ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທີມແພດຈີນ ຊ່ວຍເຫຼືອຜ່າຕັດຕໍ້ກະຈົກຕາດ້ວຍຄື້ນແສງຄວາມຖີ່ສູງ ເຄື່ອງທຳອິດຢູ່ໂຮງໝໍ 103

Jun 27, 2025

ເມື່ອບໍ່ດົນມານີ້, ທີມແພດກອງທັບປົດປ່ອຍປະຊາຊົນຈີນ ຊຸດທີ 13 ທີ່ໄດ້ມາຊ່ວຍເຫຼືອດ້ານການແພດລາວ ໃນການຜ່າຕັດຕໍ້ກະຈົກຕາດ້ວຍເຕັກນິກຄື້ນແສງຄວາມຖີ່ສູງ ພ້ອມທັງສ້າງເລນຕາທຽມຊະນິດພັບໄດ້ ເຊິ່ງເປັນຄັ້ງທຳອິດຂອງໂຮງໝໍ 103 ກອງທັບປະຊາຊົນລາວ.
ທ່ານ ສຈ ຕູ໋ ຫົງຈຸ້ນ ຜູ້ຊ່ຽວຊານດ້ານຕາ ທັງເປັນຫົວໜ້າທີມຊ່ວຍເຫຼືອໄດ້ກ່າວວ່າ:ໂຮງໝໍ 103ໄດ້ຊື້ເຄື່ອງມືຜ່າຕັດດັ່ງກ່າວມາຫຼາຍປີແລ້ວ, ແຕ່ຍ້ອນຂາດບຸກຄະລາກອນທີ່ຊ່ຽວຊານ, ເຄື່ອງມືຜ່າຕັດນັ້ນຈຶ່ງບໍ່ທັນໄດ້ນຳໃຊ້. ສະນັ້ນພະແນກຫູຕາດັງຄໍໂຮງໝໍນີ້ຍັງໃຊ້ເຕັກນິກການຜ່າຕັດແບບດັ້ງເດີມ ໂດຍຜ່າຕັດເປັນບາດແຜໃຫຍ່ປະມານ 10 ມິນລິແມັດ.
ທ່ານ ສຈ ຕູ໋ ຫົງຈຸ້ນກ່າວຕື່ມວ່າ: ການເຮັດໃຫ້ເຄື່ອງມືທີ່ທັນສະໄໝໃຫ້ໃຊ້ງານໄດ້ຈິງ ແລະ ເປັນປະໂຫຍດຕໍ່ປະຊາຊົນລາວນັ້ນ ແມ່ນສະແດງໃຫ້ເຫັນເຖິງມິດຕະພາບຈີນ-ລາວ ທີ່ເລິກເຊິ່ງ. ເພື່ອຈຸດປະສົງນີ້, ຕົນເອງໄດ້ຫັນເອົາຄວາມທ້າທາຍໃຫ້ເປັນໂອກາດ. ໃນນັ້ນ, ກ່ອນດໍາເນີນການ ຕົນເອງໄດ້ອ່ານຄູ່ມືການໃຊ້ງານອຸປະກອນຢ່າງລະອຽດ ແລະ ພົວພັນຫຼາຍຄັ້ງກັບບໍລິສັດເຄື່ອງມືການແພດພາຍໃນປະເທດຈີນ, ໃນທີ່ສຸດກໍ່ໄດ້ຕິດຕັ້ງ ແລະ ປັບເຄື່ອງມືໃຫ້ພ້ອມໃຊ້ງານໄດ້ພາຍໃຕ້ການຊີ້ນຳທາງໄກ ພ້ອມທັງໄດ້ໃຊ້ຕາໝູເປັນຕົວຢ່າງເຂົ້າໃນການຈໍາລອງທົດສອບຫຼາຍຄັ້ງ. ນອກນັ້ນ, ເພື່ອຮັບປະກັນການຜ່າຕັດດຳເນີນໄປຢ່າງລາບລື່ນ, ທີມງານແພດຈີນ ຍັງໄດ້ຈັດຕັ້ງລະດົມທຶນ ເພື່ອຊື້ອຸປະກອນທີ່ຈຳເປັນເຊັ່ນ: ມີດຜ່າຕັດພິເສດ, ສານຫົດຍືດ ແລະ ຄີມແຄັບໂຊເລີເຮັກຊີດ.
