ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ເນປານ

Jan 28, 2025

ເມື່ອບໍ່ດົນມານີ້, ທີ່ສໍານັກງານປະທານາທິບໍດີ ນະຄອນຫຼວງກັດມານດູ ປະເທດເນປານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຣາມຈັນດຣາ ປໍເດວ (Ramchandra Paudel) ປະທານາທິບໍດີ ແຫ່ງ ເນປານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ເນປານ ຊຶ່ງມີສໍານັກງານຕັ້ງ ຢູ່ນະຄອນຫຼວງນິວແດນລີ ປະເທດ ອິນເດຍ.
ໃນໂອກາດດັ່ງກ່າວ, ພະນະທ່ານ ຣາມຈັນດຣາ ປໍເດວ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳເນປານ ແລະ ເຊື່ອ ໝັ້ນວ່າ ທ່ານທູດຈະຊ່ວຍເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນໃນອະນາຄົດ. ພ້ອມດຽວກັນນັ້ນ, ພະນະທ່ານ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຖືໂອກາດດັ່ງກ່າວ ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຣາມຈັນທຣາ ປໍເດວ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ເນປານ. ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະ ທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານປະທານາທິບໍ ດີເນປານ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ພະນະທ່ານສະດວກ.
ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນ ອັນດີງາມ ລະຫວ່າງ ສປປ ລາວ ແລະ ເນປານ ແລະ ເຫັນຄວນໃຫ້ມີການຮ່ວມມືກັນໃຫ້ເປັນຮູບປະທຳ ເນື່ອງຈາກສອງປະເທດມີຫຼາຍຢ່າງທີ່ຄ້າຍກັນ ຊຶ່ງລວມທັງພູມມີປະເທດ ແລະ ທ່າແຮງໃນການສ້າງເຂື່ອນໄຟຟ້ານໍ້າຕົກ.
ໃນຂະນະດຽວກັນ, ທ່ານທູດ ໄດ້ອວຍພອນໄຊໃຫ້ ພະນະທ່ານປະທານາທິບໍດີ ຣາມຈັນດຣາ ປໍເດວ ພ້ອມດ້ວຍຄອບຄົວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງ ພະນະທ່ານ. ພິທີຍື່ນສານ ໄດ້ດຳເດີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ.
ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ, ທ່ານເອກອັກຄະລັດ ຖະທູດ ຮ່ວມກັບກົງສູນກິດຕິມະສັກລາວ ທີ່ ເນປານ ໄດ້ເຂົ້າໂອ້ ລົມກັບຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະ ເທດ ເນປານ ເພື່ອແນະນຳຕົວ ແລະ ແລກປ່ຽນຄຳຄິດເຫັນເຖິງການສົ່ງເສີມການພົວພັນ ແລະ ທ່າແຮງໃນການຮ່ວມມືສອງຝ່າຍ ລາວ-ເນປານ ໃນອະນາຄົດ, ຊຸກຍູ້ໃຫ້ມີການລົງນາມໃນສັນ ຍາການຍົກເວັ້ນວີຊາສຳລັບໜັງສືຜ່ານແດນການທູດ ແລະ ລັດ ຖະການ ຂອງສອງປະເທດ, ດ້ານສາສະໜາທີ່ເນປານໄດ້ໃຫ້ທີ່ດິນແກ່ ສປປ ລາວ ຢູ່ ລູມພີນີ (ບ່ອນປະສູດຂອງພະພຸດທະເຈົ້າ) ເພື່ອສ້າງວັດລາວ ແລະ ຂະແໜງການທ່ອງທ່ຽວທຳມະຊາດ.
ຂ່າວ-ພາບ: ກຕທ