ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 07 ກໍລະກົດ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Vahagn Khachaturyan, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະ ທູດວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຜູ້ທໍາອິດ ປະຈໍາ ສາທາລະນະລັດ ອາກ ເມນີ, ທີ່ມີສໍານັກງານຕັ້ງຢູ່ ນະຄອນ ຫລວງ ມົດສະກູ, ສະຫະພັນ ຣັດເຊຍ.
ໃນໂອກາດດັ່ງກ່າວ, ພະນະທ່ານປະທາ ນາທິບໍດີ Vahagn Khachaturyan ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ ທ່ານທູດ ທີ່ໄດ້ຮັບຕໍ່າແໜ່ງໃຫມ່ ໃນຄັ້ງນີ້, ພ້ອມທັງ ໄດ້ອວຍພອນໃຫ້ ທ່ານ ທູດ ຈົ່ງປະສົບຜົນສຳເລັດໃນຫນ້າທີ່ວຽກງານອັນມີກຽດຂອງທ່ານ.
ພ້ອມກັນນັ້ນ, ທ່ານປະທານາທິບໍດີ ໄດ້ເນັ້ນຢ້ຳໃຫ້ ສອງປະເທດ ລາວ-ອາກເມນີ ຈົ່ງເພີ່ມທະວີການພົວພັນຮ່ວມມືກັນໃຫ້ຫຼາຍຂຶ້ນໃນບັນດາຂະແໜງການຕ່າງໆ ທີ່ເຫັນວ່າ ທັງສອງປະເທດ ມີທ່າແຮງບົ່ມຊ້ອນນຳກັນ ໂດຍສະເພາະ ການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ເຕັກໂນໂລຊີ-ຂໍ້ມູນຂ່າວສານ, ການສຶກສາ ແລະ ການທ່ອງທ່ຽວ, ທັງນີ້ ກໍ່ເພື່ອເຮັດໃຫ້ການພົວພັນ ລະຫວ່າງສອງປະເທດລາວ- ອາກເມນີ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ບາດກ້າວອັນໃຫມ່.
ໃນໂອກາດດຽວກັນ, ທ່ານທູດ ວິລາວັນ ເຍ່ຍປໍເຮີ່ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພະນະທ່ານປະທາ ນາທິບໍດີ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ສະແດງຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອາກເມນີ ຜູ້ທຳ ອິດ. ພ້ອມດຽວກັນນີ້, ກໍ່ໄດ້ຖືໂອກາດນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ມາເຖິງ ພະນະທ່ານ ປະທານາທິບໍດີ ອາກ ເມນີ, ລວມທັງ ປະຊາຊົນ ອາກເມນີ ທຸກຖ້ວນຫນ້າ. ພ້ອມນີ້, ທ່ານທູດ ວິລາວັນ ເຍ່ຍປໍເຮີ່ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ອາກເມ ນີ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ສປປ ລາວ ແລະ ສ. ອາກເມນີ ໃນໄລຍະຜ່ານມາ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 21 ເມສາ 1998 ເປັນຕົ້ນມາ.
ໃນໂອກາດເດີນທາງເຂົ້າຮ່ວມພິທີຍື່ນສານ ໃນຄັ້ງນີ້, ໃນວັນທີ 06 ກໍລະກົດ 2022, ທ່ານທູດ ວິລາວັນ ເຍ່ຍປໍເຮີ່ ກໍ່ໄດ້ພົບປະເຮັດວຽກກັບ ທ່ານຫົວຫນ້າກົມອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ແຫ່ງ ສ. ອາກເມນີ ທີ່ ກະຊວງການຕ່າງປະເທດ ເພື່ອປຶກສາຫາລື ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ສປປ ລາວ – ສ. ອາກເມນີ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສຳເນົາສານຕາຕັ້ງຕໍ່ ທ່ານ Mnatsakan Safaryan, ຮອງລັດຖະມົນຕິກະຊວງການຕ່າງປະເທດ ແຫ່ງ ສ. ອາກເມນີ. ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ອາກເມນີ, ເຫັນດີສືບຕໍ່ຮ່ວມມື ແລະ ໃຫ້ການສະຫນັບສະຫນູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີສາກົນ. ໃນຕອນທ້າຍ, ທ່ານທູດ ວິລາວັນ ເຍ່ຍປໍເຮີ່ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງຄູ່ຮ່ວມຕໍ່າແຫນ່ງຝ່າຍ ສ. ອາກເມນີ.
ຂ່າວ; ພາບ: ກົມການຂ່າວ ກະຊວງ ການຕ່າງປະເທດ