ໃນວັນທີ 27 ກັນຍາ ນີ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊສົມບູນຈັດພິທີທຳລາຍສິນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ຂຶ້ນທີ່ພະແນກອຸດສາຫະກຳແລະການຄ້າ ແຂວງໄຊສົມບູນ ໂດຍການເປັນປະທານຂອງທ່ານ ຜາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊສົມບູນ.
ໃນພິທີໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນສິນຄ້ານອກລະບົບຢູ່ເທດສະບານເມືອງອະນຸວົງ ຈາກທ່ານ ຊົ່ງມົວໄຊ ຊົ່ງເຍ່ຍເນັ້ງ ຫົວໜ້າຂະແໜງການຄ້າພາຍໃນ ແລະ ຕ່າງປະເທດ ຊຶ່ງຕະຫຼອດໄລຍະຜ່ານມາໄດ້ລົງຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ເທດສະບານເມືອງອະນຸວົງ ແລະ ຂອບເຂດບ້ານນໍ້າໂມ້, ນໍ້າຍອນ, ບ້ານອາວ ແລະ ບ້ານອອມ ຄັ້ງວັນທີ 7-9 ສິງຫາ 2024 ແລະ ຄັ້ງວັນທີ 2-3 ກັນຍາ 2024 ທາງຄະນະທີມງານ ໄດ້ລົງກວດກາຮ້ານຂາຍເຄື່ອງຍ່ອຍຂອງຊາວຈີນ, ຫວຽດນາມ ແລະ ຊາວລາວ ຢູ່ເທດສະບານເມືອງອະນຸວົງ, ຂອບເຂດບ້ານ ນໍ້າໂມ້, ນໍ້າຍອນ, ບ້ານອາວ ແລະ ບ້ານອອມ
ການລົງກວດກາໃນຄັ້ງນີ້ ໄດ້ກວດກາຕົວຈິງມີທັງໝົດ 26 ຮ້ານ ພົບເຫັນສິນຄ້ານອກລະບົບ, ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ ແລະ ສິນຄ້າອື່ນໆ ໄດ້ທັງໝົດ 40 ລາຍການ, ເປັນມູນຄ່າທັງໝົດ 60,524,000 ກີບ, ໄດ້ປັບໃໝຈໍານວນ 4 ຮ້ານ ເປັນຈໍານວນເງິນທັງໝົດ 16,829,000 ກີບ ແລະ ໄດ້ສ້າງບົດບັນທຶກສຶກສາອົບຮົມພ້ອມກ່າວເຕືອນຈໍານວນ 21 ຮ້ານ, ຍັງ 1 ຮ້ານ ແມ່ນຜູ້ປະກອບການບໍ່ໃຫ້ຄວາມຮວ່ມມື ເຊິ່ງຈະໄດ້ແຈ້ງເຊີນມາປະຕິບັດການປັບໃໝຕາມລະບຽບ ໂອກາດດຽວກັນນີ້ກໍໄດ້ມີພິທີທຳລາຍສິນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ທີ່ສະໜາມຖິ້ມຂີ້ເຫຍື້ອ ຢູ່ບ້ານທົ່ງຄູນ ເມືອງອະນຸວົງແຂວງໄຊສົມບູນ ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ ອີກດ້ວຍ.
ພາບ-ຂ່າວ: ແກ່ນຈັນ ທຳມະນີ





