜາດນ້ອຍປະເພດລົດເກງແມ່ນບໍ່ສາມາດໄປໄດ້.
ສາເຫດແມ່ນຍ້ອນ ໃນລະດູຝົນປີ 2024 ນີ້ ເກີດມີພາຍຸຫຼາຍລູກພັດຜ່ານ ເຮັດໃຫ້ຝົນຕົກຫຼາຍ ແລະຕົກຕໍ່ເນື່ອງຫຼາຍວັນ, ເສັ້ນທາງບາງຈຸດເກີດມີນໍ້າຖ້ວມ, ເກີດມີການເປ່ເພເສຍຫາຍຢ່າງໜັກໜ່ວງ, ນອກຈາກນີ້ ຍັງມີການຂົນສົ່ງວັດຖຸ ແລະສິນຄ້າອື່ນ ຮັບໃຊ້ໂຄງການລົງທຶນຂອງລັດ ແລະຂົນສົ່ງສິນຄ້າຂາອອກໄປຕ່າງປະເທດຢ່າງເປັນປົກກະຕິຈິ່ງເຮັດໃຫ້ເສັ້ນທາງເກີດມີການເປ່ເພ.






