ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົບທວນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ຮ່ວມກັບທະນາຄານໂລກ ປະຈໍາປີ 2023

Feb 22, 2024

ກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງໄພພິ ບັດທຳມະຊາດໃນຂົງເຂດອາຊີຕາ ເວັນອອກສ່ຽງໃຕ້ຮ່ວມກັບທະນາຄານໂລກປະຈໍາປີ 2023 (Lao-SEADRM) ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 21ກຸມພາ 2024 ທີ່ໂຮງແຮມລາວພຣາຊາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະຊີ້ນໍາໂຄງການ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ວິຊາການແລະ ບັນດາຊ່ຽວຊານຈາກກະຊວງທີ່ກ່ຽວຂ້ອງ, ພ້ອມດ້ວຍຕາງໜ້າຈາກທະນາຄານໂລກ ຮ່ວມ 40 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອການປະເມີນບັນດາກິດຈະກຳແລະຕົວຊີ້ວັດຕ່າງໆຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານທັງນີ້ກໍ່ເພື່ອສະແດງໃຫ້ເຫັນຜົນສໍາເລັດແລະຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດຜ່ານມາພ້ອມທັງສະ ເໜີວິທີທາງຕ່າງໆໂດຍສະເພາະແມ່ນການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດໂຄງການ. ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການສະຫນັບສະໜູນຈາກທະນາຄານໂລກ ໄດ້ລົງມາຕິດຕາມ ແລະ ເຮັດວຽກຮ່ວມກັບ 4 ກະຊວງ ເປັນໄລຍະ. ເພື່ອຮັບປະກັນ ຜົນສຳເລັດຂອງຕົວຊີ້ວັດ ແລະ ເປົ້າໝາຍລວມຂອງໂຄງການ.
ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຊ່ວຍ ເຫລືອທາງການເພື່ອການພັດທະນາ ຈາກທະນາ ຄານໂລກມີມູນຄ່າລວມທັງໝົດຈໍານວນ 56ລ້ານໂດລາສະຫະລັດ, ໃນນັ້ນ, ເປັນເງິນກູ້ຢືມຈໍານວນ 55ລ້ານໂດລາສະຫະລັດແລະເປັນທຶນຊ່ວຍເຫລືອລ້າຈໍານວນ 1 ລ້ານໂດລາສະຫະລັດ ແລະ ມີໄລຍະຈັດຕັ້ງປະຕິບັດ 8 ປີ ແຕ່ປີ 2017-2025ປະກອບດ້ວຍ 5 ໜ້າວຽກຫຼັກ/ອົງປະກອບ:
1. ການຄຸ້ມຄອງຄວາມສ່ຽງໄພນໍ້າຖ້ວມຢູ່ເທດສະບານເມືອງໄຊແຂວງອຸດົມໄຊ, ບໍລິຄຳໄຊ ແລະ ແຂວງຫລວງພະບາງ, ໂດຍແມ່ນການກໍ່ສ້າງຕາຝັ່ງເຈື່ອນ ແລະ ຄັນຄູປ້ອງກັນນໍ້າຖ້ວມ, ເຊິ່ງມາເຖິງປະຈຸບັນມີຄວາມຄືບໜ້າພໍສົມຄວນໃນວຽກງານການກໍ່ສ້າງ, ໂດຍລວມແລ້ວ ອົງປະກອບຈັດຕັ້ງປະຕິບັດໂດຍ ກົມທາງນໍ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ມາເຖິງປະຈຸບັນ ສາມາດປະຕິບັດໄດ້ 79 ເປີເຊັນ.
2. ປັບປຸງລະບົບເຕືອນໄພລ່ວງໜ້າ/ລະບົບອຸຕຸນິຍົມແລະກຽມພ້ອມຕໍ່ໄພພິບັດ ຢູ່ແຂວງອຸດົມໄຊ, ຫຼວງພະບາງແລະຜົ້ງສາລີ, ຈັດຕັ້ງປະຕິບັດໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ, ແລະ ກົມແຜນການ ແລະ ການເງິນ, ປະຈຸບັນສາມາດປະຕິບັດໄດ້ 65 ເປີເຊັນ.
