ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ (ຄລຊ) ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ສະບັບປັບປຸງປີ 2025 ໃນລະຫວ່າງວັນທີ 23-24 ມັງກອນ 2025 ຢູ່ແຂວງຫລວງນໍ້າທາ ເຊິ່ງຈຸດດັ່ງກ່າວປະກອບມີ ແຂວງຫລວງນໍ້າທາ, ແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະ ທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ມີທ່ານ ວຽງສະຫວັດ ສີພັນດອນ ເລຂາພັກແຂວງ, ເຈົ້າແຂວງຫລວງນ້ຳທາ, ທ່ານ ທອງຈັນ ມະນີໄຊ ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫລວງນ້ຳທາ, ມີບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ປະຈຳເຂດເລືອກຕັ້ງທີ 3 ແຂວງຫລວງນ້ຳທາ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງຂອງ 3 ແຂວງຄື: ຜົ້ງສາລີ, ຫລວງນ້ຳທາ ແລະ ບໍ່ແກ້ວ ເຂົ້າຮ່ວມ.
ທ່ານ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ຮູ້ວ່າ: ການສ້າງ ແລະ ປັບ ປຸງລັດຖະທຳມະນູນ ເປັນວຽກ ທີ່ສຳຄັນທີ່ສຸດ, ແຕ່ການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນຈິງ, ການນຳເອົາລັດຖະທຳ ມະນູນ ແລະ ກົດໝາຍ ເຂົ້າສູ່ຊີວິດຕົວຈິງຂອງທົ່ວສັງຄົມນັ້ນ ເປັນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນກວ່າການສ້າງ ແລະ ປັບປຸງລັດຖະທຳມະນູນຫລາຍສິບເທົ່າ ເຊິ່ງການຈັດກອງປະຊຸມຄັ້ງນີ້ ກໍເພື່ອເຮັດໃຫ້ ການປະກອບຄຳເຫັນເຂົ້າໃສ່ເນື້ອໃນ ຮ່າງລັດຖະທຳມະນູນສະບັບປັບປຸງ ໃຫ້ມີຄວາມຄົບຖ້ວນ, ຮັດ ກຸມ ແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍ ງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳມະນູນກາຍເປັນສະບັບສົມ ບູນ; ເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງຕໍ່ຮ່າງລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດ ຖະທຳມະນູນໃນທົ່ວສັງຄົມ ໃຫ້ດີຂຶ້ນກວ່າເກົ່າ, ຮັບ ປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນ 3 ວັນປະຫວັດ ສາດທີ່ສຳຄັນຂອງຊາດໃນປີນີ້.
ພ້ອມນີ້, ທ່ານ ກອງແກ້ວ ໄຊສົງຄາມ ຍັງໄດ້ຮຽກຮ້ອງມາຍັງສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ກຳມະກອນ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ເຂັ້ມງວດ ແລະ ສັກສິດກວ່າເກົ່າ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວພັກ, ທົ່ວລັດ, ທົ່ວປວງຊົນ ບົນພື້ນຖານລັດ ຖະທຳມະນູນ ແລະ ກົດໝາຍ, ເດັດດ່ຽວໜຽວແໜ້ນ ສູ້ຊົນຜ່ານຜ່າອຸປະສັກຕ່າງໆ ເພື່ອປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມ ນິຍົມຢ່າງໜັກແໜ້ນ ແລະ ມີໄຊ.
ກອງປະຊຸມຄັ້ງນີ້, ຈະສຳເລັດລົງຢ່າງຈົບງາມ, ແຕ່ການປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະ ບັບສົມບູນນັ້ນ ຍັງເປັນວຽກງານໜຶ່ງທີ່ສຳຄັນຂອງລັດເຮົາ ທີ່ຍັງຕ້ອງສືບຕໍ່ຮີບຮ້ອນເອົາໃຈໃສ່ຄົ້ນຄວ້າ ແລະ ຮຽບຮຽງ ພາຍຫລັງສຳເລັດບັ້ນທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນໃນທົ່ວປະເທດ ເພື່ອສາມາດນຳໄປສະເໜີຕໍ່ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍເດືອນມີນາ 2025 ພິຈາລະນາ ແລະ ຮັບຮອງເອົາ.
ຂ່າວ-ພາບ: ຂັນໄຊ




