ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດຝຣັ່ງ ປະຈໍາ ສປປ ລາວ ຢ້ຽມຢາມ ບັນດາໂຮງຮຽນ ຢູ່ເມືອງຫ້ວຍຊາຍ

Dec 6, 2024

ໃນລະຫວ່າງ ວັນທີ 4-5 ທັນວາ 2024 ທ່ານ ນາງ ຊີວ-ແລັງ ຊູອອກ (Siv-Leng Chuuor) ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ລາວ ລົງຢ້ຽມຢາມໂຮງຮຽນປະຖົມບ້ານຝາຍ, ໂຮງຮຽນປະຖົມພູຫວານໃຕ້, ໂຮງຮຽນປະຖົມນໍ້າຫໍ້ໃຕ້ ແລະ ໂຮງຮຽນປະຖົມປາງສະລາວ, ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໂດຍມີ ທ່ານ ສຸກກະເສີມ ໂພທິສານປະທານສະມາຄົມ ນໍ້າໃຈຊາວບ້ານ, ທ່ານ ນາງ ມີນາວັນ ພົນເສນາ ຜູ້ອໍານວຍການ ສະມາຄົມ ນໍ້າໃຈຊາວບ້ານ, ທ່ານ ສຸວັດ ເພັງພະຈັນ ຮອງເຈົ້າເມືອງໆຫ້ວຍຊາຍ ພ້ອມດ້ວຍອໍານາດການປົກຄອງບ້ານ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ຈຸດປະສົງຂອງການລົງຢ້ຽມຢາມຄັ້ງນີ້ເພື່ອກວດຄືນການເຮັດກິດຈະກຳຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ໂຮງຮຽນປະຖົມບ້ານຝາຍ, ການນຳໃຊ້ປຶ້ມນ້ອຍປຶ້ມໃຫຍ່ ແລະ ການນຳໃຊ້ TPR (ການຟັງ, ການເວົ້າ, ການຟັງ, ເລື່ອງເລົ່າ) ຂອງຄູໂຮງຮຽນປະຖົມບ້ານພູຫວານໃຕ້ ແລະ ເປັນການລົງຢ້ຽມຢາມຄູສອນ ຢູ່ໂຮງຮຽນ ນໍ້າຫໍ້ໃຕ້ ແລະ ໂຮງຮຽນປະຖົມປາງສະລາວ ທີ່ເປັນໂຮງຮຽນເປົ້າໝາຍຂອງສະມາຄົມນໍ້າໃຈຊາວບ້ານ, ພ້ອມທັງຮັບຟັງການລາຍງານສະພາບລວມຂອງໂຮງຮຽນໂດຍຫຍໍ້ເປັນຕົ້ນ ຂໍ້ມູນດ້ານສະຖິຕິນັກຮຽນ, ອັດຕາປະລະ, ຂະບວນການຮຽນ-ການສອນ, ບັນຫາຕ່າງໆປະຈໍາສົກຮຽນ 2024-2025 ແລະ ແຜນພັດທະນາໂຮງຮຽນ ປະຈໍາສົກຮຽນ 2025-2026.
ຂ່າວ-ພາບ: ບຸນຈັນ ບຸນປັນຍາ