ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດລາວປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ

Apr 9, 2024

ວັນທີ 4 ເມສາ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ດິງຕຽນຢຸງ, ກຳມະການກົມການເມືອງ, ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ໃນໂອກາດທີ່ສະຫາຍໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດລາວຄົນໃໝ່ປະຈໍາ ຫວຽດນາມ.
ໃນໂອກາດນີ້, ສະຫາຍນາງ ຄຳເພົາ ເອີນທະວັນ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດຈາກສະຫາຍເລຂາພັກນະຄອນຫຼວງວຽງຈັນ ກໍຄືການນຳທຸກຂັ້ນຂອງ ສປປ ລາວ ມາຍັງສະຫາຍ ດິງຕຽນຢຸງ ພ້ອມດ້ວຍການນຳຂັ້ນສູງຂອງຫວຽດນາມ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງສະຫາຍເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ແລະ ສະແດງຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາຊຶ່ງສາມາດນຳພາປະເທດຊາດຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນນະຄອນຫຼວງຮ່າໂນ້ຍ ໄດ້ຮັບການພັດທະນາຢ່າງວ່ອງໄວແລະກ້າວກະໂດດ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເຫັນໄດ້ຢ່າງຈະແຈ້ງ. ສະຫາຍທູດຕີລາຄາສູງຕໍ່ຜົນສຳເລັດການເຄື່ອນໄຫວວຽກງານຕ່າງປະເທດຂອງຫວຽດນາມ ໂດຍສະເພາະແມ່ນນະຄອນຫຼວງຮ່າໂນ້ຍ ໄດ້ມີການເຄື່ອນໄຫວຢ່າງຫຼວງຫຼາຍຂອງບັນດາການນຳຫວຽດນາມ ໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມສາກົນໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ. ພ້ອມທັງໄດ້ຕ້ອນຮັບການມາຢ້ຽມຢາມຫວຽດນາມຢ່າງເປັນທາງການ, ການເຂົ້າຮ່ວມກອງປະຊຸມຫຼາຍຝ່າຍຂອງການນຳສູງສຸດຕ່າງປະເທດຫຼາຍຄະນະ ຊຶ່ງໄດ້ເຮັດໃຫ້ຖານະ ແລະ ບົດບາດຂອງ ສສ ຫວຽດນາມ ພົ້ນເດັ່ນຂຶ້ນໃນພາກພື້ນແລະສາກົນຢ່າງຈະແຈ້ງ. ສະຫາຍເຊື່ອໝັ້ນວ່າ, ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ນະຄອນຫຼວງຮ່າໂນ້ຍ ຈະປະສົບຜົນສຳເລັດໃນວິໄສທັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຕົນຕາມແຜນການທີ່ໄດ້ວາງເອົາໄວ້. ໃນໂອກາດດຽວກັນນີ້, ສະຫາຍທູດຍັງໄດ້ຕາງໜ້າໃຫ້ພັກ, ລັດແລະປະຊາຊົນລາວບັນດາເຜົ່າສະແດງຄວາມຄວາມຮູ້ບຸນຄຸນແລະຂອບໃຈຢ່າງຈິງໃຈຜູ້ນຳພັກ, ລັດແລະປະຊາຊົນຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນນະຄອນຫຼວງຮ່າໂນ້ຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຈະສືບຕໍ່ເປັນຂົວຕໍ່, ຮ່ວມມືກັບທຸກພາກສ່ວນຂອງທັງສອງຝ່າຍ ປະຕິບັດໜ້າທີ່ດັ່ງກ່າວນີ້ໃຫ້ນັບມື້ມີໝາກຜົນຍິ່ງໆຂຶ້ນ.
ໃນພິທີຕ້ອນຮັບ, ສະຫາຍ ດິງຕຽນຢຸງ ໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍນາງ ຄຳເພົາ ເອີນທະວັນ ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດລາວ ປະຈໍາ ສສ ຫວຽດນາມ. ດ້ວຍຄວາມໄວ້ເນື້ອເຊື່ອໃຈຂອງການນຳຂັ້ນສູງ, ສະຫາຍເອກອັກຄະລັດຖະທູດລາວຄົນໃໝ່ຈະສືບຕໍ່ເປັນຂົວຕໍ່ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນໃຫຍ່ຫຼວງກວ່າເກົ່າ. ສຳລັບນະຄອນຫຼວງຮ່າໂນ້ຍ ແມ່ນພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ, ຊຸກຍູ້ການຮ່ວມມືກັບນະຄອນຫຼວງວຽງຈັນ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງພະນັກງານການນຳຂອງນະຄອນຫຼວງວຽງຈັນ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.