ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

Jun 19, 2025

ສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ມີການພົບປະກັບບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ເປັນຄັ້ງທຳອິດ ໃນວັນທີ 17 ມິຖຸນາ 2025 ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ເຂົ້າຮ່ວມການພົບປະຄັ້ງນີ້, ຝ່າຍຫວຽດນາມ ມີ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍສະຫາຍການນໍາຂອງບັນດາອົງການອ້ອມຂ້າງສະຖານທູດ, ຫົວໜ້າສຳນັກງານຜູ້ຕາງໜ້າ ແລະ ນັກຂ່າວຂອງບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມ ປະຈໍາລາວ ມີ 4 ສຳນັກຄື: ໜັງສືພິມ ເຢິນເຢິນ, ຂ່າວສານຫວຽດນາມ, ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ແລະ ໂທລະພາບແຫ່ງຊາດ ຫວຽດນາມ (VTV).
ຝ່າຍລາວມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ ), ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າ ຄອສພ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ມີສະຫາຍການນໍາຈາກສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ກົມສື່ມວນຊົນ, ບັນນາທິການ, ອຳນວຍການ ແລະ ນັກຂ່າວອົງການສື່ທາງການຂອງ ສປປ ລາວ.
ໃນພິທີພົບປະ, ສະຫາຍ ຫງວຽນ ມິງ ເຕີມ ໄດ້ກ່າວວ່າ: ການພົບປະ ແລະ ເຮັດວຽກໃນມື້ນີ້ມີຄວາມໝາຍຄວາມສຳຄັນທີ່ສຸດ, ທັງເປັນໂອກາດເພື່ອໃຫ້ພວກເຮົາແລກປ່ຽນ, ພົບປະສ້າງສັນ, ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ຈາກນັ້ນຈະປະກອບສ່ວນຮັດແໜ້ນນໍ້າໃຈ, ການພົວພັນສະໜິດຕິດແໜ້ນລະຫວ່າງສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມ ປະຈຳ ສປປ ລາວ ກັບບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ ແລະ ອົງການສື່ມວນຊົນຂອງລາວ; ທັງເປັນໂອກາດໃຫ້ບັນດາສຳນັກສື່ມວນຊົນແຕ່ລະພາກສ່ວນ ໄດ້ປຶກສາຫາລືສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກວ່າເກົ່າໃນວຽກງານໂຄສະນາ, ກໍານົດທິດຫາງສຽງ, ປະກອບສ່ວນຊ່ວຍໃຫ້ປະຊາຊົນສອງປະເທດ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດ ແລະ ປະຊາຊົນຂອງແຕ່ລະປະເທດ ແລະ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ.
ໂອກາດນີ້, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ກ່າວວ່າ: ໄລຍະທີ່ຜ່ານມາພັກ-ລັດຖະບານຫວຽດນາມ ໄດ້ຊ່ວຍເຫຼືອກໍ່ສ້າງບຳລຸງຊັບພະຍາກອນມະນຸດຂອງ ສປປ ລາວ, ຈັດຝຶກອົບຮົມໄລຍະສັ້ນ, ໄລຍະຍາວໃຫ້ພະນັກງານວິຊາການແລະ ການນຳນັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ; ໃນນັ້ນ, ກໍໄດ້ຊ່ວຍເຫຼືອກໍ່ສ້າງສື່ມວນຊົນຂອງ ສປປ ລາວ ດ້ານຄວາມຮູ້ຄວາມສາມາດ, ດ້ານເຕັກນິກ ແລະ ວັດຖຸອຸປະກອນຮັບໃຊ້ຕ່າງໆ. ບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ, ເຂົ້າສູ່ລວງເລິກ ແລະ ຊ່ວຍເຫຼືອຊຶ່ງກັນແລະ ກັນ ເພື່ອການພັດທະນາຂອງສອງຝ່າຍໃຫ້ນັບມື້ມີປະສິດທິຜົນຍິ່ງຂຶ້ນ; ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນວິຊາການ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານສອງຝ່າຍຕາມແຜນການຮ່ວມມືຂອງສອງກົມການເມືອງສອງພັກໄດ້ຕົກລົງຮັບຮອງເອົາ.
ນອກນັ້ນ, ໃນການພົບປະຄັ້ງນີ້ ຍັງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ກົມກອງຄື: ສໍານັກງານຜູ້ຕາງໜ້າໜັງສືພິມເຢິນເຢິນ ປະຈໍາ ລາວ ແລະ ສຳນັກງານຜູ້ຕາງໜ້າ VOV ປະຈໍາ ລາວ; ບຸກຄົນແມ່ນ ສະຫາຍ ຫງວຽນ ຫງອກ ເຟືອງ ຫົວໜ້າສຳນັກງານຜູ້ຕາງໜ້າ VTV ປະຈໍາລາວ ແລະ ສະຫາຍ ໂດ້ບ໋າແທ່ງ ນັກຂ່າວສຳນັກງານຜູ້ຕາງໜ້າສຳນັກຂ່າວສານຫວຽດນາມປະຈຳລາວ. ພ້ອມກັນນັ້ນ, ກໍຈະມອບໃບຍ້ອງຍໍຂອງທ່ານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ແກ່ 4 ກົມກອງຄືສໍານັກງານຜູ້ຕາງໜ້າຂອງອົງການສື່ມວນຊົນຫວຽດນາມ ປະຈຳ ສປປ ລາວ ເນື່ອງຈາກຜົນງານໃນການປະສານສົມທົບຢ່າງມີປະສິດທິຜົນກັບສະຖານທູດຫວຽດນາມ ປະຈໍາ ລາວ ໃນວຽກງານຂໍ້ມູນຂ່າວສານການຕ່າງປະເທດອີກດ້ວຍ.