ໃນວັນທີ 29 ເມສາ 2025, ທີ່ ທໍານຽມປະທານາທິບໍດີ ອິສຕານາ (Istana), ທ່ານ ວິລັດສອນ ວິສອນນະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Tharman Shanmugaratnam, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ສິງກະໂປ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ Tharman Shanmugaratnam, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ລັດຖະບານ ແລະ ປະຊາຊົນສິງກະໂປ ທຸກຖ້ວນໜ້າ.
ພະນະທ່ານ Tharman Shanmugaratnam ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ວິລັດສອນ ວິສອນນະວົງ ທີ່ໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ແຫ່ງ ສປປ ລາວ ໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ ລວມທັງຈະເປັນການເສີມສ້າງຄວາມສາມັກຄີພາຍໃນອາຊຽນດ້ວຍກັນ ແລະ ອວຍພອນໃຫ້ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ຈົ່ງປະສົບຜົນສໍາເລັດທຸກປະການໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ໄດ້ຖືໂອກາດນີ້ຕາງໜ້າລັດ ຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງລັດຖະບານ ແລະ ປະຊາຊົນ ສິງກະໂປ ແກ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການຊ່ວຍເຫຼືອໃນການກໍ່ສ້າງຊັບພະຍາກອນມະນຸດ ກໍຄື ການຊ່ວຍເຫຼືອດ້ານອຸປະກອນການເພດ, ການຜ່າຕັດໃຫ້ແກ່ເດັກນ້ອຍສົບແວ່ງ ຢູ່ ສປປ ລາວ, ການຊ່ວຍເຫຼືອດ້ານວຽກງານພັດທະນາຊຸມຊົນຢູ່ບັນດາແຂວງຂອງລາວ ແລະ ອື່ນໆ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບເກີດດອກອອກຜົນ ເປັນຕົ້ນແມ່ນ ໃນຂົງເຂດການເມືອງ, ດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ລວມທັງການຊື້-ຂາຍ ພະລັງງານສະອາດ, ການຊື້-ຂາຍ ໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ, ການຮ່ວມມືດ້ານພະລັງງານທົດແທນ, ດ້ານການສຶກສາ, ສາທາລະນະສຸກ, ການຮ່ວມມືດ້ານຊັບພະຍາກອນທໍາມະຊາດ ກໍຄື ການຊື້-ຂາຍ ສິນເຊື່ອກາກບອນ (Carbon Credit), ການສົ່ງເສີມການທ່ອງທ່ຽວ, ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ສິງກະໂປ.
ສປປ ລາວ ແລະ ສິງກະໂປ ເປັນປະເທດ ສະມາຊິກອາຊຽນດ້ວຍກັນ ແລະ ໄດ້ສ້າງສາຍພົວພັນການທູດດ້ວຍກັນໃນປີ 1974 ແລະ ໄດ້ເປີດສໍານັກງານການທູດຢູ່ ນະຄອນຫຼວງຂອງກັນ ແລະ ກັນ ໃນປີ 1997 ເປັນຕົ້ນມາ.
ຮູບພາບໂດຍ: ກະຊວງພັດທະນາດີຈີຕອນ ແລະ ຂໍ້ມູນຂ່າວສານ ສິງກະໂປ (Ministry of Digital Development and Information, Singapore MDDI)






