ວັນທີ 12 ມີນາ 2025 ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ພ້ອມຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໂດຍໄດ້ພົບ ປະ ແລະ ເຮັດວຽກກັບ ສະຫາຍ ພົທ ວັນທອງ ກອງມະນີ, ເຈົ້າ ແຂວງ ອັດຕະປື ພ້ອມ ດ້ວຍຄະນະນໍາແຂວງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົທ ວັນທອງ ກອງມະນີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ທ່າແຮງ, ເງື່ອນໄຂ ກໍຄື ສະພາບການ ພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ, ຍົກ ໃຫ້ເຫັນກ່ຽວກັບນັກລົງທຶນຂອງຫວຽດນາມຢູ່ໃນແຂວງ ອັດ ຕະປື ແລະ ຈະໄດ້ສືບຕໍ່ຮ່ວມມືກັນແກ້ໄຂບັນຂໍ້ຫຍຸ້ງຍາກທາງສັງ ຄົມຕໍ່ປະຊາຊົນ ດ້ວຍການສ້າງບາດກ້າວບຸກທະລຸດ້ານເສດຖະ ກິດ-ສັງຄົມ, ສຶກສາ ແລະ ການຮ່ວມມືອື່ນໆໃຫ້ເດັດຂາດ, ກວດ ກາໂຄງການລົງທືນລະຫວ່າງສອງລັດ, ນັກທຸລະກິດ ແລະ ປະຊາ ຊົນໄດ້ມີສ່ວນຮ່ວມເຂົ້າໃນການພັດທະນາ ແລະ ປັບປຸງຜະລິດ ຕະພັນຫັນເປັນອຸດສະຫະກຳຮັບໃຊ້ພາຍ ໃນ ແລະ ສົ່ງອອກໃຫ້ຫລາຍຂຶ້ນກວ່າເກົ່າ.
ເຈົ້າແຂວງ ອັດຕະປື ຍັງໃຫ້ສະແດງຄວາມເຊື່ອໝັ້ນໃນຕໍ່ໜ້າຈະເປັນຂົວຕໍ່ທີ່ສຳຄັນໃນການປະສານງານລະຫວ່າງສອງປະເທດທີ່ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການຊີ້ນຳ -ນຳພາຂອງຄະນະພັກ, ອົງການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວສືບຕໍ່ແກ້ໄຂບັນຫາຕ່າງໆ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ: ໄພບູນ





