ເມື່ອບໍ່ດົນມານີ້, ທ່ານ ແກ່ນຈັນ ພິລາວັນ ຮອງເຈົ້າເມືອງ -ເມືອງໂພນໄຊ ພ້ອມປະຊາຊົນ ໄດ້ຕ້ອນຮັບ ທ່ານ ໂຄອີຊຸມີ ຊີໂຕະມຸ ເອກອັກຄະຣາຖະທູດຍີ່ປຸ່ນ ປະຈໍາລາວ ພ້ອມດ້ວຍຄະນະ ທີ່ລົງເຄື່ອນໄຫວຢ້ຽມຢາມປະຊາຊົນ ທີ່ປູກກາເຟ ຢູ່ບ້ານເຮື້ອໂດຍ ເມືອງໂພນໄຊ ແຂວງຫຼວງພະບາງ.
ໂອກາດນີ້ ນາຍບ້ານ ເຮື້ອໂດຍ ໄດ້ຂື້ນຜ່ານສະພາບລວມຂອງບ້ານໂດຍຫຍໍ້ ໃຫ້ທ່ານທູດໄດ້ນັບຊາບ ບ້ານ ເຮື້ອໂດຍ ເປັນບ້ານຊົນເຜົ່າປະສົມ(ກຶມມຸ ແລະ ມົ້ງ) ,ມີ 118 ຄອບຄົວ, ພົນລະ ເມືອງ 742 ຄົນ, ຍິງ 347 ຄົນ, ເລີ່ມແຕ່ເດືອນ ເມສາ 2023 ທາງບ້ານແມ່ນໄດ້ຮັບການຊ່ວຍເຫຼືອຈາກໂຄງການຄໍ້າປະກັນສະ ບຽງອາຫານ ສໍາລັບຊາວສວນກາເຟ ໂດຍການເຊື່ອມໂຍງທາງດ້ານເສດຖະກິດປະເທດຍີ່ປຸ່ນ ໄດ້ມາສົ່ງເສີມປະຊາຊົນຢູ່ໃນບ້ານເຮື້ອໂດຍ ມີ 2 ໜ້າວຽກຫຼັກ ຄື: ສົ່ງເສີມປະຊາຊົນປູກກາເຟ, ເກັບຊື້ກາເຟມີ 52 ຄອບຄົວ, ເນື້ອທີ່ 8.34 ເຮັກຕາ, ຈໍານວນ 25.755 ຕົ້ນ, ຜົນຜະລິດກາເຟໜາກແດງ 4.939 ກິໂລ, ເປັນເງີນ 24.697.000 ກີບ ແລະ ສົ່ງເສີມວຽກງານໂພສະນາການກຸ່ມເປົ້າໜາຍແມ່ຖືພາ, ລູກຕໍ່າກວ່າ 2 ປີມີ 37 ຄອບຄົວ.
ພາຍຫຼັງໄດ້ຮັບການຊ່ວຍຈາກໂຄງການ ເຫັນວ່າແຕ່ລະຄອບ ຄົວມີຊີວິດຄອບຄົວ ມີການພັດທະນາຂື້ນເທືອກ້າວ. ຈາກນັ້ນການນຳຂອງເມືອງ ແລະບ້ານ ໄດ້ນຳພາທ່ານທູດ ໄປຢ້ຽມຢາມສວນປູກກາເຟຂອງປະຊາຊົນ.







