ວັນທີ 10 ພະຈິກ 2024, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ຮ່ວມກັບ ບໍລິສັດ ອາຊີ ໂປຕາສທຽນໆ ພັດທະນາກະສິກໍາ ຈໍາກັດ ທົດລອງການປູກເຂົ້າ 3 ລະດູຢູ່ໃນເນື້ອທີ່ນາ 7,560 ຕາແມັດຂອງທ່ານ ບຸນທົ່ງ ສີບູນເຮືອງ ປະຊາຊົນບ້ານກຸດຮີ ເຂດຊົນລະປະທານເຊສາລາລອງ.
ການທົດລອງໃນຄັ້ງນີ້ ໄດ້ນໍາໃຊ້ແນວພັນເຂົ້າຈ້າວ ທີ່ນໍາເຂົ້າຈາກ ສປ ຈີນ ຈຳນວນ 30 ກິໂລກຣາມ ໃນເນື້ອທີ່ນາ 7,560 ຕາແມັດ ເຊິ່ງມີອາຍຸການ ເກັບກ່ຽວສະເລ່ຍ 90 – 95 ວັນ ດ້ວຍສະມັດຕະພາບສະເລ່ຍ 7,7 – 8,2 ໂຕນ/ເຮັກຕາ ໂດຍອ້າງອີງຈາກການທົດລອງ ທີ່ປະສົບຜົນສໍາເລັດຢູ່ດອນໂຂງ ແຂວງຈໍາປາສັກ.






