ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູຕານຸທູດ-ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ເຂົ້າອວຍພອນການນຳຂັ້ນສູງ ພັກ-ລັດ ໂອກາດວັນຊາດ 2 ທັນວາ

Dec 1, 2025

ວັນທີ 30 ພະຈິກ 2025, ຢູ່ຫໍຄຳ ບັນດາການນຳຂັ້ນສູງ ພັກ, ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ໄດ້ຕ້ອນຮັບການເຂົ້າອວຍພອນຂອງບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ປີໃໝ່ສາກົນ 2026.
ໃນໂອກາດນີ້, ທ່ານ ເອດີ ເອີວານ ບິນ ມາມຸດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະ ຈຳລາວ, ໃນນາມທູດອາວຸໂສ ໄດ້ຕາງໜ້າໃຫ້ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ລາວ ສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງ ລັດຖະບານ ແລະ ປະຊາ ຊົນລາວບັນດາເຜົ່າ ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ພ້ອມທັງສະແດງຄວາມຊົມເຊີຍ ມາຍັງພັກປະຊາຊົນ ປະຕິວັດລາວ ໃນໂອກາດຄົບຮອບ 70 ປີແຫ່ງການສ້າງຕັ້ງພັກ. ໃນໄລຍະ 7 ທົດສະວັດຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວດ້ວຍຄວາມໝາຍໝັ້ນອັນເດັດດ່ຽວ,ນໍາພາປະເທດຊາດ ຜ່ານຜ່າຄວາມຫຍຸ້ງຍາກໃນອະດີດ ກ້າວສູ່ສັນຕິພາບ,ສະຖຽນລະພາບ ແລະ ການພັດທະນາ.


ທ່ານ ເອດີ ເອີວານ ບິນ ມາມຸດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດດ້ານຕ່າງໆ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ຜົນສໍາເລັດການເປັນປະທານອາຊຽນຂອງ ສປປ ລາວ ໃນຫຼາຍຄັ້ງຜ່ານມາ, ສະແດງໃຫ້ເຫັນເຖິງຂີດຄວາມສາມາດທາງດ້ານການທູດຂອງ ສປປ ລາວ ແລະ ຄວາມໝາຍໝັ້ນໃນການຮັດແໜ້ນຄວາມເປັນແກນກາງອາຊຽນ, ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນຂອງພວກເຮົາ. ທ່ານທູດອາວຸໂສ ຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານ ແລະ ການເຂົ້າຮ່ວມກິດຈະກຳຕ່າງໆ ຂອງບັນດາທູດຕານຸທູດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ຊຶ່ງໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດ ກັບ ສປປ ລາວ. ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການເປັນຄູ່ຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງປະເທດຂອງພວກເຮົາ ແລະ ສປປ ລາວ.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານ ເອດີ ເອີວານ ບິນ ມາມຸດ ໃນນາມຕາງໜ້າບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ທີ່ມີຄຳເວົ້າທີ່ຈົບງາມ ຊຶ່ງເປັນຄຳເວົ້າທີ່ໃຫ້ກຽດ ແລະ ໃຫ້ກຳລັງໃຈ ຕໍ່ໝາກຜົນແຫ່ງການນຳພາປະເທດຊາດ ຕະຫຼອດ 50 ປີ ທີ່ຜ່ານມາ. ຄໍາອວຍພອນຂອງບັນດາທ່ານ ເປັນການຢັ້ງຢືນ ແລະ ສະແດງໃຫ້ເຫັນເຖິງໄມຕີຈິດ ມິດຕະພາບ ແລະ ການຮ່ວມມືອັນດີລະ ຫວ່າງປະເທດຂອງພວກທ່ານ ແລະ ອົງການຈັດຕັ້ງສາກົນຕ່າງໆ ກັບ ສປປ ລາວ,ພິເສດຍັງເປັນການໃຫ້ກຳລັງໃຈອັນໃຫຍ່ຫລວງແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສູງສົ່ງ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້​ກ້າວ ໜ້າ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.
ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆ ຕະຫຼອດໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສຳຄັນ ແລະ ຕັ້ງໜ້າໃຫ້ ສປປ ລາວ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ໃນໄລຍະຜ່ານມາ. ສປປ ລາວ ມີຄວາມຍິນດີທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຄວາມພະຍາມຍາມຂອງວົງຄະນະຍາດສາກົນ ໃນຂອບການຮ່ວມມືຕ່າງໆທີ່ຕົນເປັນພາຄີ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ສາກົນ.
ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ອີກວ່າ: ຕະຫຼອດ 50 ປີ ທີ່ຜ່ານມາ, ສປປ ລາວ ໄດ້ຜ່ານຜ່າເສັ້ນທາງການພັດທະນາ ທີ່ເຕັມໄປດ້ວຍການຫັນປ່ຽນອັນໃຫຍ່ຫຼວງ, ຈາກປະເທດທີ່ເຄີຍຖືກທໍາລາຍຈາກສົງຄາມ, ລະດັບພື້ນຖານເສດຖະກິດຫຼ້າຫຼັງ ແລະ ມີຄວາມຫຍຸ້ງຍາກຫຼາຍດ້ານ. ໂດຍພາຍໃຕ້ການນໍາພາຂອງປະທານ ໄກສອນ ພົມວິຫານ ຜ່ານແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ໄດ້ເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ຜົນສໍາເລັດທີ່ໜ້າພາກພູມໃຈໃນທຸກຂົງເຂດ, ນັບແຕ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງພື້ນຖານໂຄງລ່າງທີ່ສໍາຄັນຫຼາຍດ້ານ ເພື່ອການພັດທະນາທີ່ຍືນຍົງ ແລະ ໝັ້ນຄົງໃນໄລຍະຍາວ.
ໃນໂອກາດປີໃໝ່ສາກົນ 2026 ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ປະຊາຊົນລາວທຸກຖ້ວນໜ້າ ອວຍພອນໄຊອັນປະເສີດ ມາຍັງບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງບັນດາທ່ານ. ພ້ອມທັງ ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ໄປຍັງປະມຸກລັດ, ຫົວໜ້າລັດຖະບານ ແລະ ປະຊາຊົນຂອງບັນດາປະເທດ ກໍຄື ການນຳອົງການຈັດຕັ້ງສາກົນ ທີ່ບັນດາທ່ານເປັນຕົວແທນ ມານະໂອກາດນີ້ດ້ວຍ. ພ້ອມທັງອວຍພອນ ໃຫ້ປະຊາຊົນຂອງທຸກປະເທດຢູ່ໃນໂລກຈົ່ງມີຄວາມຜາສຸກ, ມີຄວາມກ້າວໜ້າ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ. ອວຍພອນໃຫ້ສັນຕິພາບ,ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ລະຫວ່າງ ສປປ ລາວ ກັບ ບັນດາປະຊາຊາດຢູ່ໃນໂລກ ຈົ່ງຍືນຍົງຕະຫຼອດໄປ.

ຂ່າວ: ທະນູທອງ
ພາບ: ອ່າຍຄຳ