ທ່ານ ບຸນມີ ພິມມະສອນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ປະກອບຄໍາເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 18 ພະຈິກ 2024 ວ່າ: ການຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ນາຍົກລັດຖະມົນຕີໄດ້ເວົ້າແລ້ວກ່ຽວກັບມາດຕະການໃນການແກ້ໄຂ, ການສຳປະທານການເຊົ່າເນື້ອທີ່ດິນ ຖືວ່າເດັດຂາດຕົວຈິງ. ຢ່າງແນວໃດກໍຕາມ, ການແກ້ໄຂຍັງຊັກຊ້າ, ຍັງມີຫຼາຍໂຄງການທີ່ຈອງໄວຊື່ໆບໍ່ເຮັດ ຫຍັງ, ບາດຜູ້ມີທຶນ ຢາກມາລົງທຶນກໍມາບໍ່ໄດ້ ຍ້ອນວ່າໂຄງການມີເຈົ້າຂອງຈອງໄວ້ຢູ່ ໂດຍສະເພາະໂຄງການທີ່ຕິດພັນແຫຼ່ງວັດຖຸດິບ ໂດຍສະເພາະແຂວງຄຳມ່ວນ ໄດ້ສະເໜີໃຫ້ບໍລິສັດ ຊີໂນ ເຮັດໂຮງງານປຸ໋ຍ ແຕ່ບໍ່ມີວັດຖຸ (ຖ່ານຫີນ) ສະໜອງໃຫ້ເຂົາເຈົ້າ, ແຕ່ວ່າມີຫຼາຍບໍລິສັດຖ່ານຫີນ ທີ່ມີບໍລິສັດອື່ນຈອງໄວ້ແລ້ວ ແຕ່ເຮົາບໍ່ສາມາດຈະໄປຈັດຕັ້ງປະຕິບັດໄດ້, ບັນຫານີ້ສະເໜີໃຫ້ກະຊວງ, ຂະແໜງການທີ່ກ່ຽວ ຂ້ອງກວດກາຄືນ ບໍ່ວ່າຈະເປັນເລື່ອງຖ່ານ ຫີນ ບັນຫາເນື້ອທີ່ກໍເຊັ່ນດຽວກັນ. ບັນຫາທີສອງ, ການໃຫ້ສຳປະ ທານ ຄິດວ່າມັນຫຼາຍໂພດ ຜູ້ໜຶ່ງ 200-300 ເຮັກຕາ, 1,000 ເຮັກຕາ ກໍມີ ແຕ່ເຮັດຕົວຈິງບາງທີບໍ່ຮອດ 100 ເຮັກຕາ.
ທ່ານ ກ່າວຕື່ມວ່າ: ສໍາລັບການແບ່ງຂັ້ນຄຸ້ມຄອງ: ສະເໜີບັນ ດາກະຊວງທີ່ກ່ຽວຂ້ອງໃຫ້ເບິ່ງຄືນຕື່ມ, ທິດ 3 ສ້າງ ກໍໄດ້ເວົ້າແຈ້ງກ່ຽວກັບການຫັນວຽກລົງສູ່ທ້ອງຖິ່ນຮາກຖານ ເຊິ່ງຍັງຫຼາຍອັນທີ່ກະຊວງຍັງບໍ່ທັນໄດ້ແບ່ງສິດໃຫ້ທ້ອງຖິ່ນຄຸ້ມຄອງ ໂດຍສະເພາະທາງຫຼວງແຫ່ງຊາດ; ສະເໜີວ່າ ທາງຫຼວງແຫ່ງຊາດທີ່ຜ່ານແຂວງໃດ ກໍຄວນມອບໃຫ້ແຂວງນັ້ນຄຸ້ມຄອງທຸກຢ່າງຈະໄດ້ບໍ່, ສ່ວນທຶນໃຫ້ກະຊວງຄຸ້ມຄອງກໍໄດ້ ແຕ່ວ່າສຳຄັນໃຫ້ທ້ອງຖິ່ນຊ່ວຍຕິດຕາມກວດກາວ່າມັນເປ່ເພແນວໃດ, ຈະແປງແນວໃດ? ບໍ່ໃຫ້ເປ່ເພໜັກແລ້ວຈຶ່ງໄປແປງ.



