ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດຫວຽດນາມ ເຂົ້າວາງພວງມາລາ ໄວ້ອາໄລ ເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

Apr 5, 2025

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ນໍາໂດຍ ສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ໄວ້ອາໄລ ເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 5 ເມສາ ນີ້ ທີ່ ຫໍປະຊຸມແຫ່ງຊາດ.
ສະຫາຍ ຫງວຽນ ມິງເຕິມ ໄດ້ກ່າວຂໍແບ່ງເບົາຄວາມເສົ້າໂສກຢ່າງສຸດຊຶ້ງ ແລະ ໄດ້ເຊັນປຶ້ມໄວ້ອາໄລ ຊຶ່ງມີຄໍາໄວ້ອາໄລ ທີ່ສະແດງເຖິງຄວາມອາໄລຮັກຢ່າງບໍ່ມີຂອບເຂດ ຕໍ່ຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ສຸດທີ່ອາໄລຮັກ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ນໍາທີ່ດີເດັ່ນ, ລູກຜູ້ຍອດຢ້ຽມຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດ ທີ່ຢຶດໝັ້ນໃນຄວາມຈົງຮັກພັກດີ, ຕະຫຼອດຊີວິດ ໄດ້ເສຍສະຫຼະ ມຸ່ງໝັ້ນເພື່ອເອກະລາດຂອງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ພັດທະນາຄວາມຈະເລີນຮຸ່ງເຮືອງຂອງປະເທດລາວ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ລ່ວງລັບໄປ ແມ່ນການສູນເສຍສຸດທີ່ໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນຫວຽດນາມ ທີ່ໄດ້ສູນເສຍເພື່ອນຜູ້ໃຫຍ່, ສະຫາຍອ້າຍນ້ອງ ທີ່ສະໜິດສະໜົມທີ່ສຸດ, ທີ່ເຄີຍໄດ້ປະກອບສ່ວນສຳຄັນ ຢ່າງສຸດກຳລັງ ເຂົ້າໃນການກໍ່ສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ.
ສະຖານເອກອັກຄະລັດຖະທູດ, ບັນດາສຳນັກງານອ້ອມຂ້າງສະຖານເອກອັກຄະລັດຖະທູດ ແລະ ມວນຊົນຊາວຫວຽດນາມ ຢູ່ ສປປ ລາວ ຂໍສົ່ງຄໍາແບ່ງເບົາຄວາມເສົ້າໂສກຢ່າງສຸດຊຶ້ງທີ່ສຸດ ເຖິງ ພັກ, ລັດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວຂອງ ສະຫາຍ ຄໍາໄຕ ສີພັນດອນ.
ຂ່າວ: ສຸກສະຫວັນ, ພາບ: ວັນເພັງ-ສໍານານ