ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການແກ້ໄຂ ລບຕ ໄລຍະ 6 ເດືອນຕົ້ນປີ

Jul 9, 2025

ກອງປະຊຸມຄະນະຊີ້ນຳໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຈັດຂຶ້ນວັນທີ 8 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານຜູ້ປະຈໍາການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ທ່ານ ນາງ ມາຕິນ ເຕເຣ ຜູ້ຕ່າງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ມີບັນດາເຈົ້າແຂວງ ຮອງເຈົ້າແຂວງ ການນຳກະຊວງຂະແໜງການ ຄຊກລ ເຂົ້າຮ່ວມ.
ທ່ານ ອານຸພາບ ວົງໜໍ່ແກ້ວ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອພ້ອມກັນທົບທວນຄືນຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດກິດຈະກໍາພາຍໃຕ້ໂຄງການຮ່ວມມືໃນໄລຍະ 6 ເດືອນຕົ້ນປີ ຜ່ານມາໂດຍສະເພາະການຕິດຕາມ ແລະ ຮັບປະກັນການຈັດຕັ້ງປະຕິບັດກິດຈະກໍາຂອງບັນດາໜ່ວຍງານ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາບໍ່ທັນແຕກ (ລບຕ) ແລະ ບັນດາຄູ່ຮ່ວມພັດທະນາໃນນາມຜູ້ໃຫ້ທຶນໄດ້ຮັບຊາບ ທັງນີ້ກໍເພື່ອພ້ອມກັນປະເມີນ ແລະ ຊຸກຍູ້ການຊີ້ນຳ-ນຳພາ ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການປະຈຳປີ ໃຫ້ໄດ້ຮັບຄາດໝາຍຕາມຈຸດປະສົງໂຄງການຢ່າງມີປະສິດທິພາບໂດຍໃຫ້ສອດຄ່ອງກັບແຜນພັດທະນາ-ເສດຖະກິດສັງຄົມແຫ່ງຊາດ ແຜນຍຸດທະສາດແຫ່ງຊາດເພື່ອແກ້ໄຂບັນຫາ ລບຕ ໄລຍະ 2021-2030 (SPF III) ແລະ ເປົ້າໝາຍການພັດທະນະແບບຍືນຍົງ 18 ຊີວິດປອດໄພຈາກລະເບິດບໍ່ທັນແຕກ.
May be an image of 10 people, table and dais
ໃນໄລຍະ 6 ເດືອນຕົ້ນປີນີ້ການຈັດຕັ້ງປະຕິບັດບັນດາກິດຈະກຳໃນໂຄງການດັ່ງກ່າວເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ ໂດຍສະເພາະແມ່ນການສໍາເລັດການປັບປຸງນິຕິກໍາທີ່ສໍາຄັນຂອງວຽກງານ ລບຕ ປັບປຸງດຳລັດວ່າດ້ວຍການແກ້ໄຂບັນຫາ ລບຕ ການສືບຕໍ່ປັບປຸງມາດຕະຖານແຫ່ງຊາດ ໃນການແກ້ໄຂບັນຫາ ລບຕ ການປັບປຸງແຜນບູລິມະສິດໃນການກວດກູ້ ການປັບປຸງກົນໄກພາຍໃນ ແລະ ໂຄງຮ່າງການຈັດຕັ້ງຂອງຫ້ອງການ ຄຊກລ ລວມທັງ ປະກາດຮັບເອົາຫົວໜ້າຫ້ອງການ ແລະ ຮອງຫົວໜ້າຫ້ອງການ ຄຊກລ ຄົນໃໝ່ ແລະ ການປັບປຸງ ແລະ ປະເມີນບຸກຄະລາກອນພາຍໃນຂອງຫ້ອງການ ຄຊກລ ນອກຈາກນີ້ກໍໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ແນວທາງໃນຕໍ່ໜ້າ ສະພາບລວມໂຄງການ ແລະ ການເງິນ-ງົບປະມານພ້ອມທັງປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.
May be an image of 11 people and text
ທີ່ມາ: ວຽງຈັນໃໝ່