ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົດສະກຳຄືນເຫດຄາດຕະກຳເມຍ

Feb 20, 2024

ໃນວັນທີ 15 ກຸມພາ 2024 ເຈົ້າໜ້າທີ່ພະແນກຕຳຫຼວດໜ່ວຍງານຄະດີອາຍາ – ເສດຖະກິດ ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳຕົວທ້າວ ແຫຼ້ ລັດສົມບັດ ອາຍຸ 49 ປີ, ອາຊີບເຮັດນາ, ປັດຈຸ ບັນຢູ່ ບ້ານ ດົງຄຸງ, ເມືອງໜອງບົກ, ແຂວງຄຳມ່ວນ. ໄປທົດສະກຳຄືນ ຫຼັງຈາກກໍ່ເຫດການຄາດຕະກຳ ນາງ ບຸນພັກ ລັດສົມບັດ (ແດງ) ອາຍຸ 29 ປີ ຜູ້ເປັນເມຍ. ໃນຄັ້ງວັນທີ 11 ກຸມພາ 2024 ທີ່ຜ່ານມານີ້. ເນື່ອງຈາກ ພວກກ່ຽວມີຂໍ້ຂັດແຍ່ງກັນທາງດ້ານຊັບສິນລະຫວ່າງຜົວ,ເມຍ ຈຶ່ງໄດ້ເກີດມີແຮງຈູງໃຈໃນການຄາດຕະກຳໃນຄັ້ງນີ້.
ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີ່ພະແນກຕຳຫຼວດໜ່ວຍງານຄະດີອາຍາ – ເສດຖະກິດ ປກສ ເມືອງໜອງບົກ ແຂວງຄຳມ່ວນ, ທ້າວ ແຫຼ້ ລັດສົມບັດ ໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນຊ່ວງຕົ້ນເດືອນ 02 ປີ 2024 ຜູ້ກ່ຽວແມ່ນໄດ້ຂໍ້ເງິນນຳນາງ ບຸນພັກ (ຜູ້ເປັນເມຍ ) ຈຳນວນ 5 ລ້ານກີບ. ເພື່ອໄປແຕ່ງເຄື່ອງສຽງລົດແຕ່ນາງບຸນພັກ ແມ່ນບໍ່ໃຫ້ ຫຼັງຈາກນັ້ນ ຜູ້ກ່ຽວແມ່ນໄດ້ມີແນວຄິດວ່າເມຍຢາກປະຖິ້ມ ແລະ ເກີດຄວາມນ້ອຍໃຈ, ຕົກມາໃນຄັ້ງວັນທີ 10 ກຸມພາ 2024 ເວລາ 05:00 ໂມງ, ຜູ້ກ່ຽວແມ່ນໄດ້ໄປແລ່ນລົດໂດຍສານ ແຕ່ທ່າແຂກ – ໜອງບົກ
ຈົນຮອດເວລາ 17:00 ໂມງ,ຜູ້ກ່ຽວໄດ້ກັບມາເຮືອນ,ຮອດເວລາ 20 ໂມງ ຂອງວັນດຽວກັນຜູ້ກ່ຽວ ໄດ້ເຂົ້າໄປນອນ ແລ້ວນາງບຸນພັກ ກໍ່ໄດ້ຂໍຢ່າຮ້າງກັບຕົນເອງ ທ້າວແຫຼ້ຈຶ່ງໄດ້ເວົ້າຂຶ້ນວ່າຖ້າຈະປະກັນກັບເຈົ້າ ຂ້ອຍຊິໄປຢູ່ໃສ, ນາງບຸນພັກ ໄດ້ເວົ້າວ່າ ຢູ່ໃສກະຢູ່ ເຈົ້າກະມີລົດແລ້ວ ຈາກນັ້ນທັງ 2 ຜົວເມຍກໍ່ໄດ້ເຂົ້ານອນ, ຕົກມາຮອດວັນທີ 11 ກຸມພາ 2024 ເວລາ 05:00 ໂມງ ຜູ້ກ່ຽວແມ່ນໄດ້ອອກໄປແລ່ນລົດໂດຍສານຕາມປົກກະຕິ ເຊິ່ງແມ່ນໄດ້ໄປກັບທ້າວ ໂທບີ້ ອາຍຸ 18 ປີ (ຫຼານຊາຍຜູ້ກ່ຽວ) ສ່ວນນາງ ບຸນພັກ ຜູ້ເປັນເມຍ ແມ່ນໄດ້ໄປແລ່ນລົດໂດຍສານ ອີກຄັນໜຶ່ງ, ຕົກມາຮອດເວລາ 17:00 ໂມງຂອງວັນດຽວກັນພວກກ່ຽວທັງ 02 ແມ່ນໄດ້ກັບມາຈາກການແລ່ນລົດໂດຍສານ ແລ້ວນາງ ບຸນພັກ ແມ່ນໄດ້ເຂົ້ານຶ່ງເຂົ້າຢູ່ເຮືອນຄົວ ຈາກນັ້ນທ້າວ ແຫຼ້ ໄດ້ຍ່າງເຂົ້າໄປລົມເລື່ອງປະພ້ອມທັງຂໍເງິນນຳນາງ ບຸນພັກ ຈຳນວນ 30 ລ້ານກີບ ແຕ່ນາງ ບຸນພັກບໍ່ໃຫ້, ຈົນເກີດຜິດຖຽງກັນຈາກນັ້ນຜູ້ກ່ຽວຈຶ່ງເກີດມີຄວາມຢາກຮ້າຍແລ້ວໄດ້ຍ່າງເຂົ້າໄປເອົາພ້າຂໍ ຍາວປະມານ 70 cm ຢູ່ຫ້ອງນອນ ແລ້ວມາພັນໃສ່ຫົວນາງ ບຸນພັກ ບາດໜຶ່ງ, ແລ້ວພັນໃສ່ແຂນອີກ 03 ບາດ ແລະ ພັນໃສ່ກ້ານຄໍອີກ 03 ບາດ, ນາງບຸນພັກ ໄດ້ຮ້ອງຂໍຄວາມຊ່ວຍເຫຼື່ອ ເຊີ່ງເຮັດໃຫ້ທ້າວ ຕ້ອມ ອາຍຸ 13 ປີຜູ້ເປັນລູກທີ່ໄດ້ນັ່ງຫຼີ້ນຢູ່ໜ້າເຮືອນ ໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼື່ອຈາກນາງບຸນພັກ ຜູ້ເປັນແມ່ ທ້າວ ຕ້ອມ ຈຶ່ງໄດ້ແລ່ນເຂົ້າໄປເບິ່ງ ແລ້ວຈຶ່ງເຫັນທ້າວ ແຫຼ້ ຜູ້ເປັນພໍ່ໄດ້ໃຊ້ພ້າຂໍ ຟັນໃສ່ນາງ ບຸນພັກ ຜູ້ເປັນແມ່ ຈົນມີເລືອດອອກ ເມື່ອທ້າວແຫຼ້ ເຫັນ ທ້າວ ຕ້ອມຜູ້ເປັນລູກ ແລ່ນເຂົ້າມາເຫັນ ຜູ້ກ່ຽວຈຶ່ງໄດ້ຖີ້ມພ້າ ແລ້ວ ແລ່ນໜີອອກໄປທາງຫຼັງເຮືອນຂອງຕົນເອງ, ສ່ວນທ້າວ ຕ້ອມ ກໍ່ໄດ້ຂຶ້ນມາຂໍຄວາມຊ່ວຍເຫຼື່ອຈາກປະຊາຊົນໃນບ້ານ.
ຈາກນັ້ນ ປະຊາຊົນພາຍໃນບ້ານກໍ່ໄດ້ໄປຊ່ວຍນາງ ບຸນພັກ ວ່າຈະນຳສົ່ງໄປໂຮງໝໍ ແຕ່ຊ່ວຍໄວ້ບໍ່ທັນ ເພາະນາງ ບຸນພັກ ໄດ້ເສຍຊີວິດ ເນື່ອງຈາກໄດ້ຮັບບາດເຈັບ ແລະ ເສຍເລືອດຫຼາຍ.
ຕົກມາຮອດເວລາ 17:30 ໂມງຂອງວັນດຽວກັນ ທ້າວແຫຼ້ຜູ້ກ່ຽວ ຈຶ່ງໄດ້ເຂົ້າໄປມອບຕົວ ກັບທາງເຈົ້າໜ້າທີ່ ປກສ ກຸ່ມໜອງຜຳ ຈາກນັ້ນທາງເຈົ້າໜ້າທີ່ກໍ່ໄດ້ກັກຕົວໄວ້ ແລ້ວໄດ້ປະສານສົມທົບກັບ ປກສ ເມືອງໜອງບົກ ເພື່ອສົ່ງໄປເຮັດການສອບສວນ – ສືບສວນ ພ້ອມທັ້ງນໍາຕົວໄປດໍາ ເນີນຄະດີຕາມລະບຽບກົດໝາຍ.