ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ກາຊັກສະຖານ

Jan 25, 2025

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ກາຊັກສະຖານ
ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນ ສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ໃນຕອນເຊົ້າຂອງວັນທີ 22 ມັງກອນ 2025 ຢູ່ ທໍານຽບປະທານາທິບໍດີ ກາຊັກສະຖານ ທີ່ນະຄອນຫຼວງ ອັດສະຕັນນາ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ກາຊືມ ໂຈມາດ ໂຕກາແອບ (Kasym Jomart Tokayev), ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະ ຖານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະ ລັດ ກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງ ມົດສະກູ, ສ. ຣັດເຊຍ.
ໃນພິທີ​ຍື່ນ​ສານຕາຕັ້ງຄັ້ງນີ້ ໄດ້​ມີ​​ບັນດາເອກອັກຄະລັດຖະ ທູດຕ່າງປະເທດ ​ເຂົ້າ​ຮ່ວມ​ລວມທັງຫມົດ 9 ປະເທດ, ຊຶ່ງມີ ສປປ ລາວ, ໄຊປຣາ, ຍີ່ປຸ່ນ, ສປ.ຈີນ,​ ໂອຕຣິດ, ​ບຣູກີນາ ຟາໂຊ, ນິວຊີແລນ, ເດັນມາກ ແລະ ສະໂລເວເນຍ.
ກ່ອນ​ໜ້າມື້ຍື່ນ​ສານ​ຕາ​ຕັ້ງ​ຢ່າງເປັນ​ທາງ​ການ, ​ວັນ​ທີ 21 ມັງ ກອນ 2025, ທ່ານ ເອກອັກຄະລັດຖະທູດ ໄດ້​ເຂົ້າ​ຢ້ຽມຂໍ່ານັບ​ ທ່ານ ອາລີແບັກ ກູຊັນຕືຣົບ, ຮອງລັດຖະມົນຕິກະຊວງການ ຕ່າງ ປະເທດ ກາຊັກສະຖານ ​ເພື່ອ​ຍື່ນ​ສຳ​ເນົາ​ສານ​ຕາ​ຕັ້ງ ແລະ ໃນໂອ ກາດດັ່ງກ່າວ, ສອງຝ່າຍໄດ້ມີການພົບປະກັນ ເຊິ່ງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ກາຊັກສະຖານ, ທັງ ສອງຝ່າຍໄດ້ເຫັນພ້ອມກັນວ່າ ຈະຕ້ອງໄດ້ຊຸກຍູ້ໃຫ້ມີການເພີ່ມ​ທະວີ​ການພົວພັນ​ຮ່ວມ​ມືນໍາກັນຕື່ມ​ ທາງດ້ານ​ການ​ເມືອງໂດຍສະ ເພາະການແລກປ່ຽນການຢ້ຽມຢາມຂອງການນໍສຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ເສດຖະກິດ-ການຄ້າ, ວັດທະນະ ທໍາ-ສັງຄົມ, ການສຶກສາ ​ແລະ ດ້ານມະນຸດສະທຳ ໃຫ້ເຂົ້້າສູ່ລວງເລິກ. ພ້ອມນັ້ນ ຍັງໄດ້ປຶກສາຫາລືຊອກຫາທ່າແຮງບົ່ມຊ້ອນເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ທາງດ້ານການສຶກສາ, ຄົມມະນາຄົມຂົນສົ່ງ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ. ນອກນັ້ນ ທັງສອງຝ່າຍຍັງໄດ້ແລກປ່ຽນທັດ ສະນະໃນບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈ ຕື່ມອີກ.
ໃນ​ໂອກາດ​ການ​ຍື່ນ​ສານຕາຕັ້ງ ໃນຄັ້ງນີ້, ທ່ານເອກອັກຄະລັດ ຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ກາຊືມ ໂຈມາດ ໂຕກາແອບ, ປະທານາທິບໍດີ ແຫ່ງ ສາທາລະນະ​ລັດ ກາຊັກສະຖານ.
