ໃນອາທິດທີ່ຜ່ານມາ ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກ ພາຍຸຢາກິ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ຕໍ່ສະພາບການດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງລົງໄປແກ້ໄຂ ແລະ ຊ່ວຍເຫລືອຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ແລະ ທັນການ, ພ້ອມທັງໄດ້ຊີ້ນຳໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ກ່ຽວກັບການກະກຽມຮັບມືກັບພາຍຸໃຕ້ຝຸ່ນຢາກິ ແລະ ການລະດົມກໍາລັງລົງຊ່ວຍຕ້ານໄພນ້ຳຖ້ວມ.
ໂດຍອີງຕາມກົນໄກການແບ່ງຄວາມຮັບຜິດຊອບ ແລະ ແຜນການເຄື່ອນໄຫວວຽກງານຂອງລັດຖະບານ ໂດຍມີແຜນການເຄື່ອນໄຫວປົກກະຕິປະຈຳເດືອນ ແລະ ວຽກສະເພາະກິດເລັ່ງດ່ວນ ເຊິ່ງທັງສອງວຽກດັ່ງກ່າວ ກໍຕ້ອງໄດ້ດຳເນີນໄປພ້ອມກັນ. ໃນການແກ້ໄຂໄພພິບັດທຳມະຊາດ ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ທີ່ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ, ມີລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຮອງປະທານ, ຜູ້ປະຈຳການ ແລະ ມີບັນດາຮອງລັດຖະມົນຕີຈາກບັນດາກະຊວງ ເປັນຄະນະ ເມື່ອເກີດມີໄພນ້ຳຖ້ວມ, ຄະນະດັ່ງກ່າວ ກໍໄດ້ເປັນເຈົ້າການຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບແຂວງທີ່ໄດ້ຮັບຜົນກະທົບ ເພື່ອແກ້ໄຂຢູ່ພື້ນທີ່ຕົວຈິງ. ສ່ວນການລະດົມ ແລະ ຮັບການຊ່ວຍເຫລືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ແມ່ນທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ເປັນຜູ້ຮັບຜິດຊອບຊີ້ນຳ.
ສຳລັບ ທ່ານ ນາຍົກລັດຖະມົນຕີ ພາຍຫລັງສໍາເລັດການຊີ້ນຳວຽກງານພັດທະນາເສດ ຖະກິດ-ສັງຄົມ ແລະ ຊຸກຍູ້ການຜະລິດ ລວມທັງການກຽມຮັບມືກັບໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນຢູ່ແຂວງສະຫວັນນະເຂດ ແລະ ຈໍາປາສັກ ແລ້ວ, ໃນວັນທີ 15 ກັນຍາ 2024 ກໍໄດ້ຮີບຮ້ອນລົງຕິດຕາມສະພາບນໍ້າຖ້ວມ, ມອບເຄື່ອງຊ່ວຍເຫລືອ ແລະ ຊີ້ນຳການແກ້ໄຂ ຢູ່ພື້ນທີ່ຕົວຈິງ ໂດຍສະ ເພາະລຽບຕາມແຄມແມ່ນໍ້າຂອງ ຢູ່ເຂດເມືອງປາກງື່ມ, ເມືອງຫາດຊາຍຟອງ ແລະ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ພ້ອມທັງຊີ້ນໍາໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ຈົ່ງມີສະຕິ, ລະມັດລະວັງ, ຕິດຕາມຂ່າວສານກ່ຽວກັບສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ລະໄລຍະ ເພື່ອກຽມຮັບມືໃຫ້ທັນເວລາ.
ໃນການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ຂັ້ນເທິງ ໄດ້ມອບໃຫ້ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລົງໄປຊີ້ນຳການແກ້ໄຂ ແລະ ຊ່ວຍເຫລືອຜູ້ປະສົບໄພ ເຊິ່ງມີຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ນຳໂດຍທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະຈຳການຢູ່ພື້ນທີ່ຕົວຈິງ. ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງສົມທົບກັບແຂວງ ແລະ ພາກ ສ່ວນກ່ຽວຂ້ອງ ແກ້ໄຂ ແລະ ມອບທຶນຊ່ວຍເຫລືອຜູ້ປະສົບໄພ. ຄຽງຄູ່ກັນນີ້, ກໍໄດ້ຕິດຕາມຊີ້ນຳການປ້ອງກັນ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ຢ່າງໃກ້ຊິດ.
ສຳລັບການແກ້ໄຂໄພນໍ້າຖ້ວມຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 13-15 ກັນຍາ 2024 ໄດ້ມີການນໍາຂັ້ນສູງຂອງພັກ-ລັດ ຫລາຍທ່ານ ລົງຊີ້ນໍາຢູ່ພື້ນທີ່ຕ່າງໆ ທີ່ໄດ້ຮັບຜົນກະ ທົບ ເປັນຕົ້ນ ທ່ານປະທານປະເທດ, ທ່ານຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງກ່ຽວຂ້ອງ.
ໃນການຊ່ວຍເຫລືອແກ້ໄຂຜົນກະທົບຈາກໄພນ້ຳຖ້ວມ ແລະ ຜູ້ປະສົບໄພໃນຄັ້ງນີ້, ນອກຈາກພາກສ່ວນທຸລະກິດພາຍໃນ ໄດ້ມອບເງິນຊ່ວຍເຫລືອຜູ້ປະສົບໄພ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ໃຫ້ບໍລິການຂົນສົ່ງເຄື່ອງຊ່ວຍເຫລືອໂດຍບໍ່ເສຍຄ່າ ແລ້ວ, ບັນດາປະເທດເພື່ອນມິດ ກໍໄດ້ໃຫ້ການຊ່ວຍເຫລືອດ້ານຕ່າງໆ ທັງເປັນວັດຖຸສິ່ງຂອງທີ່ຈຳເປັນ ແລະ ທຶນຮອນ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ອົດສະຕຣາລີ, ອິນເດຍ ແລະ ອື່ນໆ. ເຖິງແມ່ນວ່າ ຜົນກະທົບຈາກພາຍຸຢາກິ ໃນຄັ້ງນີ້, ປະເທດເຮົາ ແລະ ປະເທດໃກ້ຄຽງ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ແລະ ຫລີກລ່ຽງບໍ່ໄດ້ ແຕ່ພວກເຮົາກໍຍັງໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໃຫ້ກຳລັງໃຈກັນ ເພື່ອຜ່ານຜ່າວິກິດຄັ້ງນີ້.
ສະນັ້ນ, ເພື່ອສືບຕໍ່ຮ່ວມແຮງຮ່ວມໃຈກັນ ປ້ອງກັນ ແລະ ແກ້ໄຂຜົນກະທົບຈາກໄພພິບັດນ້ຳຖ້ວມ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກຳລັງແຮງ, ທຶນຮອນ ແລະ ວັດຖຸສິ່ງຂອງ ຕາມຄວາມສາມາດຂອງຕົນ ເພື່ອຊ່ວຍເຫລືອ ບັນເທົາທຸກແກ່ຜູ້ປະສົບໄພພິບັດທັງເປັນການໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ ເພື່ອໃຫ້ເຂົາເຈົ້າກັບຄືນມາດໍາລົງຊີວິດປົກກະຕິໂດຍໄວ, ໃຫ້ທຸກຄົນ ເອົາໃຈໃສ່ຕິດຕາມຂ່າວສະພາບດິນຟ້າອາກາດ, ການແຈ້ງເຕືອນຈາກພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຕົນ, ລວມທັງຈາກແຫລ່ງຂ່າວທາງການ ເພື່ອຫລີກລ່ຽງການຮັບຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ກໍຄື ຂ່າວທີ່ສ້າງຄວາມປັ່ນປ່ວນໃນສັງຄົມ.










