ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາບທາມຄຳເຫັນຕໍ່ຮ່າງດໍາລັດ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ

May 9, 2025

ໃນວັນທີ 8 ພຶດສະພາ 2025 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວຢູ່ບໍລິເວນຊາຍແດນ ແລະ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ ລາວ (ສະບັບປັບປຸງ) ໂດຍການເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການຂັ້ນສູນກາງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ເພື່ອເປີດໂອກາດໃຫ້ບັນດາກະຊວງ ແລະ ອົງການຂັ້ນສູນກາງ ໄດ້ປະ ກອບຄໍາຄິດຄຳເຫັນໃສ່ຮ່າງດໍາລັດ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ ຊຶ່ງການປຶກສາຫາລືຄັ້ງນີ້ ແມ່ນການດໍາເນີນຂັ້ນຕອນການທາບທາມຄໍາເຫັນຂັ້ນທ້ອງຖິ່ນ ຕໍ່ຮ່າງນິຕິກໍາພາຍໃຕ້ກົດໝາຍດັ່ງກ່າວ ຕາມຂັ້ນຕອນຂອງກົດໝາຍ ວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ ປີ 2021) ເພື່ອໃຫ້ສໍາເລັດການທາບທາມປະກອບຄໍາເຫັນຂອງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ພາຍໃນເດືອນພຶດສະພາ 2025. ຫລັງຈາກນັ້ນ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະນໍາໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນ ແລ້ວນໍາໄປກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຮ່ວມກັບກະ ຊວງຍຸຕິທໍາ.
ຮ່າງດໍາລັດທັງສອງສະບັບນີ້, ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານການເຄື່ອນໄຫວຢູ່ບໍລິເວນຊາຍແດນຂອງພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຕ່າງປະເທດ, ວຽກງານການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ ລາວ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວ, ມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາດ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພາຍຫລັງຮ່າງດໍາລັດເຫລົ່ານີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວວຽກງານດັ່ງກ່າວ ຢ່າງລວມສູນ ແລະ ເປັນເອກະພາບ, ມີປະສິດທິພາບ, ປະສິດທິຜົນຂຶ້ນກວ່າເກົ່າ ແລະ ຈະເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາລະບົບນິຕິກຳ ຂອງຂະແໜງການຕ່າງປະເທດ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດ ດ້ວຍກົດໝາຍຢ່າງໜັກແໜ້ນເທື່ອລະກ້າວ. ພ້ອມທັງ, ເປັນການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສຳເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໂດຍສະເພາະການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.
ຂ່າວ-ພາບ: ກຕທ