ວັນທີ 22 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ.
ການທຳລາຍບົມໃຫຍ່ 750 ປອນໃນຄັ້ງນີ້ ແມ່ນນໍາໃຊ້ເປົາຊາຍ 6.000 ເປົາ, ດິນຊາຍຈໍານວນ 200 ໂຕນ, ວາງອ້ອມຮອບ 360 ອົງສາ, ຂຸດຂຸມເລິກ 5 ແມັດ. ການຈັດຕັ້ງປະຕິບັດແມ່ນໄດ້ຕັດຟີວບົມຢູ່ສະຖານທີ່ຂົ້ວບ້ານໂພນທອງຈຸດທີ່ພົບເຫັນບົມແລ້ວເຄື່ອນຍ້າຍຈາກບ່ອນດັ່ງກ່າວໄປທຳລາຍຢູ່ຈຸດທີ່ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ກຳນົດໄວ້ ຊຶງຫ່າງຈາກບ້ານໂພນທອງປະມານ 4 ກິໂລແມັດ.
ການທຳລາຍບົມໃຫຍ່ 750 ປອນ ແມ່ນສຳເລັດ ຕາມແຜນທີ່ໄດ້ກຳນົດໄວ້ ແລະ ພໍ່ແມ່ປະຊາຊົນທຸກຄົນພາຍໃນບ້ານມີຄວາມປອດໄພ.
ຂ່າວ-ພາບ: ນິດຖະໜອມ







