ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ຮອບທີ 3

Aug 11, 2025

ກອງປະຊຸມທາບທາມຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ທາມທາບບຸກຄະລາກອນ ຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 3) ຈັດຂຶ້ນໃນວັນທີ 9 ສິງຫາ 2025 ຢູ່ແຂວງຊຽງຂວາງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ, ມີສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນຕາງໜ້າໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ບຸນຈັນ ສີວົງພັນ ໄດ້ລາຍງານໃຫ້ຊາບ: ຜົນການດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກແຂວງ ຊຽງຂວາງ ທ້າຍສະໄໝທີ VIII ແລະ ການນໍາພາດ້ານການເມືອງ-ແນວຄິດ ຂອງຄະນະບໍລິຫານງານພັກແຂວງ ເຊິ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຄົ້ນຄວ້າ, ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ VIII ຂອງຄະນະບໍລິຫານງານພັກແຂວງ ແລະ ບັນດາມະຕິ, ຄຳສັ່ງ, ຂໍ້ກໍານົດຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດ ເພື່ອເປັນພື້ນຖານໃນການຫັນປ່ຽນ ແລະ ກໍານົດການສ້າງວິໄສທັດພາຍໃນຄະນະພັກ, ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ຕະຫລອດຮອດປະຊາຊົນ ມີຄວາມໜັກແໜ້ນເຂັ້ມແຂງ, ມີທັດສະນະຫລັກໝັ້ນຖືກຕ້ອງ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ສັດຊື່ບໍລິສຸດ, ມີຄວາມຮັບຮູ້ຢ່າງຖືກຕ້ອງ ຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ທີ່ກໍານົດອອກໃນແຕ່ລະໄລຍະ.
May be an image of 3 people, dais and text May be an image of 1 person, dais and text
ໃນເວລາຕໍ່ມາ, ສະຫາຍ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ແລະ ສະຫາຍ ບົວເງິນ ຫຸມໄຊຍະພົມ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານຂົງເຂດວຽກງານເສດຖະກິດຂອງແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຂອງແຂວງ. ຫລັງຈາກນັ້ນ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍໄດ້ຜ່ານບັນດາມາດຖານເງື່ອນໄຂ ຜູ້ສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ, ປະທານ-ຮອງປະທານຄະນະກວດກາພັກແຂວງ.
ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫລັກການທີ່ກຳນົດໄວ້ ໃນການທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 3) ຊຶ່ງນອກຈາກມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍເພດ-ເຜົ່າ, ທັງຮັບປະກັນໃຫ້ມີ 3 ຮຸ່ນ(ອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ) ຢ່າງສົມເຫດສົມຜົນ, ລວມທັງ ຢູ່ໃນຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ກໍຕ້ອງໃຫ້ແທດເໝະກັບຕົວຈິງ. ຕໍ່ການທາບທາມເລືອກເຟັ້ນບຸກຄະລາກອນ ໃນຮອບທີ 3 ນີ້ ແມ່ນເປັນຮອບສຸດທ້າຍ ທີ່ມີລັກສະນະຕັດສິນ ເພື່ອເປັນພື້ນຖານກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ IX ທັງຮັບປະກັນລັກສະນະສືບທອດປ່ຽນແທນ ທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ມີຄຸນທາດການເມືອງ, ຫລັກໝັ້ນຊົນຊັ້ນຈະແຈ້ງ, ມີຄວາມຮູ້ຄວາມສາມາດ, ມີຄວາມເປັນແບບຢ່າງ ນຳພາການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 5 ປີຕໍ່ໜ້າ. ພ້ອມນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ມີຄວາມເປັນເອກະພາບ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫລີກເວັ້ນແນວຄິດຄັບແຄບ, ອະຄະຕິ ແລະ ເບິ່ງບັນຫາແບບຜິວເຜີນ ໃນການການລົງຄະແນນສຽງທາບທາມບຸກຄະລາກອນ ໂດຍຂາດຄວາມຮັບຜິດຊອບ ເຊິ່ງຈະພາໃຫ້ເກີດມີການເສື່ອມເສຍຕໍ່ບົດບາດການນຳພາຂອງພັກ.
May be an image of 1 person, temple, dais and text May be an image of 6 people, dais and text
ໃນຕອນທ້າຍ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບທາມເອົາບຸກຄະລາກອນ ທີ່ອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 3).
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.