ໃນມື້ດໍາເນີນຜ່າຕັດ, ໄດ້ພົບເຫັນຄວາມທ້າທາຍຈາກກ້ອງຈຸລະທັດ ທີ່ມີຄວາມຊັດເຈນ ແລະ ຄວາມເລິກຂອງພາບທີ່ຈຳກັດ, ແຕ່ທ່ານ ສຈ ຕູ໋ ໄດ້ອາໄສປະສົບການດ້ານຄລີນິກມາຫຼາຍປີ ຈຶ່ງໃຊ້ເວລາພຽງ 30 ນາທີ ຜ່າຕັດຕໍ້ກະຈົກຕາໃຫ້ກັບຄົນເຈັບທີ່ເກີດຈາກອຸບັດຕິເຫດ ໂດຍໃຊ້ເຕັກນິກຄື້ນແສງເຮັດໃຫ້ບາດແຜນ້ອຍກວ່າ 3 ມິນລິແມັດ. ໃນຂະນະການຜ່າຕັດ, ບາດແຜທີ່ກະຈົກຕາຂອງຄົນເຈັບໄດ້ຮັບການຊ້ອມແຊມພ້ອມກັນ, ທີມແພດຈີນຍັງໄດ້ປູກເລນຕາທຽມຊະນິດພັບໃສ່ໃຫ້ຄົນເຈັບ. ຫຼັງຜ່າຕັດມື້ທຳອິດ, ສາຍຕາຂອງຄົນເຈັບດີຂຶ້ນຢ່າງຊັດເຈນ ເຊິ່ງໃບໜ້າຂອງລາວເຕັມໄປດ້ວຍຄວາມຫວັງໃໝ່ສໍາລັບຊີວິດໃນອະນາຄົດ.
ຄວາມສຳເລັດຂອງການຜ່າຕັດຄັ້ງນີ້ ບໍ່ພຽງແຕ່ເປັນເຄື່ອງຫມາຍຂອງການກ້າວຂຶ້ນຂັ້ນໃໝ່ດ້ານເຕັກນິກການວິນິດໄສ ແລະ ປິ່ນປົວຂອງພະແນກຫູຕາດັງຄໍໃນໂຮງໝໍ 103 ກອງທັບແຫ່ງນີ້ເທົ່ານັ້ນ, ຫາກຍັງເປັນທາງເລືອກ ແລະ ໃຫ້ຜົນການປິ່ນປົວທີ່ດີກວ່າໃຫ້ແກ່ຄົນເຈັບທີ່ເປັນພະຍາດຕໍ້ກະຈົກຕາໃນລາວ. ນອກຈາກນີ້, ການບັນລຸຜົນສຳເລັດດ້ານເຕັກນິກຍັງສະແດງໃຫ້ເຫັນເຖິງຄວາມຈິງໃຈ ແລະ ການກະທຳຕົວຈິງຂອງວຽກງານຊ່ວຍເຫຼືອການແພດຂອງຈີນ ໃນຕ່າງປະເທດຢ່າງເປັນຮູບປະທໍາ ໃນການແລກປ່ຽນຄວາມຮູ້ວິຊາການໃນຂົງເຂດການທະຫານ ລະຫວ່າງ ຈີນ-ລາວ ໃຫ້ເລິກເຊິ່ງ ແລະ ເປັນອີກຜົນງານໜຶ່ງທີ່ອຸດົມສົມບູນຂອງມິດຕະພາບ ຂອງສອງປະເທດໃນຂົງເຂດສາທາລະນະສຸກອີກດວ້ຍ.