ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທີມແພດກຽມພ້ອມຮອບດ້ານ ຮັບໃຊ້ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

Jan 6, 2026

ໜ່ວຍງານຮັກສາສຸຂະພາບ ແລະ ອາຫານປອດໄພ ແລະ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ມີຄວາມພ້ອມຮ້ອຍສ່ວນຮ້ອຍ ໃນການຮັບໃຊ້ກອງປະຊຸມໃຫ່ຍ ຄັ້ງທີ 12 ຂອງພັກ ທີ່ຈັດຂື້ນໃນລະຫວ່າງວັນທີ 6 ຫາ 8 ມັງກອນນີ້
ພົນຈັດຕະວາ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ຄະນະຮັບຜິດຊອບກ່ຽວກັບໜ່ວຍງານຮັກສາສຸຂະພາບ ອາຫານປອດໄພ ແລະ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳພາດໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ການກະກຽມຮັບໃຊ້ກອງປະຊຸມໃຫ່ຍໃນຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 2 ມັງກອນນີ້ ໂດຍໄດ້ຈັດໜ່ວຍງານກຽມພ້ອມ ສຳລັບຢູ່ຫ້ອງປະຊຸມ ຫໍປະຊຸມແຫ່ງຊາດ ແມ່ນມີ 3 ໜ່ວຍງານ ຄື: ຈຸດທີ 1 ດ້ານຫຼັງຫ້ອງປະຊຸມ ແມ່ນໜ່ວຍງານແພດປະຈຳການນໍາລະດັບສູງ ແລະ ຊ່ຽວຊານຈາກໂຮງໜໍມິດຕະພາບ,ມະໂຫສົດ ຊຶ່ງໃນນີ້ຈະມີກາຍະບຳບັດນໍາ ແລະ ມີລົດຮັບສົ່ງຄົນເຈັບ, ຈຸດທີ 2 ແມ່ນໜ້າຫ້ອງປະຊຸມ ໂດຍບໍລິການບັນດາຜູ້ແທນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມກອງປະຊຸມໃຫ່ຍ, ສ່ວນຈຸດທີ 3 ແມ່ນບໍລິການຮັບໃຊ້ພະນັກງານທົ່ວໄປ, ນອກຈາກນີ້ຍັງມີແພດໜໍປະຈໍາຢູ່ 6 ໂຮງແຮມຄື: ໂຮງແຮມເມືອງແທງ, ໂຮງແຮມລາດຊະວົງ, ໂຮງແຮມມາລາດາ, ໂຮງແຮມແລນມາກ, ໂຮງແຮມດອນຈັນ ແລະ ໂຮງແຮມແດນສະຫັວນ.
May be an image of one or more people, people studying, table and hospital
ພົນຈັດຕະວາ ນາງ ທອງສີ ວົງພະຈັນ ໃຫ້ຮູ້ວ່າ: ສໍາລັບໜ່ວຍງານອາຫານປອດໄພໄດ້ລົງເຄື່ອນໄຫວຢູ່ບັນດາໂຮງແຮມ ແລະ ຮ້ານອາຫານທີ່ປຸງແຕ່ງອາຫານ ສະໜອງໃຫ້ຫໍປະຊຸມແຫ່ງຊາດ ແລະ ເຂົ້າກອງໃຫ້ບັນດາພະນັກງານຮັບໃຊ້ ໂດຍໄດ້ເຮັດສັນຍາກ່ຽວກັບອາຫານປອດໄພຢ່າງຄົບຖ້ວນ, ສ່ວນໜ່ວຍງານພະຍາດຕິດຕໍ່ແມ່ນໄດ້ພົ່ນຢາຂ້າເຊື້ອ ແລະ ຍຸງລາຍ ອ້ອມຮອບຫໍປະຊຸມແຫ່ງຊາດ ເພື່ອທຳລາຍແມງວັນ ແລະ ຍຸງລາຍ