ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023, ທີ່ ທໍານຽບຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ຫຼື Rideau Hall, ນະຄອນຫຼວງໂອຕາວາ, ປະເທດການາດາ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານ ຕາຕັ້ງຂອງພະນະ ທ່ານ ທອງລຸນ ສີສຸລິດ, ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ພະນະທ່ານ ນາງ ແມຣີ ເຈ ໄຊມອນ (Mary J. May Simon) ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳການາດາ, ເຊິ່ງມີສຳນັກງານຕັ້ງຢູ່ນະ ຄອນຫຼວງ ວໍຊິງຕັນ, ດີຊີ, ສ. ອາເມລິກາ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ນາງ ແມຣີ ເຈ ໄຊມອນ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນການາດາ ທຸກທົ່ວໜ້າ. ພ້ອມນີ້, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ ແລະ ການາດາ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນປີ 1974 ເປັນຕົົົ້ນມາ ແລະ ໄດ້ສະແດງຄວາມຕັ້ງໃຈທີ່ຈະປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນໃນປະຈຸບັນ ລະຫວ່າງ ສອງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນກວ່າເກົ່າໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ກໍຄືປະຊາຊົນສອງຊາດລາວ ແລະ ການາດາ.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈຝ່າຍການາດາຕໍ່ການຊ່ວຍເຫຼືອອັນມີຄ່າ ໃນໄລຍະຜ່ານມາ ລວມທັງການຊ່ວຍ ເຫຼືອຜ່ານອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນແມ່ນການຊ່ວຍເຫຼືອທາງດ້ານການເກັບກູ້ລະເບີດທີ່ບໍ່ທັນແຕກໃນປາງສົງຄາມ (UXO), ການຊ່ວຍເຫຼືອທາງດ້ານສາທາລະນະສຸກ, ພະລັງງານ, ການສຶກສາ, ການປະຕິບັດດ້ານກົດໝາຍ ແລະ ດ້ານອື່ນໆ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດຂອງ ສປປ ລາວ ໃຫ້ມີຜົນສໍາເລັດເປັນກ້າວໆ ແລະ ຫວັງວ່າການາດາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຟື້ນຟູເສດຖະກິດຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການເສດຖະກິດໂລກໃນໄລຍະຜ່ານມາ.
ໃນໂອກາດດັ່ງກ່າວ, ພະນະທ່ານ ນາງ ແມຣີ ເຈ ໄຊມອນ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ການາດາ ແລະ ໄດ້ສະແດງຄວາມຂອບ ໃຈຕໍ່ຄໍາອວຍພອນອັນອົບອຸ່ນຂອງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ອວຍພອນມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ນໍາພາປະຊາຊົນລາວທຸກທົ່ວໜ້າໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລຍິ່ງໆຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານກໍອວຍພອນໃຫ້ທ່ານເອກອັກຄະລັດຖະທູດລາວ ຈົ່ງປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ເປັນຢ່າງດີທຸກໆປະການ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