3. ການສະໜອງທຶນໃຫ້ແກ່ວຽກງານຕອບໂຕ້ສຸກເສີນແລະຟື້ນຟູຫລັງເຫດການໄພພິບັດ ວຽກງານນີ້ ຈັດຕັ້ງປະຕິບັດໂດຍ ກະຊວງການເງິນ ແລະ ສາມາດປະຕິບັດໄດ້ 100 ເປີເຊັນ;ເຊິ່ງໃນປີ 2023 ທີ່ຜ່ານມາ ສາມາດສຳເລັດການເບີກຈ່າຍ ການຊື້ປະກັນໄພຄວາມສ່ຽງໄພພິບັດ (ຫຼືປະກັນໄພSEADRIF) ສໍາລັບສປປລາວມູນຄ່າ 5 ລ້ານໂດລາສະຫະລັດ, ການຊື້ປະກັນໄພSEADRIF ໃນຄັ້ງນີ້ ເເມ່ນເປັນຊື້ປະກັນໄພ ຈາກ ບໍລິສັດປະກັນໄພSEADRIF ແບບ Parametric Insurance (ການປະກັນໄພນໍ້້າຖ້ວມຕາມດັດສະນີ) 70% ແລະການຊື້ປະກັນໄພຄວາມສ່ຽງໄພພິບັດ ແບບ Soft Trigger (ເງິນແຮສຸກເສີນ)30%. ປະຈຸບັນ ແມ່ນ ຢູ່ໃນຂັ້ນຕອນ ທົບທວນຄືນ ເພື່ອຂໍອະນຸມັດ ຮັບຮອງເອົາຄູ່ມືການນຳໃຊ້ເງິນຈາກສິນປະກັນໄພ SEADRIF ຈາກ ລມຕ ກະຊວງການເງິນ.
4. ການເຊື່ອມສານການຫລຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດເຂົ້າໃນຂະບວນ ການລົງທຶນຂອງລັດແລະວຽກບໍລິຫານໂຄງການ ປະຈຸບັນສາມາດປະຕິບັດໄດ້ 77 ສ່ວນຮ້ອຍ ຈັດຕັ້ງປະຕິບັດໂດຍ ກົມແຜນການ, ກະຊວງແຜນການ ແລະ ການລົງ ທຶນ.
5. ກົນໄກການຕອບໂຕ້ສຸກເສີນຕໍ່ເຫດການໄພພິບັດ
ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດໃນຂົງເຂດອາຊີຕາອອກສ່ຽງໃຕ້ຮອດປະຈຸບັນໂດຍສະເພາະການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃນການປະເມີນກາງສະໄໝ ແລະ ການເຮັດວຽກຮ່ວມກັນໃນຄັ້ງທີ່ຜ່ານມາ. ຜ່ານການ ລາຍງານ ເຫັນໄດ້ວ່າບັນດາກິດຈະກໍາຕ່າງໆຂອງໂຄງການ ແມ່ນມີຄວາມຄືບໜ້າດີພໍສົມຄວນ ແລະ ສາມາດແກ້ໄຂຂໍ້ຄົງຄ້າງຕ່າງໆໄດ້ໃນລະດັບທີ່ໜ້າພໍໃຈ ມາຮອດເດືອນທັນວາ 2023 ນີ້ ສາມາດເບີກຈ່າຍໄດ້ທັງໝົດ 51% ຂອງມູນຄ່າໂຄງການທັງໝົດ.
ແຕ່ເຖິງຢ່າງໃດກໍຕາມ, ກໍຍັງມີຫຼາຍກິດຈະກໍາທີ່ຍັງບໍ່ສາມາດເຮັດສໍາເລັດໄດ້ຕາມແຜນທີ່ວາງໄວ້ ຊຶ່ງແຕ່ລະກະຊວງຈະຕ້ອງໄດ້ສຸມທຸກກໍາລັງ ແລະ ສະຕິປັນຍາເຮັດໃຫ້ສໍາເລັດຕາມກໍານົດເວລາທີ່ວາງໄວ້ ດັ່ງທີ່ທ່ານນາງ ພອນວັນ ອຸທະວົງ ໄດ້ກ່າວໃນບາງຕອນຂອງບົດກ່າວເປີດກອງປະຊຸມ“ກອງປະຊຸມໃນຄັ້ງນີ້ ເເມ່ນມີຄວາມສຳຄັນຫລາຍໃນການສະຫລຸບ ລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດແລະຕົວຊີ້ວັດຕ່າງໆຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານທັງນີ້ກໍ່ເພື່ອສະແດງໃຫ້ເຫັນຜົນສໍາເລັດແລະຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດຜ່ານມາພ້ອມທັງສະເໜີວິທີທາງຕ່າງໆທັງໝົດກໍເພື່ອໃຫ້ໝັ້ນໃຈວ່າທຸກອົງປະກອບຈະສາມາດສຳເລັດບັນດາກິດຈະກຳແລະຕົວຊີ້ວັດໃຫ້ສໍາເລັດຕາມຄາດໝາຍແລະຈຸດປະສົງຂອງໂຄງ ການ.”
ນອກຈາກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ເຮັດວຽກຮ່ວມກັບທີມງານທະນາຄານໂລກ ທີ່ຈະລົງມາຕີດຕາມ ການຈັດຕັ້ງປະຕິີບັດຄວາມຄືບໜ້າໂຄງການ ໃນເດືອນມີນາ 2024 ນີ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກຳແລະການຄຸ້ມຄອງບໍລິຫານໂຄງການໃຫ້ມີປະສິດທິ ພາບຍິ່ງຂຶ້ນ.
ພາບ: ສີພອນ ຈັນທະດາລາ