ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍວັນທີ 12 ພຶດສະພາ 2023, ທີ່ ສໍານັກງານປະທານາທິບໍດີ (MND Convention, Yongsan), ນະຄອນຫຼວງເຊອຸນ, ສ. ເກົາຫຼີ, ທ່ານ ສົງການ ຫຼວງມຸນິນທອນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຢຸນ ຊັອກ ຢອນ (Yoon Suk Yeol), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ເພື່ອດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເກົາຫລີ.
ໃນໂອກາດດັ່ງກ່າວ, ທ່ານ ສົງການ ຫຼວງມຸນິນທອນ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ຢຸນ ຊັອກ ຢອນ, ປະທານາທິບໍດີ ແຫ່ງ ສ. ເກົາຫລີ, ລັດຖະບານ ແລະ ປະຊາຊົນ ສ. ເກົາຫລີ ເພື່ອນມິດທຸກຖ້ວນຫນ້າ. ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ສົງການ ຫຼວງມຸນິນທອນ ໄດ້ເຊື້ອເຊີນ ພະນະທ່ານ ຢຸນ ຊັອກ ຢອນ ຢ້ຽມຢາມ ສປປ ລາວ ທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2024, ເຊິ່ງກົງກັບປີສະເຫຼີມສະຫຼອງການຮ່ວມມື ອາຊຽນ-ສ. ເກົາຫຼີ (ASEAN-ROK) ຄົບຮອບ 35 ປີ. ພ້ອມດຽວກັນນີ້, ທ່ານ ທູດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວລາທີສາກົນ ພ້ອມທັງການຊ່ວຍເຫລືອທີ່ມີຄຸນຄ່າຈາກລັດຖະບານ ແລະ ປະຊາຊົນ ສ. ເກົາຫລີ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວໃນໄລຍະຜ່ານມາ. ທ່ານ ສົງການ ຫຼວງມຸນິນທອນ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງພະນະທ່ານປະທານາທິບໍດີ ທີ່ມີຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ແລະ ໄດ້ອວຍພອນໃຫ້ພະນະທ່ານປະທານາທິບໍດີ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນຫນ້າທີ່ວຽກງານອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ ໃນການນຳພາປະເທດຊາດ ແລະ ປະຊາຊົນ ສ. ເກົາຫລີ ໄປສູ່ຄວາມຈະເລີນຮຸ່ງເຮືອງ.
ໂອກາດນີ້, ພະນະທ່ານ ຢຸນ ຊັອກ ຢອນ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສົງການ ຫຼວງມຸນິນທອນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫລີ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ວຽກງານການທູດຂອງຕົນຢູ່ ສ.ເກົາຫລີ.
ແຫຼ່ງຂ່າວ: ສະຖານທູດລາວ ປະຈໍາ ສ. ເກົາຫຼີ