ວັນທີ 25 ກັນຍາ 2025 ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາ ລາວ ນໍາໂດຍພົນຈັດຕະວາ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນຳພາຄະນະຜູ້ແທນໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ມີພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງ, ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ ຮອງຫົວໜ້າຄະນະຊີ້ນຳອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.
ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ ໄດ້ເຂົ້າພົບປະພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ ທີ່ໂຮງແຮມດາວດອກງິ້ວຄຳ. ໃນໂອກາດນີ້ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ບັນດາທູຕານຸທູດ ແລະ ອົງການສາກົນປະຈຳລາວ ທີ່ມາຢ້ຽມຢາມແລະ ເຮັດວຽກຢູ່ແຂວງກໍຄືເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ຄະນະຜູ້ແທນໄດ້ຮັບຮູ້.

ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ ຍັງໄປຢ້ຽມຢາມທ່ຽວຊົມປ່ອງຢ້ຽມສາມຫຼ່ຽມຄໍາທີ່ດອນຊາວ, ຫໍວາງສະແດງຕ້ານຢາເສບຕິດ, ເທບທິດາຕ້ານຢາເສບຕິດ, ໂຮງງານບຳບັດນ້ຳເປື້ອນ, ສະໜາມກ໊ອຟພູກິ່ວລົມ ແລະ ຣີສອດ, ວັດບ້ານຄວ້ານສາມຫຼ໋ຽມຄຳ, ໂຄງການຜະລິດກະສິກຳ ແລະ ປ່າໄມ້, ໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ທິດຕາເວັນອອກລາວ, ໂຮງຮຽນປະຖົມດອກງິ້ວຄຳ, ໂຄງການທໍ່ສົ່ງນ້ຳຮ້ອນປຸ່ງເລາະ ແລະ ສະຖານທີ່ອື່ນໆ.
ຕອນເຊົ້າວັນທີ 26 ກັນຍາ 2025 ໄດ້ຈັດກອງປະຊຸມພົບປະເຮັດວຽກລະຫວ່າງເຂດເສດຖະກິດພິເສດສາມຫຼ່ຽມຄໍາກັບບັນດາທູຕານຸທູດ ແລະ ຕາງໜ້າອົງການສາກົນປະຈຳລາວ. ໃນກອງປະຊຸມຄັ້ງນີ້, ທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງເຂດເສດຖະກິດພິເສດ ທີ່ປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວ ແລະ ປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ, ການຮັກສາສຸຂະພາບ ແລະອື່ນໆ. ພ້ອມນັ້ນຍັງໄດ້ກຳນົດທິດທາງການສົ່ງເສີມການພັດທະນາ, ການລົງທຶນ ແລະ ການດຳເນີນກິດຈະການ ລວມມີ 13 ກິດຈະການຫຼັກຄື: ກິດຈະການການຄ້າພາຍໃນ-ຕ່າງປະເທດ ແລະ ການຄ້າປອດພາສີ, ກິດຈະການອຸດສາຫະກຳ-ຫັດຖະກຳການປຸງແຕ່ງເພື່ອສົ່ງອອກ, ກິດຈະການທ່ອງທ່ຽວ, ໂຮງແຮມ, ຣີສອດ, ສະໜາມກ໊ອຟ, ສະຖານີໂທລະພາບ, ອຸດສາຫະກຳຮູບເງົາ, ການປະຕິສັງຂອນວັດວາອາຣາມ, ສວນວັດທະນະທຳ, ງານເທດສະການ, ບຸນປະເພນີຂອງຂອງເຜົ່າ ແລະ ທ້ອງຖິ່ນ, ກິດຈະການເຕັກໂນໂລຊີ, ຂໍ້ມູນຂ່າວສານເອເລັກໂຕຣນິກ, ກິດຈະການການເງິນ-ປະກັນໄພ, ການພັດທະນາພື້ນຖານໂຄງລ່າງ, ເສັ້ນທາງ, ທ່າເຮືອ, ສະໜາມບິນ, ການຂົນສົ່ງທາງນ້ຳ, ທາງອາກາດ, ລະບົບນ້ຳປະປາ, ໄຟຟ້າ, ໄປສະນີ, ໂທລະຄົມມະນາຄົມ, ກິດຈະການກະສິກຳການປູກຟັງ-ລ້ຽງສັດ, ປູກໄມ້ອຸດສາຫະກຳ, ການຜະລິດ ແລະ ການປຸງແຕ່ງຜະລິດຕະພັນປອດສານພິດ, ກິດຈະການສາມັນສຶກສາ, ອາຊີວະສຶກສາ, ມະຫາວິທະຍາໄລ, ການຄົ້ນຄວ້າເຕັກໂນໂລຊີ, ກິດຈະການປິ່ນປົວ ແລະ ຮັກສາສຸຂະພາບ, ກິດຈະການດ້ານການບັນເທີງ-ຄາຊິໂນ ແລະ ກິດຈະການອື່ນໆ ທີ່ລັດຖະບານສົ່ງເສີມຕາມລະບຽບກົດໝາຍຂອງລາວ.

ທ່ານ ກາວ ຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ລາຍງານກ່ຽວກັບການພັດທະນາເຂດເສດຖະກິດທີ່ຜ່ານມາໂດຍຫຍໍ້ວ່າ: ຕະຫຼອດໄລຍະ 18 ປີ ແຫ່ງການພັດທະນາ, ເຖິງວ່າຈະມີສິ່ງທ້າທາຍ ແລະ ລຳບາກແຕ່ກຸ່ມບໍລິສັດດອກງິ້ວຄຳຍັງຍຶດໝັ້ນຄວາມປາດຖະໜາພາລະກິດ ຜ່ານຜ່າຄວາມຫຍຸ້ງຍາກເພື່ອກ້າວເດີນໄປຂ້າງໜ້າ. ໃນຕໍ່ໜ້າ,ພວກເຮົາຈະສືບຕໍ່ປະຕິບັດຕາມນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດລາວຢ່າງເຂັ້ມງວດ.



