ທຳລາຍສວນຝິ່ນຢູ່ບ້ານກົກມີ້ ເມືອງຫຼວງນໍ້າທາ 5.200 ຕາ ແມັດ”

ໃນວັນທີ 25 ມັງກອນ 2025 ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ໄດ້ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ລວມມີ 03 ຕອນ, ເນື້ອທີ່ 5.200 ຕາແມັດ ເທົ່າກັບ 0,52 ເຮັກຕາ ຢູ່ຂອບເຂດ ບ້ານກົກມີ້ ເມືອງຫຼວງນ່ໍ້ຳທາ, ເຊິ່ງນໍາພາໂດຍ ພັທ ທວງໄຊ ດວງມະລາ ຮອງຫົວໜ້າຫ້ອງ ປກສ ແຂວງຫຼວງນ້ຳທາ, ມີ ພັຕ ຄຳນ້ອຍ ໄຊບູນເຮືອງ ຕາງໜ້າຫ້ອງ ການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສຳລັບວິທີການທໍາລາຍສວນຝິ່ນໃນຄັ້ງນີ້, ແມ່ນໄດ້ເອົາໄມ້ຟາດ, ລົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ຕົ້ນຝິ່ນສາມາດປຸກຄືນໄດ້.
ໄລຍະຜ່ານມາ ທາງເຈົ້າໜ້າທີ່ໄດ້ເຕົ້າໂຮມປະຊາຊົນ ພ້ອມອໍານາດການປົກຄອງບ້ານ ເພື່ອເຜີຍແຜ່ຜົນຮ້າຍຂອງຝິ່ນ ໃຫ້ປະຊາ ຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ ພ້ອມທັງສັ່ງໃຫ້ຢຸດເຊົາການປູກຝິ່ນ ແລ້ວຫັນມາປູກພືດທົດແທນ ເພື່ອຫາລາຍຮັບເຂົ້າໃນຄອບຄົວ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.
Cr. ປກສ ແຂວງຫຼວງນ້ຳທາ



