ໃນຕອນເຊົ້າຂອງວັນທີ 14 ສິງຫາ 2025ນີ້, ເມືອງຫົງສາໄດ້ທາບທາມບຸກຄະລາກອນ ຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຮອບທີ I ຢູ່ທີ່ສະໂມສອນຂອງເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ, ມີສະຫາຍ ປອ ສິນນະຄອນ ດວງບັນດິດ ຮອງຫົວໜ້າກົມຈັດຕັ້ງພັກ ຄະນະຈັດຕັ້ງສູນກາງພັກ, ມີຄະນະບໍລິຫານງານພັກເມືອງ, ທິມງານຂອງແຂວງ, ເລຂາ-ຮອງເລຂາຫນ່ວຍພັກ, ຫົວໜ້າ-ຮອງ ຫົວໜ້າຫ້ອງການ, ກົມກອງ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງຂອງເມືອງ ເຂົ້າຮ່ວມ.
ສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ຂຶ້ນລາຍງານສະພາບເສດຖະກິດສັງຄົມຂອງເມືອງ ໂດຍສັງເຂບ, ຫຼັງຈາກນັ້ນ ສະຫາຍ ນາງກັນດາວອນ ຄຳຕາ ຫົວໜ້າຂະແໜງກວດກາພັກ ຄະນະກວດກາພັກແຂວງ ໄດ້ຜ່ານມາດຖານ, ເງື່ອນໄຂຂອງກຳມະການຄະນະບໍລິຫານງານພັກແຂວງ, ການເລືອກເຟັ້ນບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນໂຄງປະກອບຄະນະບໍລິຫານງານພັກ ແຕ່ລະຂັ້ນ ຕ້ອງຮັບປະກັນໂຄງປະກອບເພດ, ເຜົ່າ ມີຈໍານວນເພີ່ມຂຶ້ນ ຕາມຈຸດພິເສດສະເພາະ ຂອງຄະນະພັກ ແຕ່ລະຂັ້ນ; ໃຫ້ເອົາໃຈໃສ່ 3 ຮຸ່ນ (ອາວຸໂສ, ກາງ, ໜຸ່ມ), ມີທັງຜູ້ເກົ່າ, ຜູ້ໃໝ່ໃນອັດຕາສ່ວນ ທີ່ເໝາະສົມ; ໃນນັ້ນ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ໃຫ້ກວມອັດຕາສ່ວນຫຼາຍ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນ, ຕໍ່ເນື່ອງໃນສະເພາະໜ້າ, ຍາວນານ. ພ້ອມນີ້ຍັງໄດ້ແນະນໍາວິທີການທາບທາມ ແລະ ດຳເນີນວິທີການທາບທາມ ຮອບທີ I.

ໃນໂອກາດນີ້ ສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ມີຄຳເຫັນຊີ້ນຳ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊຍະບູລີ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີຂະບວນການຮອບດ້ານທີ່ຟົດຟຶ້ນ ແລະ ມີຜົນສຳເລັດ.
ຂ່າວ-ພາບ: ຖວທ ຫົງສາ


