ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດລາວ ຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ

Jun 29, 2025

ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2025, ທ່ານ ອໍາໄພ ກິນດາວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດ ນາຣູຮິໂຕະ (Naruhito) ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ ສໍານັກພະຣາຊະວັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ, ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະຣາຊະວັງຂອງຍີ່ປຸ່ນ ແລະ ພະນັກງານການທູດ ຈາກສະຖານເອກອັກຄະລັດຖະທູດທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຈໍານວນໜຶ່ງຕິດຕາມເຂົ້າຮ່ວມ.
ພາຍຫລັງພິທີຍື່ນສານຕາຕັ້ງໄດ້ສຳເລັດລົງ, ສົມເດັດ ເຈົ້າຈັກກະພັດ ນາຣູຮິໂຕະ ໄດ້ໂອ້ລົມກັບ ທ່ານເອກອັກຄະລັດຖະທູດລາວ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ໂດຍສົມເດັດເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງ ຂອງທ່ານເອກອັກຄະລັດຖະທູດລາວ ປະຈຳປະເທດຍີ່ປຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ນັບມື້ນັບຈະເລີນງອກງາມຍິ່ງຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານທູດ ອໍາໄພ ກິນດາວົງ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວ ອັນອົບອຸ່ນ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງ ສົມເດັດ ເຈົ້າຈັກກະພັດ ນາຣູຮິໂຕະ ໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ-ຍີ່ປຸ່ນ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ປີ ແລະ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາຊ່ວຍເຫຼືອ ສປປ ລາວ, ຊຶ່ງທ່ານປະທານປະເທດມີຄວາມປິຕິຍິນດີຢ່າງຍິ່ງທີ່ໄດ້ເຂົ້າຢ້ຽມພົບປະກັບສົມເດັດ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 30 ຈັດໂດຍສໍານັກໜັງສືພິມ NIKKIE ໃນທ້າຍເດືອນພຶດສະພາ ຜ່ານມາ ແລະ ປະຊາຊົນລາວ ກໍມີຄວາມດີໃຈຫຼາຍທີ່ຊາບຂ່າວວ່າເຈົ້າຍິງ ໄອໂກະ ຈະສະເດັດຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2025 ນີ້, ພ້ອມທັງສະແດງຄວາມຫວັງວ່າ ຈະມີໂອກາດໄດ້ຕ້ອນຮັບສົມເດັດ ເຈົ້າຈັກກະພັດ ແລະ ພະຣາຊິນີ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ສົມເດັດມີຄວາມສະດວກ. ສົມເດັດ ເຈົ້າຈັກກະພັດ ໄດ້ສະແດງຄວາມຂອບໃຈ ແລະ ຝາກຄໍາຢື້ຢາມຖາມຂ່າວ ເຖິງ ພະນະທ່ານປະທານປະເທດ ແລະ ຍັງກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈ ທີ່ການນໍາ ແລະ ປະຊາຊົນລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນໂອກາດສະເດັດຢ້ຽມຢາມ ສປປ ລາວ ໃນປີ 2012.
ທ່ານທູດ ອໍາໄພ ກິນດາວົງ ໄດ້ໃຫ້ຄຳໝັ້ນສັນຍາ ຈະເຮັດສຸດຄວາມສາມາດໃນການປະຕິບັດໜ້າທີ່ການທູດຂອງຕົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາຍາວນານ ຕະຫຼອດໄລຍະ7 ທົດສະວັດຜ່ານມາ ແລະ ການຍົກລະດັບການພົວພັນຮ່ວມມືຂຶ້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2025 ນີ້ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ, ໃນນັ້ນລວມທັງການຮ່ວມມືເພື່ອສົ່ງເສີມການຄ້າການລົງທຶນ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດໃຫ້ຫລາຍຂຶ້ນ.
ທ່ານທູດ ອໍາໄພ ກິນດາວົງ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ເປັນຄົນທີ 16 ນັບແຕ່ປີ 1956 ເປັນຕົ້ນມາ, ພາຍຫຼັງ ສປປ ລາວ-ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 05 ມີນາ 1955.