ຫຼັງຈາກນັ້ນ, ພະນະທ່ານ ກາຊືມ ໂຈມາດ ໂຕກາແອບ ໄດ້​ມີ​ຄຳ​ເຫັນຕໍ່ບັນດາທ່ານເອກອັກຄະລັດຖະທູດ ເຊິ່ງທ່ານໄດ້​ເນັ້ນ​ຫນັກວ່າ ກາ​ຊັກ​ສະຖານ ແມ່ນດໍາເນີນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໂດຍ​ສັນຕິ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ ທັງໃນ ລະດັບ​ໂລກ ​ແລະ ລະດັບພາກ​ພື້ນ, ເປັນເຈົ້າພາບຈັດກິດຈະກຳ ແລະ ກອງປະຊຸມໃຫຍ່ສາກົນ ເປັນປະຈຳ.
ກາ​ຊັກ​ສະ​ຖານ​ ໄດ້​ເຄື່ອນ​ໄຫວຢ່າງຫ້າວຫັນໃນເວ​​ທີສາ​ກົນ, ຊຶ່ງໄດ້ຮັບເປັນເຈົ້າພາບຈັດການພົບປະ ແລະ ຈັດກອງປະຊຸມໃຫຍ່ ເພື່ອປືກສາຫາລືໃນການແກ້ໄຂບັນຫາສາກົນ ແລະ ພາກພື້ນ, ເປັນເຈົ້າພາບຈັດກິດຈະກໍາລະດັບສາກົນຕ່າງໆ ຢ່າງເປັນປົກກະຕິ​. ກາຊັກສະຖານ ​ເປັນປະ​ເທດທີ່ມີ​ເສດ​ຖະ​ກິດ​ໃຫຍ່​ໃນ​ເຂດພາກ​ພື້ນ. ກາຊັກສະຖານ ໄດ້​​ດຶງ​ດູດ​ການ​ລົງ​ທຶນ​ຈາກຫຼາຍ​ປະ​ເທດ ຢ່າງແຂງແຮງ ແລະ ​ຕະ​ຫຼາດ​ຂອງ​ຕົນ​ແມ່ນໄດ້​ເປີດ​ກວ້າງຕໍ່ຄວາມ​ຮ່ວມ​ມືທາງ​​ດ້ານເສດ​ຖະ​ກິດ. ພ້ອມດຽວກັນ, ພະນະທ່ານ ກໍໄດ້ອວຍ ພອນໄຊ​ໃຫ້ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ ໄດ້ປະຕິບັດໜ້າທີ່ອັນມີກຽດຂອງຕົນ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ເລີ່ມຕົ້ນດຳ​ເນີນ​ການ​ເຄື່ອນ​ໄຫວ​​ການ​ທູດ​ຢ່າງ​ເປັນ​ທາງ​ການຂອງຕົນ ແລະ ໄດ້​ຝາກ​ຄຳ​ອວຍພອນ​ໄຊອັນປະເສີດ ​ມາຍັງ​ບັນດາປະມຸກ​ລັດຂອງບັນດາທ່ານທູດເຊັ່ນດຽວກັນ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ກາຊັກສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດນຳ ກັນ ໃນວັນທີ 19 ກັນຍາ 1997, ຊຶ່ງນັບແຕ່ສອງປະເທດມີສາຍພົວພັນການທູດນໍາກັນ ໄດ້ມີການພົວພັນຮ່ວມມືນຳກັນປົກ ກະຕິ ໂດຍໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນຫລາຍລະດັບໃນສາຍລັດ ແລະ ໃນສາຍພັກ, ສອງປະເທດໄດ້ມີການສະໜູນສະໜູນ ເຊີ່ງກັນ ແລະ ກັນຢູ່ ໃນເວທີສາກົນ ໂດຍສະເພາະໃນຂອບຂອງອົງການສະຫະປະຊາຊາດ ແລະ ການແລກປ່ຽນທັດສະນະໃນບັນຫາສາກົນ ແລະ ພາກພື້ນ ນໍາກັນ.