ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດລາວເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ.

Jul 30, 2026

ໃນວັນທີ 28 ກໍລະກົດ 2026 ທີ່ຜ່ານມາ, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍລະຫວ່າງ ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຊຶ່ງນຳໂດຍສະຫາຍ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຊຶ່ງນຳໂດຍສະຫາຍ ຫງວຽນ ຢຸຍ ຫງອກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ.

ໃນການພົບປະ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງສະຫາຍ ຫງວຽນ ຢຸຍ ຫງອກ ພ້ອມຄະນະ. ພ້ອມທັງສະແດງຄວາມຂອບໃຈມາຍັງຄະນະນຳພັກ ແລະ ລັດຫວຽດນາມ, ໂດຍສະເພາະແມ່ນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອແກ່ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວໃນໄລຍະຜ່ານມາ ແລະ ແຈ້ງໃຫ້ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມຊາບກ່ຽວກັບສິ່ງທີ່ພົ້ນເດັ່ນຕໍ່ໝາກຜົນໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ ແລະ ບາງທິດທາງທີ່ສຳຄັນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ສະຫາຍ ຫງວຽນ ຢຸຍ ຫງອກ, ໄດ້ສະແດງຄວາມຊົມເຊີຍຕໍ່ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ດ້ວຍສຳເລັດຜົນອັນຈົບງາມ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ, ປັບປຸງກົງຈັກການນຳພາຂອງພັກ ແລະ ລັດ ແມ່ນເປັນພື້ນຖານທີ່ສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ໄດ້ຮັບໄຊຊະນະ.
ກອງປະຊຸມພົບປະຄັ້ງນີ້ແມ່ນມີຄວາມໝາຍສຳຄັນຍິ່ງ, ປະກອບສ່ວນສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງສອງຄະນະຈັດຕັ້ງສູນກາງ ຂອງສອງພັກ.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ
ພາບ: TTXVN.